ກະຊວງສາທາລະນະສຸກກຳປູເຈຍເປີດເຜີຍໃນວັນທີ 9 ເມສານີ້ວ່າ: ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຂອງກຳປູເຈຍໄດ້ເພີ່ມໃໝ່ 576 ກໍລະນີ, ໄດ້ສ້າງສະຖິຕິໃໝ່ທີ່ຜູ້ຖືກບົ່ງມະຕິເພີ່ມໃໝ່ຕໍ່ມື້ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.
ຂ່າວແຈ້ງວ່າ, ຜູ້ຖືກບົ່ງມະຕິທີ່ເພີ່ມໃໝ່ລ້ວນແຕ່ແມ່ນຕິດເຊື້ອພະຍາດຢູ່ເຂດຊຸມຊົນ, ໃນນັ້ນມີ 544 ກໍລະນີໄດ້ຕິດເຊື້ອພະຍາດຢູ່ນະຄອນຫຼວງພະນົມເປັນ. ຍ້ອນວ່າພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວ, ລັດຖະບານກຳປູເຈຍໄດ້ດັດສ້າງໂຮງຮຽນຫຼາຍແຫ່ງໂດຍດ່ວນ, ເພື່ອຮັບຮອງແລະປິ່ນປົວຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19.
ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ກຳປູເຈຍໄດ້ປິດສະຖານທີ່ສາທາລະນະຕ່າງໆໃນທົ່ວປະເທດເຊັ່ນ: ໂຮງຮຽນ, ສະໜາມກິລາ, ຫໍພິພິດທະພັນ, ໂຮງຮູບເງົາແລະອື່ນໆ, ເລີ່ມແຕ່ວັນທີ 7 ເມສາຫາວັນທີ 20 ເມສາ, ຫ້າມບໍ່ໃຫ້ບຸກຄົນຕ່າງໆເດີນທາງໄປຕ່າງແຂວງ. ເລີ່ມແຕ່ວັນທີ 1 ເມສານີ້ເປັນຕົ້ນມາ, ນະຄອນຫຼວງພະນົມເປັນຂອງກຳປູເຈຍເລີ່ມຈຳກັດການສັນຈອນໃນຍາມກາງຄືນທີ່ເປັນເວລາ 2 ອາທິດ, ເວລາຈຳກັດການສັນຈອນໃນຍາມກາງຄືນແມ່ນເລີ່ມແຕ່ 20 ໂມງຫາ 5 ໂມງຂອງມື້ລຸນມາ.