ສອງ​ມື້​ທຳ​ອິດໃນ “7 ວັນ​ອັນ​ຕະ​ລາຍ” ​ຂອງ​ບຸນ​ສົງ​ການ​ໄທ​​ມີ​ຜູ້​ເສຍ​ຊີ​ວິດ 56 ຄົນ​ຍ້ອນ​ອຸ​ບັດ​ຕິ​ເຫດ​ທາງ​ຖະ​ໜົນ

CRI, April 14, 2021
Size:

      ກະຊວງພາຍໃນໄທກ່າວໃນວັນທີ 12 ເມສານີ້ວ່າ:  ໃນວັນທີ 10 ແລະວັນທີ 11 ເມສານີ້, ຄືເປັນສອງມື້ທຳອິດໃນ “7 ວັນອັນຕະລາຍ” ຂອງບຸນສົງການຫຼືບຸນຫົດນ້ຳໃນປີນີ້, ຢູ່ທົ່ວປະເທດໄທໄດ້ເກີດອຸບັດຕິເຫດທາງທ້ອງຖະໜົນທັງໝົດ 705 ລາຍ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 56 ຄົນແລະ ບາດເຈັບ 729 ຄົນ.
 

      ເຈົ້າໜ້າທີ່ກະຊວງດັ່ງກ່າວກ່າວວ່າ: ໃນອຸບັດເຫດທາງທ້ອງຖະໜົນ 357 ລາຍທີ່ເກີດຂຶ້ນຢູ່ທົ່ວປະເທດໃນວັນທີ 11 ເມສານີ້, ໄດ້ເຮັດໃຫ້ 30 ຄົນເສຍຊີວິດແລະ 374 ຄົນບາດເຈັບ. ໃນນັ້ນ,ສາເຫດທີ່ສຳຄັນທີ່ສຸດທີ່ພາໃຫ້ເກີດອຸບັດເຫດແມ່ນການຂັບລົດດ້ວຍຄວາມໄວສູງເກີນກຳນົດ,ກວມ 34,45%; ຖັດມາແມ່ນດື່ມເຫຼົ້າແລ້ວຂັບ,ກວມ 24,37%. ພາຫະນະທີ່ເກີດອຸບັດເຫດຫຼາຍທີ່ສຸດແມ່ນລົດຈັກ,ກວມປະມານ 87% ໃນຈຳນວນອຸບັດເຫດທັງໝົດ.
 

      ໄທແມ່ນໜຶ່ງໃນປະເທດທີ່ມີອັດຕາການເສຍຊີວິດຍ້ອນອຸບັດເຫດທາງທ້ອງຖະໜົນຢູ່ໃນແຖວໜ້າຂອງໂລກ ໂດຍສະເພາະແມ່ນໃນໄລຍະບຸນສົງການເຊິ່ງໄດ້ພັກໄລຍະຍາວແລະບຸນປີໃໝ່ສາກົນຂອງແຕ່ລະປີແຮ່ງແມ່ນໄລຍະທີ່ເກີດອຸບັດເຫດທາງທ້ອງຖະໜົນຫຼາຍທີ່ສຸດ.