ການຮ່ວມມື LM ຄົບຮອບ 5 ປີ: ແມ່ນໍ້າກວ້າງໃຫຍ່ສາຍດຽວກັນ ໄຫຼວຽນໄປສູ່ຄວາມຈະເລີນຮຸ່ງເຮືອງ

lmcchina.org, April 16, 2021
Size:

ໃນໄລຍະ 5 ປີທີ່ຜ່ານມາ, ການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ (LM)ເລີ່ມຈາກໄລຍະການບຸກເບີກຢ່າງໄວວາໄດ້ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງຮອບດ້ານ, ພ້ອມທັງໄດ້ຮັບໝາກຜົນທີ່ປະຈັກຕາເປັນຈໍານວນຫຼວງຫຼາຍ, ເຊິ່ງເປັນການເພີ່ມພູນຄູນສ້າງດ້ວຍ “ຢົດນໍ້າເປັນໃສ່ຍອດນໍ້າ” ໃຫ້ແກ່ການພັດທະນາໃນພາກພື້ນ.


ການປະສານງານດ້ານນະໂຍບາຍໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ

ແຂວງຢູນນານໄດ້ຮ່ວມກັບກະຊວງການຕ່າງປະເທດ ສປ ຈີນຈັດກອງປະຊຸມລັດຖະມົນຕີ ການຕ່າງປະເທດຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 1 ແລະ ຄັ້ງທີ 3 ຢູ່ທີ່ແຂວງຢູນນານ ໃນປີ 2015 ແລະ ປີ 2017 ຕາມລໍາດັບ;

ໃນເດືອນມິຖຸນາ 2017, ແຂວງຢູນນານໄດ້ສ້າງຕັ້ງ “ຫ້ອງການປະສານງານແຂວງຢູນນານຂອງກອງເລຂາການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຂອງຝ່າຍຈີນ”, ເຊິ່ງໄດ້ກາຍເປັນອົງການປະສານງານແຫ່ງທຳອິດຂອງຈີນ ແລະ ເປັນພຽງແຫ່ງດຽວທີ່ໄດ້ສ້າງຕັ້ງຂຶ້ນໃນຂັ້ນແຂວງເພື່ອຮັບໃຊ້ໃຫ້ແກ່ວຽກງານການຮ່ວມມື LM;

ໃນເດືອນມີນາ 2019, ຄະນະປະສານງານຮ່ວມມື ຢູນນານ - ກຳປູເຈຍໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເຊິ່ງໄດ້ກາຍເປັນຂີດໝາຍວ່າແຂວງຢູນນານໄດ້ສ້າງກົນໄກຮ່ວມມືສອງຝ່າຍກັບທຸກປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າຂອງ.




ການເຊື່ອມຈອດທາງດ້ານໂຄງລ່າງພື້ນຖານໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ

“ເສັ້ນທາງມຸ່ງໜ້າໄປສູ່ຫ້າປະເທດ” ຂອງແຂວງຢູນນານ ທີ່ຕັ້ງຢູ່ເຂດຂອງແຂວງຢູນນານໄດ້ສ້າງເປັນລະບົບທາງດ່ວນໂດຍພື້ນຖານແລ້ວ.  ທາງດ່ວນຈາກນະຄອນຫຼວງວຽງຈັນ ຫາ ວັງວຽງ ຂອງ ປະເທດລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວໃນເດືອນທັນວາ 2020. ເສັ້ນທາງລົດໄຟ ລາວ - ຈີນ ຈະສ້າງສໍາເລັດ ແລະ ເປີດນໍາໃຊ້ໃນທ້າຍປີນີ້; ທົ່ວແຂວງຢູນນານ ໄດ້ເປີດສາຍການບິນທັງໝົດ 40 ກວ່າສາຍທີ່ສາມາດເດີນທາງໄປສູ່ບັນດາປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າຂອງ.

 



ເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດໄດ້ຮັບການຂະຫຍາຍຕົວ

ໃນປີ 2020, ການຄ້າລະຫວ່າງແຂວງຢູນນານກັບບັນດາປະເທດຢູ່ລຽບຕາມລໍາແມ່ນໍ້າຂອງໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມູນຄ່າການນໍາເຂົ້າແລະສົ່ງອອກບັນລຸໄດ້ 16,04ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນໃນປີຜ່ານມາ.

 


LM ເນັ້ນການປົກປັກຮັກສາຊີວະພາບ

ໄດ້ສ້າງຕັ້ງ “ເຂດສະຫງວນຮ່ວມຂ້າມຊາຍແດນລະຫວ່າງກິ່ງແຂວງສິບສອງພັນນາ, ສປ ຈີນ ກັບ ສາມແຂວງພາກເໜືອ ຂອງ ສປປ ລາວ”, ເຊິ່ງມີເນື້ອທີ່ປະມານ 200.000 ເຮັກຕາ, ນອກຈາກນັ້ນ, ຍັງໄດ້ເຊັນສັນຍາຮ່ວມມືກັບ ສສ.ຫວຽດນາມກ່ຽວກັບການປົກປັກຮັກສາປ່າໄມ້, ສັດສາວາສິ່ງ ແລະ ພືດພັນຢູ່ຕາມຊາຍແດນ.




ປະຊາຊົນມີຄວາມເຂົ້າອົກເຂົ້າໃຈກັນ, ການຮ່ວມມື LM ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ

ໃນ 5 ປີທີ່ຜ່ານມາ, ສະມາຊິກຂອງພັນທະມິດການສຶກສາວິຊາຊີບ LM ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ກິດຈະກໍາຕ່າງໆ ເຊັ່ນ: ງານມະຫາກຳສິລະປະ ແລະ ວັດທະນະທໍາຂອງປະເທດຢູ່ລ້ອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ, ໂຄງການຝຶກອົບຮົມການຮ່ວມມືວິທະຍາໄລແມ່ຂອງ, ງານວາງສະແດງການຮ່ວມມື LM, “ກິດຈະກໍາສ້າງແສງສະຫວ່າງ”, “ການເຄື່ອນໄຫວຄວາມຮັກແພງ” ແລະກິດຈະກຳອື່ນໆໄດ້ດໍາເນີນໄປຢ່າງຟົດຟື້ນ. ແຂວງຢູນນານແລະບັນດາປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າຂອງໄດ້ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນເຊິ່ງໄດ້ອະທິບາຍຈຸດປະສົງແລະຄວາມໝາຍຂອງການເປັນປະຊາຄົມຮ່ວມຊະຕາກໍາຂອງປະເທດ LM ໂດຍຜ່ານພຶດຕິກໍາຕົວຈິງ.