ງານແຂ່ງຂັນປາຖະກະຖາໃນ “ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ສິ້ນສຸດລົງຢ່າງຈົບງາມ

lmcchina.org, April 12, 2021
Size:

ເນື່ອງໃນໂອກາດວັນສ້າງຕັ້ງກົນໄກການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຄົບຮອບ 5 ປີ, ງານແຂ່ງຂັນປາຖະກະຖາຮອບຊີງຊະນະເລີດຂອງ “ສັບປະດາ LM” ຄັ້ງທີ 2 ມະຫາວິທະ ຍາໄລຊົນເຜົ່າຢູນນານ ໄດ້ເປີດສາກຢ່າງເປັນທາງການ. ໃນງານແຂ່ງຂັນດັ່ງກ່າວ, ຜູ້ເຂົ້າແຂ່ງຂັນໄດ້ແບ່ງອອກເປັນຫົກກຸ່ມ ຄື ກຸ່ມພາສາຈີນ, ພາສາຫວຽດນາມ, ພາສາມຽນມາ, ພາສາລາວ, ພາສາໄທ ແລະ ພາສາກໍາປູເຈຍ ເຊິ່ງຜູ້ເຂົ້າແຂ່ງຂັນຕ້ອງໄດ້ປາຖະກະຖາພາຍໃຕ້ຫົວຂໍ້ LM ໃນດວງໃຈຂອງຂ້ອຍ. ບັນດາກໍາມະການທີ່ເປັນອາຈານ ແລະ ນັກສຶກສາຈາກສາຂາວິຊາທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນບ່າຍຂອງວັນທີ 19 ມີນາ 2021, ການແຂ່ງຂັນໄດ້ເລີ່ມດຳເນີນໃນຫ້າກຸ່ມ ເຊິ່ງລວມມີກຸ່ມພາສາໄທ, ພາສາລາວ, ພາສາຫວຽດນາມ, ພາສາມຽນມາ ແລະ ພາສາກຳປູເຈຍ. ບັນດາຜູ້ເຂົ້າແຂ່ງຂັນລ້ວນແຕ່ຕ້ອງໄດ້ແນະນຳ LM ໃນດວງໃຈຂອງຕົນອອກມາຢ່າງເຕັມທີ່ໂດຍປິ່ນອ້ອມຫົວຂໍ້ທີ່ກຳນົດໄວ້ ແລະ ຜ່ານການກ່າວສະແດງອາລົມຄວາມຮູ້ສຶກທີ່ແທ້ຈິງດ້ວຍທ່າທາງທະນົງໃຈ. ໃນເວລາປາຖະກະຖານັ້ນ, ບັນດາຜູ້ເຂົ້າແຂ່ງຂັນໄດ້ໃຊ້ຈັງຫວະນໍ້າສຽງຂຶ້ນລົງ ແລະເຜີຍມົນສະເໜ່ວາທະອັນເປັນເອກະລັກຂອງໃຜລາວ ຈົນໄດ້ຮັບຄວາມຊື່ນຊົມ ແລະ ສຽງຕົບມືຈາກຜູ້ຊົມຢ່າງຟົດຟື້ນ.



ສ່ວນກຸ່ມພາສາຈີນແມ່ນດໍາເນີນການແຂ່ງຂັນຢູ່ໂຮງສະຕູດິໂອ(Studio) ໃນເວລາ 17:30 ຂອງມື້ດຽວກັນ. ຜູ້ເຂົ້າແຂ່ງຂັນບາງຄົນໃສ່ຊຸດຈີນ, ບາງຄົນກໍໃສ່ຊຸດຊົນເຜົ່າສ່ວນໜ້ອຍ ເຊັ່ນ ຊຸດເຜົ່າລື້, ຊຸດເຜົ່າປາຍ ເປັນຕົ້ນ. ໜ້າຈໍໃຫຍ່ເທິງເວທີບໍ່ພຽງແຕ່ມີການເປີດສະແດງທິວທັດອັນກວ້າງໃຫຍ່ຂອງແມ່ນ້ຳຂອງທີ່ເບິ່ງຈາກທາງເທິງເທົ່ານັ້ນ ແຕ່ຍັງມີພາບທີ່ສະແດງເຖິງການດຳລົງຊີວິດຂອງຜູ້ຄົນທີ່ອາໄສຢູ່ລຽບຕາມລຳແມ່ນ້ຳຂອງຢ່າງກົມກຽວປອງດອງກັນ, ທັງມີພາບທິວທັດພູຂຽວນ້ຳໃສທີ່ສວຍງາມອີກ. ນອກຈາກນີ້ແລ້ວ, ຍັງມີດົນຕີປະກອບ ແລະ ມີການກ່າວບັນຍາຍຂອງຜູ້ເຂົ້າແຂ່ງຂັນທີ່ດີເດັ່ນ ເຊິ່ງໄດ້ເປັນການພັນລະນາພາບອັນສວຍງາມທີ່ສະຫງົບສຸກຢູ່ລຽບຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງພາຍໃຕ້ການຮ່ວມມື LM ໃຫ້ແກ່ຜູ້ຊົມ.   

ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນໂດຍປິ່ນອ້ອມຫົວຂໍ້ “ການຮ່ວມມື LMລະ ທັດສະນະຄະຕິ “ດື່ມນໍ້າໃນແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍາດຽວກັນຢ່າງໝັ້ນໝາຍ” ໄດ້ເຂົ້າສູ່ຫົວໃຈຂອງຜູ້ຄົນຢ່າງເລິກເຊິ່ງ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການແລກປ່ຽນທີ່ເຕັມໄປດ້ວຍມິດໄມຕີຂອງໄວໜຸ່ມລະຫວ່າງປະເທດທີ່ຢູ່ລຽມຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຮັດໃຫ້ມິດຕະພາບມີຄວາມໜັກແໜ້ນເລິກເຊິ່ງຂຶ້ນ ແລະ ເພີ່ມທະວີຄວາມເຂົ້າໃຈຂອງນັກສຶກສາທີ່ມີຕໍ່ກັບກົນໄກການຮ່ວມມື LM ຂຶ້ນຕື່ມ.