ເຊື້ອ​ພະ​ຍາ​ດ​ໂຄວິດ-19ທີ່​ເກີດ​ຂຶ້ນ​ຢູ່​ສະ​ຖານ​ທີ່​ບັນ​ເທີງ​ຂອງ​ນະ​ຄອນຫຼວງ​ບາງກອກ​ໄດ້​ແຜ່​ລະ​ບາດ​ຢູ່ 62ຈັງ​ຫວັດ​ຂອງ​ໄທ

CRI, April 13, 2021
Size:

ວັນທີ 10 ເມສານີ້, ສູນຄຸ້ມຄອງພະຍາດໂຄວິດ-19ຂອງລັດຖະບານໄທແຈ້ງໃຫ້ຮູ້ວ່າ, ມື້ດຽວກັນ, ຢູ່ໄທມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃໝ່ 789 ຄົນ. ມື້ດຽວກັນ, ຫົວໜ້າກົມຄວບຄຸມພະຍາດຂອງກະຊວງສາທາລະນະສຸກໄທກ່າວວ່າ, ການແຜ່ລະບາດຂອງພະຍາດຄັ້ງນີ້ມີຄວາມຮຸນແຮງຫຼາຍກວ່າທຸກຄັ້ງທີ່ຜ່ານມາ, ເລີ່ມແຕ່ວັນທີ 1 ເມສານີ້ຮອດປະຈຸບັນໄດ້ມີເກືອບ 3000 ຄົນຕິດເຊື້ອພະຍາດ, ໃນ 3 ມື້ທີ່ຜ່ານມາ, ພະຍາດໄດ້ແຜ່ລະບາດໄປສູ່ 62 ຈັງຫວັດໃນ77 ຈັງຫວັດຂອງທົ່ວປະເທດໄທ. ຫຼັງຈາກການຄົ້ນຄວ້າສືບຫາແຫຼ່ງການແຜ່ລະບາດ ແມ່ນແຜ່ລະບາດອອກຈາກສະຖານທີ່ບັນເທີງຂອງນະຄອນຫຼວງບາງກອກ.

ນະຄອນຫຼວງບາງກອກແມ່ນແຫຼ່ງເກີດການລະເບີດ ແລະ ມີຄວາມຮຸນແຮງທີ່ສຸດໃນການແຜ່ລະບາດຂອງພະຍາດຄັ້ງນີ້, ໄດ້ມີຫຼາຍກວ່າ 1000 ຄົນຕິດເຊື້ອພະຍາດ, ເຊິ່ງຜູ້ຕິດເຊື້ອແຈກຢາຍໃນທຸກຂະແໜງການ. ປະຈຸບັນ ລັດຖະບານໄທໄດ້ອອກຄຳສັ່ງຍົກເລີກກິດຈະກຳທາງການທັງໝົດຂອງການສະຫຼອງບຸນສົງການ, ສະຖານທີ່ບັນເທີງຂອງ 41 ຈັງຫວັດໃນທົ່ວປະເທດຢ່າງໜ້ອຍຕ້ອງປິດ 14 ວັນ, ໃນທົ່ວປະເທດໄທມີ 28 ຈັງຫວັດກຳນົດວ່າ ຜູ້ທີ່ມາຈາກເຂດທີ່ມີຄວາມສ່ຽງສູງຕ້ອງກັກບໍລິເວນ 14 ວັນ, ແຕ່ບໍ່ໄດ້ເກືອດຫ້າມການເດີນທາງຂ້າມຈັງຫວັດ.