ຈີນ​ລາວ​ຮ່ວມ​ກັນ​ປ້ອງ​ກັນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ສະ​ແດງ​ໃຫ້​ເຫັນຄວາມຮັກ​ແພງ​ທີ່​ຈິງ​ໃຈ​​ລະ​ຫວ່າງ​ສອງ​ປະ​ເທດ

CRI, April 9, 2021
Size:

ຈີນລາວຮ່ວມກັນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ສະແດງໃຫ້ເຫັນຄວາມຮັກແພງທີ່ຈິງໃຈລະຫວ່າງສອງປະເທດ_fororder_111


ຫວ່າງມໍ່ໆມານີ້, ວັກຊີນປ້ອງກັນພະຍາດໂຄວິດ-19 ງວດທີສອງທີ່ລັດຖະບານແລະກອງທັບຈີນຊ່ວຍເຫຼືອລ້າໃຫ້ປະເທດລາວໄດ້ສົ່ງໄປເຖິງນະຄອນຫຼວງວຽງຈັນ ສປປ ລາວ. ໃນພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19ດັ່ງກ່າວ, ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວກ່າວວ່າ: ຈີນໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະເທດລາວສອງງວດໃນເດືອນດຽວ, ນີ້ແມ່ນພຶດຕິກຳສຳຄັນທີ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ທັງເປັນການສະໜັບສະໜູນຢ່າງແຂງແຮງຕໍ່ລັດຖະບານລາວຊຸດໃໝ່. ວັກຊີນປ້ອງກັນພະຍາດໂຄວິດ-19 ສອງງວດນີ້ຈະຊຸກຍູ້ໃຫ້ການຮ່ວມມືປ້ອງກັນພະຍາດໂຄວິດ-19 ລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່.
 

ຈີນລາວຮ່ວມກັນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ສະແດງໃຫ້ເຫັນຄວາມຮັກແພງທີ່ຈິງໃຈລະຫວ່າງສອງປະເທດ_fororder_222


ຈີນລາວຮ່ວມກັນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ສະແດງໃຫ້ເຫັນຄວາມຮັກແພງທີ່ຈິງໃຈລະຫວ່າງສອງປະເທດ_fororder_333


ວັດຊີນປ້ອງກັນພະຍາດໂຄວິດ-19 ຈາກຈີນສົ່ງເຖິງປະເທດລາວໄດ້ຮັບຄວາມຍິນດີຕ້ອນຮັບຢ່າງຄຶກຄື້ນຈາກປະຊາຊົນລາວ. ປະຊາຊົນລາວມີ 1,1 ແສນກວ່າຄົນໄດ້ຮັບຊົມພິທີມອບຮັບວັກຊີນທີ່ຈັດຂຶ້ນຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນໂດຍຜ່ານສື່ສັງຄົມອອນລາຍຂອງ CRI-FM93, ຜູ້ຊົມທັງຫຼາຍໄດ້ປະກອບຄຳເຫັນເພື່ອສະແດງຄວາມຂອບໃຈຕໍ່ລັດຖະບານແລະປະຊາຊົນຈີນ.  ທ້າວ Outo Saecha ກ່າວວ່າ: “ຂໍຂອບໃຈນຳປະຊາຊົນແລະລັດຖະບານຈີນ, ມິດຕະພາບ, ມິດແທ້ໃນຍາມລຳບາກ, ເຮັດແທ້ທຳຈິງ, ບໍ່ແມ່ນມິດຕະພາບລາຍງານດອກໄມ້”, ນາງ Siphanh Lattanamala ກ່າວວ່າ: “ເສຍໃຈບໍ່ໄດ້ສັກວັກຊີນຈີນ. ຍ້ອນອາຍຸເກີນ. ຂ້ອຍເຊື່ອໝັ້ນທີ່ສຸດວັກຊີນຈີນ. ຫວັງວ່າອານາຄດເພິ່ນຈະຜະລິດໃຫ້ຄົນສູງອາຍຸໄດ້ສັກ.”

ທີ່ຈິງແລ້ວ, ຕະຫຼອດໄລຍະການຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19ລະຫວ່າງລາວ-ຈີນ, ເລື່ອງແລະສະພາບການແບບນີ້ທີ່ຊາບຊຶ້ງໃຈຍັງມີຫຼາຍ. ໃນໄລຍະສຳຄັນທີ່ຈີນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ວົງການຕ່າງໆໃນສັງຄົມລາວໄດ້ສຸມຄວາມສາມາດຢ່າງສຸດຂີດຂອງຕົນສະໜອງເງິນທຶນແລະເຄື່ອງອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໃຫ້ແກ່ປະເທດຈີນ; ປະເທດລາວຕັ້ງໜ້າຕອບສະໜອງກັບຂໍ້ລິເລີ່ມຂອງຈີນ, ສຸມກຳລັງກຽມແລະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດສະໄໝພິເສດກ່ຽວກັບບັນຫາພະຍາໂຄວິດ-19 ຈີນ-ອາຊຽນຢ່າງສຳເລັດຜົນ, ໄດ້ປະກອບສຽງເຂັ້ມແຂງທີ່ສຸດທີ່ປະເທດພາກພື້ນຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19; ພາຍຫຼັງປະເທດລາວປະກາດພົບເຫັນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ກໍລະນີທຳອິດແລ້ວບໍ່ຮອດ 5 ມື້, ຈີນກໍໄດ້ສົ່ງໜ່ວຍຊ່ຽວຊານໄປເຖິງນະຄອນຫຼວງວຽງຈັນ, ແລະໄດ້ຊ່ວຍເຫຼືອລາວວາງແຜນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາໂຄວິດ-19 ທີ່ເໝາະສົມກັບສະພາບແຫ່ງຊາດຂອງລາວ, ເຮັດໃຫ້ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຂອງລາວຖືກຕ້ອງຕາມຫຼັກວິທະຍາສາດແລະມີລະບຽບການ; ຫ້ອງທົດລອງກວດນິວຄະເລອິກຫາເຊື້ອໄວຣັດໂຄວິດ-19 ທີ່ຈີນຊ່ວຍສ້າງມອບຝ່າຍໃຫ້ລາວ, ໄດ້ຍົກສູງຄວາມສາມາດດ້ານການກວດຫາເຊື້ອພະຍາດຂອງລາວຢ່າງຮອບດ້ານ; ຈີນຈັດປະເທດລາວເຂົ້າໃນບັນຊີລາຍຊື່ປະເທດຊ່ວຍເຫຼືອລ້າວັກຊີນປ້ອງກັນພະຍາດໂຄວິດ-19 ງວດທຳອິດ, ແລະສະໜອງວັກຊີນໃຫ້ແກ່ປະເທດລາວຄັ້ງທີ 2. ເລື່ອງເຫຼົ່ານີ້ລ້ວນແຕ່ແມ່ນມາດຕະການລະອຽດທີ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ທັງເປັນພຶດຕິກຳອັນລະອຽດທີ່ຮ່ວມກັນສ້າງປະຊາຄົມຮ່ວມສາທາລະນະສຸກຂອງມ່ວນມະນຸດ.

ຈີນແລະລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ພາຍໃຕ້ການຊີ້ນຳນຳພາຂອງທ່ານສີຈິ້ນຜິງ ປະທານປະເທດຈີນແລະຜູ້ນຳຂອງປະເທດລາວ, ມິດຕະພາບລາວ-ຈີນໄດ້ເຂົ້າເຖິງຫົວໃຈຂອງປະຊາຊົນທັງສອງປະເທດຢ່າງເລິກເຊິ່ງ. ປີນີ້, ຈີນແລະລາວຈະຮ່ວມກັນສະເຫຼີມສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 60 ປີທັງເປັນປີມິດຕະພາບຈີນ-ລາວ, ການຮ່ວມມືລະຫວ່າງສອງຝ່າຍໄດ້ຜະເຊີນກັບໂອກາດທີ່ດີຢ່າງຮອບດ້ານ. ພາຍຫຼັງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງສອງປະເທດກ້າວເຂົ້າສູ່ສະພາບປົກກະຕິແລ້ວ, ເລື່ອງເລົ່າທີ່ຊາບຊຶ້ງໃຈກ່ຽວກັບສອງປະເທດຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດຍັງຈະມີຂຶ້ນເລື້ອຍໆ. ຫວັງວ່າສອງປະເທດສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄວ, ສືບຕໍ່ລົງເລິກການແລກປ່ຽນແລະການຮ່ວມມື, ຮ່ວມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳທັງສອງປະເທດຈີນ-ລາວ.