ສປປ ລາວ ພົບຜູ້ຕິດເຊື້ອເພີ່ມ 1 ຄົນ

CRI, April 15, 2021
Size:

    ໃນວັນທີ 14 ເມສາ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການເຝົ້າລະວັງ, ຄວບຄຸມ ປ້ອງກັນ ແລະແກ້ໄຂ ພະຍາດໂຄວິດ-19 ໃນ ສປປ ລາວວ່າ: ໃນວັນທີ 13 ເມສາ 2021 ແມ່ນກວດພົບຜູ້ຕິດເຊື້ອ 1 ກໍລະນີ, ເຊິ່ງເປັນຜູ້ຕິດເຊື້ອໃໝ່,  ນໍ້າເບີ 53 ເປັນເພດຍິງ ອາຍຸ 25 ປີ ສັນຊາດລາວ ອາຊີບຂາຍອາຫານຕາມສັ່ງ ຢູ່ຫົວລຳໂພງ ປະເທດໄທ, ຜູ້ກ່ຽວເດີນທາງເຂົ້າມາລາວໃນວັນທີ 8 ເມສາ ຜ່ານດ່ານວັງເຕົ່າຊ່ອງເມັກ ແຂວງຈຳປາສັກ ແລະຜູ້ກ່ຽວໄດ້ຖືກກັກຕົວຢູ່ສູນຈຳກັດບໍລິເວນ, ເຊິ່ງມາຮອດວັນທີ 13 ເມສາ 2021 ໄດ້ເກັບຕົວຢ່າງໄປກວດພົບວ່າ ຜູ້ກ່ຽວມີເຊື້ອໂຄວິດ-19. ຫຼັງຈາກກວດພົບເຊື້ອທາງທີມແພດກໍ່ໄດ້ລົງເກັບຕົວຢ່າງອີກ 18 ຄົນທີ່ນອນຢູ່ຫ້ອງດຽວກັນກັບຜູ້ຕິດເຊື້ອທີ່ສູນຈຳກັດບໍລິເວນແຕ່ບໍ່ພົບເຊື້ອ ແລະສືບຕໍ່ໃຫ້ພວກກ່ຽວກັກຕົວ.

    ປະຈຸບັນມີຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ, ໃນນັ້ນຢູ່ນະຄອນຫຼວງວຽງຈັນ 3 ຄົນ ແລະຢູ່ຈຳປາສັກ 1 ຄົນ.