ໃນ 2 ເດືອນ​ຕົ້ນ​ປີ​ນີ້​ມູນ​ຄ່າ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ໄທ​ເພີ່ມ​ຂຶ້ນ 107% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

CRI, April 15, 2021
Size:

ວັນທີ 13 ເມສານີ້, ທ່ານນາງອໍລະມົນ ຊັບທະວີທຳ ຫົວໜ້າກົມເຈລະຈາການຄ້າສາກົນຂອງກະຊວງການຄ້າໄທກ່າວວ່າ: ໃນ 2 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກໝາກໄມ້ຂອງໄທໄດ້ບັນລຸເຖິງ 461 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 107%, ຈີນແລະອາຊຽນແມ່ນຕະຫຼາດສົ່ງອອກໝາກໄມ້ໃຫຍ່ທີ່ສຸດຂອງໄທ.

ທ່ານນາງອໍລະມົນ ຊັບທະວີທຳຍັງ ກ່າວວ່າ: ພາຍໃຕ້ສະພາບການທີ່ເສດຖະກິດໂລກໄດ້ຮັບຜົນສະທ້ອນຈາກການແຜ່ລະບາດຂອງພະຍາດໂຄວິດ-19, ມູນຄ່າການສົ່ງອອກໝາກໄມ້ຂອງໄທພັດໄດ້ເພີ່ມຂຶ້ນ, ນີ້ຍ້ອນວ່າໄດ້ຮັບໄດ້ຜົນປະໂຫຍດຈາກການເຊັນສັນຍາການຄ້າເສລີຂອງໄທກັບ 18 ປະເທດແລະເຂດແຄວ້ນລວມທັງປະເທດຈີນ, ໝາກໄມ້ຂອງໄທສົ່ງອອກໄປໃຫ້ປະເທດເຫຼົ່ານີ້ໂດຍປອດພາສີ. ນອກນັ້ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ທີ່ລົງນາມໃນເດືອນພະຈິກປີກາຍນີ້ກໍຈະຊຸກຍູ້ໃຫ້ການສົ່ງອອກໝາກໄມ້ຂອງໄທເພີ່ມຂຶ້ນຕື່ມອີກ.