ການເລີ່ມດໍາເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄົບຮອບ 5 ປີ, ການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ການຮ່ວມມືລະຫວ່າງມະຫາວິທະຍາໄລກັບອຳນາດການປົກຄອງທ້ອງຖິ່ນ ໄດ້ກາຍເປັນນາມບັດທີ່ສວຍງາມ

lmcchina.org, April 16, 2021
Size:

ປີນີ້ແມ່ນປີຄົບຮອບ 5 ປີ ແຫ່ງການສ້າງຕັ້ງກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM). ໃນ 5 ປີທີ່ຜ່ານມາ, ປະເທດຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມໄດ້ຮ່ວມແຮງຮ່ວມໃຈກັນ ແລະ ທຳຄວາມພະຍາຍາມຮ່ວມກັນ ໄດ້ເຮັດໃຫ້ການສຶກສາຊັ້ນສູງ ແລະ ການແລກປ່ຽນດ້ານວັດທະນະທຳກາຍເປັນອົງປະກອບ ແລະ ເນື້ອໃນສຳຄັນຂອງກົນໄກການຮ່ວມມື LM. ໃນວັນທີ 26 ມີນາ, ກອງປະຊຸມສົນທະນາ ວ່າດ້ວຍການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ການຮ່ວມມືລະຫວ່າງມະຫາວິທະຍາໄລກັບອຳນາດການປົກຄອງທ້ອງຖິ່ນຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງປະຖົມມະລືກໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລຟູຕ້ານ, ເຊິ່ງໃນພິທີດັ່ງກ່າວ, ໄດ້ເລີ່ມນຳໃຊ້ລະບົບ “ຊາວໜຸ່ມ LM ອອນລາຍ”.

ເວທີ “ຊາວໜຸ່ມ LM ອອນລາຍ” ແມ່ນເວທີສັງລວມທີ່ເຕົ້າໂຮມເອົາການແລກປ່ຽນຄຳຄິດຄຳເຫັນ, ການຮຽນອອນລາຍ ແລະ ການຈັດກິດຈະກໍາການແຂ່ງຂັນ. ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລຂອງ 6 ປະເທດ ສາມາດດຳເນີນການແລກປ່ຽນຄຳຄິດຄຳເຫັນ, ການຮຽນທາງອອນລາຍ, ເຂົ້າຮ່ວມການຝຶກອົບຮົມ ລວມທັງການຈັດງານແຂ່ງຂັນໂດຍຜ່ານເວທີທີ່ມີການຄົ້ນຄວ້າ ແລະ ການພັດທະນາດັ່ງກ່າວທັງໃນມືຖື ແລະ ຄອມພິວເຕີ.

ທ່ານ ຈີີ້ລິງເພິງ(Ji Lingping), ຮອງຫົວໜ້າຄະນະປະສານງານລະຫວ່າງຊາດ ຂອງ ກອງເລຂາ LMC ແຫ່ງ ສປ ຈີນ ເນັ້ນໜັກວ່າ ສູນການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ LM ໄດ້ສ້າງເປັນແບບຢ່າງທີ່ດີໃຫ້ແກ່ການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂອບການຮ່ວມມື LM, ຫວັງວ່າທຸກຝ່າຍສາມາດນຳໃຊ້ໂອກາດການຈັດກອງປະຊຸມສົນທະນາຄັ້ງນີ້ໃຫ້ດີ ເພື່ອເສີມຂະຫຍາຍທ່າແຮງຂອງກັນແລະກັນ, ຊຸກຍູ້ໃຫ້ພາລະກິດການແລກປ່ຽນລະຫວ່າງຊາວໜຸ່ມປະເທດ LM ກ້າວໄປສູ່ໄລຍະໃໝ່ຢ່າງບໍ່ຢຸດຢັ້ງ, ພ້ອມທັງປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຮັບໃຊ້ລວມຂອງການຮ່ວມມື LM.

ສູນການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ LM ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ກໍລະກົດ 2019, ເຊິ່ງເປັນເວທີສົນທະນາລະຫວ່າງຊາດ ພາຍໃຕ້ກົນໄກການຮ່ວມມື LM, ທີ່ຮັບການສ້າງຕັ້ງຂຶ້ນພາຍຫຼັງສູນການຮ່ວມມືຊັບພະຍາກອນນໍ້າ LM, ສູນການຮ່ວມມືສິ່ງແວດລ້ອມ LM ແລະ ສູນການຮ່ວມມືດ້ານກະສິກໍາ LM, ໂດຍມີເປົ້າໝາຍສຸມໃສ່ການສ້າງເວທີສາກົນທີ່ດຳເນີນການແລກປ່ຽນດ້ານວັດທະນະທຳ, ການພັດທະນາຂອງຊາວໜຸ່ມ ແລະ ການຮ່ວມມືດ້ານການສຶກສາຊັ້ນສູງພາຍໃນພາກພື້ນ, ເຊິ່ງຈະໄດ້ຮັບໃຊ້ການແລກປ່ຽນ ການຮ່ວມມື ແລະ ການພັດທະນາພ້ອມກັນຂອງໂຮງຮຽນຊັ້ນສູງ ແລະ ຊາວໜຸ່ມຂອງປະເທດຕ່າງໆຢູ່ລ້ອງ LM ຢ່າງຮອບດ້ານ.