ທ່ານຫວັງອີ້ເຂົ້າຮ່ວມງານລ້ຽງຮັບຮອງສະເຫຼີມສະຫຼອງການເປີດການຮ່ວມມື LM ຄົບຮອບ 5 ປີ

lmcchina.org, April 16, 2021
Size:

ໃນວັນທີ 13 ເມສາ 2021, ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງສະເຫຼີມສະຫຼອງການເປີດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ (LM) ຄົບຮອບ 5 ປີ ພ້ອມທັງໄດ້ກ່າວຄໍາປາໄສໃນພິທີດັ່ງກ່າວ.

ທ່ານ ຫວັງອີ້ ກ່າວວ່າ: 6 ປະເທດ LM ໄດ້ “ດື່ມນໍ້າແມ່ນໍ້າສາຍດຽວກັນ, ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍ”, ເປັນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມໂດຍທຳມະຊາດ.  ໃນ 5 ປີທີ່ຜ່ານມາ, ກົນໄກການຮ່ວມມື LM ໄດ້ນຳເອົາຜົນປະໂຫຍດຕົວຈິງແລະຄວາມຜາສຸກມາສູ່ປະຊາຊົນບັນດາປະເທດໃນລ້ອງແມ່ນໍ້າດັ່ງກ່າວ.

ພວກເຮົາໄດ້ດຶງດູດເອົາຊັບພະຍາກອນຈາກທຸກພາກສ່ວນ, ໄດ້ສ້າງເຄືອຂ່າຍການຮ່ວມມືໃນຫຼາຍລະດັບ, ສ້າງແບບແຜນການຮ່ວມມືທີ່ຫຼາກຫຼາຍ, ແລະ ກາຍເປັນສະຖານະພາບທີ່ດີທີ່ທຸກຄົນໄດ້ອຸທິດກໍາລັງແຮງຂອງຕົນເຂົ້າໃນກົນໄກຮ່ວມມືດັ່ງກ່າວ ຄືກັນກັບ “ຫຼາຍຄົນເກັບຟືນໃສ່ກອງໄຟ ແປວໄຟຍິ່ງສູງຂຶ້ນ”.  ພວກເຮົາໄດ້ສຸມໃສ່ການຮ່ວມມືທີ່ເປັນຮູບປະທໍາ, ຖືເອົາການເຊື່ອມຕໍ່ເຊື່ອມຈອດ, ຄວາມສາມາດຂອງການຜະລິດ ແລະ ຂະແໜງການກະສິກຳ ເປັນຂົງເຂດບູລິມະສິດ, ໄດ້ອອກແຮງຫັນການຄໍ້າຈູນກັນດ້ານເສດຖະກິດໃຫ້ກາຍເປັນກຳລັງຂັບເຄື່ອນການພັດທະນາ ແລະ ສາມາດຍາດໄດ້ຜົນສໍາເລັດທີ່ມີຕົວຕົນ.  ພວກເຮົາຍຶດໝັ້ນທິດທາງທີ່ເອື້ອອຳນວຍ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ; ເມື່ອປະເຊີນໜ້າກັບພະຍາດລະບາດ, ພວກເຮົາໄດ້ເບິ່ງແຍງແລະຊ່ວຍເຫຼືອເຊິ່ງກັນແລະກັນ, ໄດ້ພ້ອມກັນເຮັດຫຼາຍເລື່ອງ ແລະ ເປັນເລື່ອງທີ່ດີເປັນຈໍານວນຫຼາຍ, ເຊັ່ນ: ໄດ້ສະໜັບສະໜູນຫຼາຍກວ່າ 500 ໂຄງການໃນຂົງເຂດການສຶກສາ, ສາທາລະນະສຸກ, ວຽກງານແມ່ຍິງ, ການຫຼຸດຜ່ອນຄວາມທຸກຍາກ ແລະຂົງເຂດອື່ນໆ.  ພວກເຮົາໄດ້ດໍາເນີນການບໍລິຫານພາກພື້ນ, ເຮັດວຽກຮ່ວມກັນເພື່ອຮັບມືຕໍ່ສິ່ງທ້າທາຍຕ່າງໆ ເຊັ່ນ: ໄພນໍ້າຖ້ວມແລະໄພແຫ້ງແລ້ງ, ການປ່ຽນແປງຂອງດິນຟ້າອາກາດ, ແລະ ບັນຫາຄວາມໝັ້ນຄົງແບບໃໝ່, ເຊິ່ງສາມາດຮັກສາໄດ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຢ່າງມີປະສິດທິຜົນ.

ທ່ານ ຫວັງອີ້ ກ່າວວ່າ, ປັດຈຸບັນ, ຈີນກຳລັງເລັ່ງລັດການກໍ່ສ້າງຮູບແບບການພັດທະນາໃໝ່ ແລະ ການຮ່ວມມື LM ກຳລັງພົບພໍ້ກັບກາລະໂອກາດໃໝ່.  ສະນັ້ນ, ກ່ອນອື່ນໝົດ, ພວກເຮົາຕ້ອງຍຶດໝັ້ນຈິດໃຈແຫ່ງການເປັນຄູ່ຮ່ວມ ແລະ ສະແຫວງຫາການພັດທະນາຮ່ວມກັນ.  ປະເທດຈີນແລະບັນດາປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າຂອງເປັນປະເທດບ້ານໄກ້ເຮືອນຄຽງທີ່ດີທີ່ບໍ່ສາມາດຍົກຍ້າຍໜີຈາກກັນໄດ້, ທັງເປັນອ້າຍນ້ອງທີ່ດີທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ສະນັ້ນ ພວກເຮົາຍິ່ງຕ້ອງເປັນຄູ່ຮ່ວມທີ່ດີໃນການສະແຫວງຫາການຮ່ວມມື.  ພວກເຮົາຕ້ອງເສີມສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນດ້ານຍຸດທະສາດ,ເຊື່ອມໂຍງແຜນການພັດທະນາຂອງແຕ່ລະປະເທດເຂົ້າກັນ, ລົງເລິກການແລກປ່ຽນບົດຮຽນປະສົບການໃນການບໍລິຫານປະເທດ, ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງບັນດາປະເທດ LM.  ສອງ, ພວກເຮົາຕ້ອງຍຶດໝັ້ນການເຊື່ອມໂຍງເຊື່ອມຈອດກັນເພື່ອສ້າງຈຸດຍູ້ດັນການພັດທະນາ, ພະຍາຍາມເຮັດໃຫ້ເຊື່ອມຈອດເຂົ້າກັບ “ແລວທາງການຄ້າທາງບົກແລະທາງທະເລສາກົນໃໝ່” ຢ່າງໄວເທົ່າທີ່ຈະໄວໄດ້, ສ້າງແຖບພັດທະນາເສດຖະກິດໃນລ້ອງ LM ແລະຊຸກຍູ້ການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ລວງເລິກ.  ສາມ, ພວກເຮົາຕ້ອງຍຶດໝັ້ນໃນການຖືເອົານະວັດຕະກຳໃໝ່ເປັນສິ່ງນຳທາງ ເລັ່ງໃຫ້ເຫງົ້າພະລັງຂອງການພັດທະນາໃຫ້ເກີດຂຶ້ນຢ່າງວ່ອງໄວ. ສປ ຈີນ ຍິນດີແບ່ງປັນປະສົບການກັບບັນດາປະເທດຢູ່ລຽບຕາມລໍາແມ່ນໍ້າຂອງ ໃນການນຳໃຊ້ເຕັກໂນໂລຊີໃໝ່ ແລະ ການຄ້າເອເລັກໂຕຣນິກຂ້າມຊາດ ເພື່ອເລັ່ງຄວາມໄວໃນການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ. ສີ່, ພວກເຮົາຕ້ອງຍຶດໝັ້ນໃນການຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາ.  ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ເປັນຕົ້ນແມ່ນຢາວັກຊີນ, ການກໍ່ສ້າງໂຄງການແຫຼ່ງນໍ້າ, ການປົກປັກຮັກສາສິ່ງແວດລ້ອມ, ການຫຼຸດຜ່ອນຄວາມທຸກຍາກ ແລະໂຄງການອື່ນໆໃຫ້ເລິກເຊິ່ງທົ່ວເຖິງເປີດກວ້າງການຮ່ວມມືທາງດ້ານການສຶກສາ, ການທ່ອງທ່ຽວ, ວຽກງານຊາວໜຸ່ມ ແລະຂົງເຂດອື່ນໆ.

ໃນໂອກາດທີ່ປະເທດມຽນມາເປັນເຈົ້າພາບຮ່ວມຂອງການຮ່ວມມື LM, ທ່ານ U Myo Thant Pe ເອກອັກຄະລັດຖະທູດມຽນມາ ປະຈໍາ ສປ ຈີນ ຕາງໜ້າບັນດາທູຕານຸທູດຂອງປະເທດແມ່ນໍ້າຂອງ ໄດ້ກ່າວຄຳເຫັນ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ໜ້າເພິ່ງພໍໃຈຈາກກົນໄກການຮ່ວມມື LM, ທັງໄດ້ຍ້ອງຍໍຝ່າຍຈີນທີ່ໄດ້ດໍາລົງບົດບາດອັນສໍາຄັນໃນການຊຸກຍູ້ການຮ່ວມມື LM ແລະ ໄດ້ໃຫ້ການສະໜັບສະໜູນຕໍ່ການຮ່ວມມືດັ່ງກ່າວ. ທ່ານກ່າວວ່າ ທຸກໆປະເທດລຽບຕາມລໍາແມ່ນໍ້າຂອງຍິນດີຮ່ວມກັບຝ່າຍຈີນສືບຕໍ່ດໍາເນີນການຮ່ວມມືຢ່າງສະໜິດແໜ້ນ, ຊຸກຍູ້ການຮ່ວມມືໃນການສ້າງສາກົນໄກ, ລົງເລິກການຮ່ວມມືຕົວຈິງ ເພື່ອໃຫ້ເກີດຜົນປະໂຫຍດ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຫຼາຍຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວ, ທ່ານ ຫວັງອີ້ ຍັງໄດ້ພົບປະກັບທູຕານຸທູດຂອງ 5 ປະເທດແມ່ນໍ້າຂອງທີ່ປະຈໍາ ຢູ່ ສປ ຈີນ ແລະໄດ້ພ້ອມກັນໄປຢ້ຽມຊົມງານວາງສະແດງ ກ່ຽວກັບຜົນສໍາເລັດຂອງກອງທຶນສະເພາະກິດຂອງການຮ່ວມມື LM, ທັງໄດ້ປະກາດການຈໍາໜ່າຍໂພ້ສຄາດລະນຶກການຮ່ວມມື LM ຄົບຮອບ 5 ປີ.