ການຮ່ວມມືດ້ານກະສິກໍາ ພາຍໃຕ້ຂອບແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ: 5 ປີ ແຫ່ງການທຸ່ມເທເຫື່ອແຮງ

lmcchina.org, April 12, 2021
Size:

ປີນີ້ແມ່ນການສ້າງຕັ້ງຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຄົບຮອບ 5 ປີ, ຂະແໜງການກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ແມ່ນໜຶ່ງໃນຫ້າຂົງເຂດບູລິມະສິດຂອງການຮ່ວມມື LM. ອະນຸພາກພື້ນ LM ມີທ່າແຮງດ້ານພູມສາດ ແລະ ດິນຟ້າອາກາດ ແລະ ມີຊັບພະຍາກອນທາງທໍາມະຊາດອັນອຸດົມສົມບູນ. 6 ປະເທດມີຄວາມມຸ່ງມາດປາຖະໜາອັນແຮງກ້າໃນການຮ່ວມມືເພື່ອແກ້ໄຂບັນຫາຄວາມທຸກຍາກ ແລະ ຄວາມອຶດຫິວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ, ຍົກສູງຄວາມສາມາດດ້ານການຜະລິດກະສິກໍາ ແລະ ຊຸກຍູ້ການພັດທະນາແບບຍືນຍົງໃນຊົນນະບົດ ເຊິ່ງສາມາດເວົ້າໄດ້ວ່າ ມີຄວາມຕ້ອງການດ້ານການຮ່ວມມືຢ່າງຫຼວງຫຼາຍ. ພາຍໃຕ້ກົນໄກການຮ່ວມມື LM , 6 ປະເທດແມ່ນມີຂົງເຂດ ແລະ ອະນາຄົດການຮ່ວມມືທີ່ກວ້າງຂວາງ.

ກົນໄກຂອງການຮ່ວມມືໄດ້ຮັບການບູລະນະດີຂຶ້ນກວ່າເກົ່າ. ປີ 2017, ໜ່ວຍງານວິຊາການຮ່ວມດ້ານກະສິກໍາຂອງການຮ່ວມມື LM ໄດ້ຮັບການສ້າງຕັ້ງຂຶ້ນ, ເຊິ່ງໄດ້ເສີມຂະຫຍາຍບົດບາດຂອງການປະສານງານໃນການຊຸກຍູ້ການແລກປ່ຽນນະໂຍບາຍ ແລະ ການເຊື່ອມຕໍ່ທາງດ້ານຍຸດທະສາດຂອງການຮ່ວມມືໃນຂົງເຂດກະສິກໍາລະຫວ່າງ 6 ປະເທດ. ເດືອນມັງກອນ  2019, ສູນການຮ່ວມມືດ້ານກະສິກໍາ LM ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ສູນດັ່ງກ່າວນີ້ແມ່ນຖືເອົາການຮັບໃຊ້ການພັດທະນາແບບຍືນຍົງດ້ານກະສິກໍາຂອງອະນຸພາກພື້ນເປັນເປົ້າໝາຍ, ເສີມຂະຫຍາຍບົດບາດຂອງອົງການປະສານງານ ແລະ ສະໜັບສະໜູນທີ່ມີລັກສະນະພາກພື້ນ, ຊຸກຍູ້ການຮ່ວມມືຢ່າງເປັນຮູບປະທໍາໃນຂົງເຂດກະສິກໍາ.

ການອອກແບບລະດັບສູງສຸດໄດ້ສໍາເລັດໃນຂັ້ນພື້ນຖານ. ເດືອນມັງກອນ 2021, ກະຊວງກະສິກໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ 6 ປະເທດ LM ໄດ້ຮັບຮອງຜ່ານ ແຜນປະຕິບັດງານ 3 ປີວ່າດ້ວຍການຮ່ວມມືດ້ານກະສິກໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (2020-2022) ເຊິ່ງເປັນຂິີດໝາຍສໍາຄັນໜຶ່ງທີ່ສະແດງໃຫ້ເຫັນວ່າ 6 ປະເທດຈະເພີ່ມທະວີການຮ່ວມມືໃນການປຶກສາຫາລືດ້ານນະໂຍບາຍກະສິກໍາ, ການພັດທະນາຂະແໜງການກະສິກໍາ, ການຄ້າຜະລິດຕະພັນກະສິກໍາ ແລະ ການຮ່ວມມືດ້ານການລົງທຶນຂອງພາກເອກະຊົນກະສິກໍາ, ການສ້າງຂີດຄວາມສາມາດ ແລະ ການແບ່ງປັນຄວາມຮູ້ ແລະ ຂົງເຂດ ອື່ນໆທີ່ເປັນບຸລິມະສິດ ເພື່ອຍົກສູງລະດັບການພັດທະນາດ້ານກະສິກໍາຂອງບັນດາປະເທດສະມາຊິກ.

ການແລກປ່ຽນດ້ານເຕັກໂນໂລຊີ ນໍາເອົາຜົນປະໂຫຍດໃຫ້ແກ່ທຸກຝ່າຍ. ໂດຍນໍາໃຊ້ສະຖານີທົດລອງແນວພັນພືດພັນທັນຍາຫານດີເດັ່ນ, ສວນສາທິດກະສິກໍາ ແລະ ຫຼາຍເວທີອື່ນໆ, ບັນດາປະເທດສະມາຊິກໄດ້ດຳເນີນການໂຄສະນາເຜີຍແຜ່ແນວພັນດີ ແລະ ເຕັກໂນໂລຊີສາທິດ, ຊຸກຍູ້ເຮັດໃຫ້ປະລິ ມານການຜະລິດທາງກະສິກໍາໃນທ້ອງຖິ່ນ ແລະ ລາຍຮັບຂອງປະຊາຊົນມີການເພີ່ມຂຶ້ນຫຼາຍ; ໄດ້ຈັດຕັ້ງການຝຶກອົບຮົມ ແລະ ການແລກປ່ຽນໃນຂົງເຂດຕ່າງໆ ເຊັ່ນ ການບໍາລຸງສ້າງບຸກຄະລາກອນກະສິກໍາເຂດຮ້ອນ, ການປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ, ອາຍເມຕານ, ການຄວບຄຸມຄວາມສ່ຽງຈາກຢາຂ້າສັດຕູພືດ ແລະ ຂົງເຂດອື່ນໆ ເພື່ອແບ່ງປັນປະສົບການ, ບົດຮຽນ ແລະ ຄວາມຮູ້ກ່ຽວກັບການພັດທະນາກະສິກໍາໃຫ້ແກ່ບັນດາປະເທດ.

ໂຄງການ “LM ທີ່ ອຸດົມສົມບູນ ເຊິ່ງຈັດເປັນກຸ່ມ ແລະ ລວມສູນ ໄດ້ຮັບການຊຸກຍູ້ກ້າວເດີນໄປຢ່າງໝັ້ນທ່ຽງ. ພາຍໃຕ້ການສະໜັບສະໜູນຂອງກອງທຶນສະເພາະກິດຂອງການຮ່ວມມື LM, 6 ປະເທດໄດ້ດໍາເນີນໂຄງການຮ່ວມມືດ້ານກະສິກໍາຫຼາຍຮ້ອຍໂຄງການທີ່ຕິດພັນກັບຫຼາຍຂົງເຂດ ເຊັ່ນ: ການປູກເຂົ້າ, ຢາງພາລາ, ໝາກໄມ້, ຜັກ ແລະ ເຄື່ອງປູກຝັງອື່ນໆ, ການປ້ອງກັນ ແລະ ຂ້າສັດຕູພືດ, ການລ້ຽງ ສັດ, ການບໍາລຸງ ແລະ ປົກປັກຮັກສາສະພາບນິເວດການປະມົງ, ການປຸງແຕ່ງຜະລິດຕະພັນກະສິກໍາ, ການຊຸກຍູ້ການຄ້າ, ການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກ, ການສ້າງຂີດຄວາມສາມາດ ເປັນຕົ້ນ ເຊິ່ງລ້ວນແຕ່ໄດ້ຮັບໝາກຜົນອັນອຸດົມສົມບູນ.

ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນຂົງເຂດກະສິກໍາໄດ້ເຕີບໃຫຍ່ຂະຫຍາຍຕົວທ່າມກາງສະພາບການເສດຖະກິດຊຸດໂຊມລົງ. ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ຍອດມູນຄ່າການຄ້າດ້ານຜະລິດຕະພັນກະສິກໍາລະຫວ່າງປະເທດຈີນ ກັບ 5 ປະເທດແມ່ນໍ້າຂອງໃນປີ 2020 ໄດ້ບັນລຸ 23,75 ຕື້ໂດລາສະຫະລັດ, ເຊິ່ງໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນໃນຜ່ານມາ, ໃນນັ້ນ ຍອດມູນຄ່າການນໍາເຂົ້າ ບັນລຸ 13,08 ຕື້ໂດລາສະຫະລັດ ແລະ ຍອດມູນຄ່າການສົ່ງອອກບັນລຸ 10,66 ຕື້ໂດລາສະຫະລັດ ໂດຍເພີ່ມຂຶ້ນ 16,5% ແລະ 7% ຖ້າທຽບໃສ່ໄລຍະດຽວກັນ.

ໃນເວລາສະຫຼຸບປະສົບການ ແລະ ປະສິດທິຜົນດ້ານຕ່າງໆຂອງວຽກງານໃນໄລຍຜ່ານມາ, ພວກເຮົາເຫັນວ່າ ການຮ່ວມມືດ້ານກະສິກໍາໃນຂອບ LM ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ, ເຊິ່ງທຸກຝ່າຍຈໍາເປັນຕ້ອງເພີ່ມທະວີການຮ່ວມມືກັນຕື່ມອີກ ແລະ ສືບຕໍ່ຍົກສູງລະດັບການຮ່ວມມືຢ່າງບໍ່ຢຸດຢັ້ງ.

 

ແຫຼ່ງຂ່າວ: ກອງເລຂາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແຫ່ງ ສປ ຈີນ