ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໄດ້​ແກ່​ຍາວ​ເວ​ລາ​ຫ້າມ​ສັນ​ຈອນ​ໃນ​ເວ​ລາ​ກາງ​ຄືນ​ອອກ​ໄປ​ອີກ​ຍ້ອນ​ພະ​ຍາດ​ໂຄວິດ-19

CRI, April 16, 2021
Size:

      ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເຂດຊຸມຊົນຮອບໃໝ່ທີ່ເກີດຂຶ້ນຢ່າງຮ້າຍແຮງ, ແຕ່ວັນທີ 1 ຫາວັນທີ 14 ເມສານີ້, ອຳນາດການປົກຄອງນະຄອນຫຼວງພະນົມເປັນຂອງກຳປູເຈຍໄດ້ປະຕິບັດມາດຕະການຫ້າມສັນຈອນໃນຍາມກາງຄືນເປັນເວລາສອງອາທິດ. ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢ່າງວ່ອງໄວ, ທ່ານຄວງສະເຣັງ ເຈົ້າຄອງນະຄອນຫຼວງພະນົມເປັນໄດ້ປະກາດວ່າ: ນະຄອນຫຼວງພະນົມເປັນຈະແກ່ຍາວເວລາຫ້າມສັນຈອນໃນຍາມກາງຄືນອອກໄປອີກແຕ່ວັນທີ 15 ຫາວັນທີ 28 ເມສານີ້.
 

      ໃນໄລຍະຫ້າມສັນຈອນໃນຍາມກາງຄືນ, ແຕ່ເວລາ 20 ໂມງຂອງແຕ່ລະມື້ຫາ 5 ໂມງເຊົ້າຂອງມື້ຖັດມາ, ລົດແລະຜູ້ຄົນທີ່ບໍ່ໄດ້ຮັບການອະນຸຍາດຈະຖືກຫ້າມສັນຈອນ. ຮ້ານກິນດື່ມທັງໝົດຈຳເປັນຕ້ອງຢຸດໃຫ້ບໍລິການ, ມີພຽງແຕ່ສາມາດໃຫ້ບໍລິການແບບຂາຍສົ່ງໄດ້ເທົ່ານັ້ນ. ທ່ານ ຄວງສະເຣັງ ກ່າວເນັ້ນວ່າ: ຜູ້ທີ່ລະເມີດຂໍ້ກຳນົດຫ້າມສັນຈອນໃນຍາມກາງຄືນໃດໆລ້ວນແຕ່ຈະຖືກລົງໂທດຕາມກົດໝາຍຢ່າງໜັກໜ່ວງ.
 

ມາຮອດວັນທີ 14 ເມສານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ກຳປູເຈຍລວມທັງໝົດມີ 4.874 ກໍລະນີ, ຜູ້ທີ່ໄດ້ຮັບການປິ່ນປົວໃຫ້ຫາຍດີແລະອອກໂຮງໝໍແລ້ວມີເຖິງ 2.290 ກໍລະນີ, ແຕ່ມີຜູ້ເສຍຊີວິດທັງໝົດ 35 ຄົນ.