ໄທ​ປະ​ກາດ​ໂຈະ​ການ​ບໍ​ລິ​ການ​ຂອງ​ຮ້ານ​ບັນ​ເທີງ​ໃນ 41 ແຂວງ​ເປັນ​ເວ​ລາ 2 ອາ​ທິດ

CRI, April 12, 2021
Size:

ວັນທີ 9 ເມສານີ້, ທ່ານປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເປັນປະທານຈັດກອງປະຊຸມສູນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະຕົກລົງວ່າ: ໂຈະການບໍລິການຂອງຮ້ານບັນເທີງໃນ 41 ແຂວງໃນທົ່ວປະເທດໄທຢ່າງໜ້ອຍ 14 ວັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ຂໍ້ຕົກລົງດັ່ງກ່າວເລີ່ມປະຕິບັດແຕ່ສູນໂມງຂອງວັນທີ 10 ເມສານີ້ເປັນຕົ້ນໄປ, ຮ້ານບັນເທີງເຫຼົ່ານີ້ລວມທັງບາເຫຼົ້າ, ກາຣາໂອເຄ, ຮ້ານນວດ ເຊິ່ງຮ້ານເຫຼົ່ານີ້ຈຳເປັນຕ້ອງໂຈະການບໍລິການຊົ່ວຄາວໂດຍບໍ່ມີເງື່ອນໄຂ. ນອກນີ້, ຖ້າສະຖານທີ່ແຫ່ງອື່ນໆປາກົດມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19, ກໍຕ້ອງໂຈະການບໍລິການເປັນເວລາ 14 ວັນເຊັ່ນກັນ.

ຫຼາຍມື້ມໍ່ໆມານີ້, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເລີ່ມຈາກຮ້ານບັນເທີງໃນນະຄອນຫຼວງບາງກອກ ແລະ ເຂດອ້ອມຂ້າງໄດ້ແຜ່ລະບາດຢ່າງໜັກໜ່ວງ ແລະ ໄດ້ແຜ່ລະບາດໄປເຖິງ 40 ກວ່າແຂວງໃນປະເທດໄທແລ້ວ. ຜູ້ຊ່ຽວຊານທາງການແພດທ້ອງຖິ່ນກ່າວວ່າ: ເຊື້ອພະຍາດທີ່ແຜ່ລະບາດໃນຮ້ານບັນເທີງເທື່ອນີ້ເປັນເຊື້ອພະຍາດສາຍພັນໃໝ່ທີ່ພົບເຫັນຢູ່ອັງກິດ ແລະ ແຜ່ລະບາດໄດ້ໄວຫຼາຍ.