ໄທ​ໄດ້​ປິດພະ​ບໍ​ລົມມະ​ຫາ​ລາ​ຊະ​ວັງທີ່​ບາງກອກ​ອີກ​ຄັ້ງ​ໃໝ່

CRI, April 16, 2021
Size:

ສຳນັກພະລາຊະວັງຂອງໄທໄດ້ອອກແຈ້ງການໃນວັນທີ 13 ເມສານີ້ວ່າ: ໄດ້ປິດສະຖານທີ່ທ່ອງທ່ຽວຂອງລາຊະສຳນັກແຫ່ງຕ່າງໆ ເຊັ່ນ: ພະບໍລົມມະຫາລາຊະວັງ ແລະ ວັດພະແກ້ວເປັນຕົ້ນ ນັບແຕ່ມື້ອອກແຈ້ງການເປັນຕົ້ນໄປ ຈົນກວ່າສະພາບການແຜ່ລະບາດຂອງພະຍາດຈະດີຂຶ້ນ.

ສະຖານທີ່ທ່ອງທ່ຽວຂອງລາຊະສຳນັກຂອງໄທໄດ້ປິດ ແລະ ເປີດຄືນໃໝ່ຫຼາຍເທື່ອໃນໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັ້ງຫຼ້າສຸດໄດ້ປິດໃນວັນທີ 4 ມັງກອນປີນີ້, ໃນໄລຍະນັ້ນຢູ່ໄທໄດ້ເກີດມີການແຜ່ລະບາດຂອງພະຍາດຮອບທີ 2 ແລະ ພາຍຫຼັງສາມາດຄວບຄຸມການແຜ່ລະບາດຂອງພະຍາດໄດ້ແລ້ວ ກໍໄດ້ເປີດບໍລິການຄືນໃໝ່ໃນວັນທີ 4 ມີນາຜ່ານມາ.

ວັນທີ 13 ເມສານີ້, ຢູ່ໄທມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 965 ກໍລະນີ ເຊິ່ງເປັນມື້ທີ 3 ຕິດຕໍ່ກັນທີ່ມີຜູ້ຕິດພະຍາດດັ່ງກ່າວເພີ່ມຂຶ້ນເກືອບ 1.000 ກໍລະນີ, ສ່ວນຢູ່ນະຄອນຫຼວງບາງກອກໄດ້ກາຍເປັນໃຈກາງຂອງການແຜ່ລະບາດຮອບໃໝ່ນີ້. ນັບແຕ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີກາຍເປັນຕົ້ນມາ, ທົ່ວປະເທດໄທ ໄດ້ມີຜູ້ເປັນພະຍາດມີທັງໝົດເຖິງ 34.575 ກໍລະນີ, ປິ່ນປົວໃຫ້ຫາຍດີແລ້ວ 28.288 ກໍລະນີ, ມີຜູ້ເສຍຊີວິດ 97 ຄົນ, ອັດຕາການຕາຍແມ່ນ 0,28%.