ສື່ມວນຊົນໄທລາຍງານວ່າ: ປັດຈຸບັນ, ໄທພວມເລີ່ມແຜນການສັກວັກຊີນໂຄວິດ-19 ເຊິ່ງລວມທັງວັກຊີນຊີໂນແວກຂອງຈີນແລະວັກຊິນອັສຕຣາເຊເນກາ. ໂດຍຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງ, ລັດຖະບານໄທພວມຕິດຕໍ່ພົວພັນເພື່ອຈັດຊື້ວັກຊີນ 5 ຊະນິດຈາກ 4 ປະເທດເພີ່ມຕື່ມ ເຊິ່ງລວມທັງວັກຊີນສປຸດນິກເລກ 5 ຂອງຣັດເຊຍ, ວັກຊີນຂອງບໍລິສັດຊິນໂນຟາມແລະວັກຊິນຂອງບໍລິສັດແກນຊີໂນ BIO ຂອງຈີນ, ວັກຊິນໂກວັກຊິນ ຂອງບໍລິສັດບາຣັດ ໄບໂອເຕັກຂອງອິນເດຍ ແລະວັກຊິນພີໄຟເຊີຂອງອາເມຣິກາ ເພື່ອສະໜອງໃຫ້ໂຮງໝໍເອກະຊົນເລືອກນຳໃຊ້.
ວັນທີ 17 ເມສານີ້, ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພະແນກສຶກສາທິການຂອງລັດເກລັນຕັນຂອງມາເລເຊຍໄດ້ປະກາດວ່າ: ແຕ່ວັນທີ 18 ຫາວັນທີ 24 ເມສານີ້ ຈະປິດໂຮງຮຽນ 472 ແຫ່ງໃນ 7 ເມືອງຂອງລັດຕົນເປັນການຊົ່ວຄາວ.
ຂ່າວແຈ້ງວ່າ: ຄຽງຄູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮ້າຍແຮງຂຶ້ນ, ນັບມາຮອດປັດຈຸບັນ, ມີໂຮງຮຽນເກືອບ 150 ແຫ່ງ ໃນທົ່ວປະເທດມາເລເຊຍທີ່ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19.