ການ​ຮ່ວມ​ມື​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ-ລາວ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງຊາດ​ຫຼາຍກວ່າ​ເກົ່າ

CRI, April 8, 2021
Size:

ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ_fororder_微信图片_20210407103530


ວັນທີ 6 ເມສານີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວ “ພຶດຕິກຳຕົວຈິງຂອງຈີນໃນການລຶບລ້າງຄວາມທຸກຍາກຂອງມວນມະນຸດ” ໂດຍຊີ້ໃຫ້ເຫັນວ່າ: ຈີນລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ເພື່ອຊຸກຍູ້ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມໃນພາກພື້ນທີ່ມີຂອບເຂດກວ້າງກວ່າເກົ່າ,ລະດັບສູງກວ່າເກົ່າແລະມີຄວາມໝາຍເລິກເຊິ່ງກວ່າເກົ່າ, ສະໜັບສະໜູນແລະຊ່ວຍເຫຼືອປະເທດທີ່ກ່ຽວຂ້ອງໃຫ້ບັນລຸການພັດທະນາດ້ານການລຶບລ້າງຄວາມທຸກຍາກໃຫ້ດີກວ່າເກົ່າ. ບົດລາຍງານຄົ້ນຄວ້າຂອງທະນາຄານໂລກສະແດງໃຫ້ເຫັນວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເຮັດໃຫ້ປະຊາຊົນຂອງປະເທດທີ່ກ່ຽວຂ້ອງຈຳນວນ 7,6 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ ທີ່ສຸດ ແລະ 32 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກລະດັບກາງ.
 

ໃນຖານະເປັນປະເທດທີ່ສຳຄັນຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນແລະລາວໄດ້ດຳເນີນການຮ່ວມມືທີ່ມີປະສິດທິຜົນຫຼາຍໃນດ້ານການລຶບລ້າງຄວາມທຸກຍາກ.
 

ນັບແຕ່ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສະເໜີ “ຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານການລຶບລ້າງຄວາມທຸກຍາກຢູ່ອາຊີຕາເວັນອອກ” ໃນກອງປະຊຸມຜູ້ນຳອາຊຽນກັບຈີນ,ຍີ່ປຸ່ນແລະສ.ເກົາຫຼີຫຼື 10+3ຄັ້ງທີ 17 ໃນປີ 2014 ເປັນຕົ້ນມາ, ຈີນກໍໄດ້ຮ່ວມກັບລາວ,ກຳປູເຈຍແລະມຽນມາສ້າງຈຸດຕົວແບບການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ. ແຕ່ປີ 2015 ເປັນຕົ້ນມາ, ຈີນໄດ້ດຳເນີນໂຄງການຊ່ວຍເຫຼືອເຕັກນິກການຮ່ວມມືຕົວແບບການຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ ຢູ່ບ້ານຊໍ້ເມືອງສັງທອງນະຄອນຫຼວງວຽງຈັນແລະບ້ານຊຽງລ້ອມນະຄອນຫຼວງພະບາງແຂວງຫຼວງພະບາງຂອງລາວຕາມລຳດັບ, ເພື່ອດຳເນີນການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກກັບລາວ,ແບ່ງປັນບົດຮຽນສຳເລັດຜົນດ້ານການລຶບລ້າງຄວາມທຸກຍາກ ເຊິ່ງໄດ້ຮັບໝາກຜົນຢ່າງພົ້ນເດັ່ນ.
 

ປີ 2018 ແລະປີ 2019, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວໄດ້ໄປທັດສະນະສຶກສາຢູ່ບ້ານສິບແປດຖ້ຳເມືອງຮວ່າຢວນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຖູ້ເຈ່ຍຊ່ຽງຊີ່ແຂວງຫູໜານແລະບ້ານເຊ້ຍສີຕາແສງເຊ້ຍປາຍສືເມືອງຟູອ່ານທີ່ຂຶ້ນກັບເມືອງໜິງເຕີແຂວງຟູຈ້ຽນເພື່ອຖອດຖອນຮ່ຳຮຽນບົດຮຽນສຳເລັດຜົນດ້ານການລຶບລ້າງຄວາມທຸກຍາກຂອງຈີນ. ສະຖານທີ່ທັດສະນະສຶກສາແລະການຈັດວາງໃນການຕ້ອນຮັບອັນເປັນພິເສດເຫຼົ່ານີ້ແມ່ນໄດ້ເຫັນມີໜ້ອຍທີ່ສຸດສຳລັບການຢ້ຽມຢາມຂອງປະມຸກລັດຕ່າງປະເທດ, ເຊິ່ງເປັນການສະແດງໃຫ້ເຫັນເຖິງບົດບາດອັນໃຫຍ່ຫຼວງຂອງໝາກຜົນດ້ານການລຶບລ້າງຄວາມທຸກຍາກຂອງຈີນແລະຄວາມເອົາໃຈໃສ່ໃນລະດັບສູງຂອງທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດທີ່ມີຕໍ່ວຽກງານດ້ານການລຶບລ້າງຄວາມທຸກຍາກຂອງລາວ.


ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ_fororder_微信图片_20210407103531


ໃນວັນທີ 30 ມີນາຜ່ານມາ, ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວທີ່ຈີນຊ່ວຍເຫຼືອເຊິ່ງເປັນໂຄງການທີ່ສຳຄັນອີກໂຄງການໜຶ່ງຂອງການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວໄດ້ຈັດພິທີເປີດການກໍ່ສ້າງ. ໃນພິທີ, ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີປະຈຳທຳນຽບປະທານປະເທດລາວໄດ້ຕີລາຄາຢ່າງສູງຕໍ່ການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍແລະການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກກັບພາຍນອກຂອງຈີນ.ທ່ານກ່າວວ່າ: ພັກແລະລັດຖະບານຈີນໄດ້ຍຶດໝັ້ນຖືປະຊາຊົນເປັນໃຈກາງ,ຍຶດໝັ້ນຖືຜົນປະໂຫຍດຂອງປະຊາຊົນເປັນສຳຄັນໃນທຸກໆດ້ານ,ຍຶດໝັ້ນປະຕິບັດການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ ເຊິ່ງເປັນການຮັບປະກັນພື້ນຖານທີ່ສ້າງເລື່ອງອັດສະຈັນໃນໂລກມະນຸດທີ່ເຮັດໃຫ້ປະຊາຊົນນັບເປັນຮ້ອຍລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈີນສາມາດເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກຢ່າງຮອບດ້ານບໍ່ພຽງແຕ່ໄດ້ນຳເອົາຊີວິດການເປັນຢູ່ທີ່ດີງາມມາໃຫ້ແກ່ປະຊາຊົນຈີນເທົ່ານັ້ນ,ຫາກຍັງເປັນບົດຮຽນສຳເລັດຜົນທີ່ເປັນໄປໄດ້ຢ່າງແທ້ຈິງສຳລັບປະເທດຕ່າງໆໃນໂລກໂດຍສະເພາະແມ່ນປະເທດພວມພັດທະນາ, ພວກເຮົາເຊື່ອໝັ້ນວ່າການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງລາວ-ຈີນຍ່ອມຈະສາມາດປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການບັນລຸການພັດທະນາແບບຍືນຍົງຂອງລາວຢ່າງແນ່ນອນ.


ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ_fororder_微信图片_202104071035312


ໂລກມີຄວາມກົມກຽວກັນຈຶ່ງແມ່ນຄວາມປາຖະໜາຮ່ວມຂອງມະນຸດເຮົາ. ທ່ານເລຂາທິການໃຫຍ່ສີຈິ້ນຜິງຊີ້ໃຫ້ເຫັນວ່າ: “ປະຊາຊົນຈີນບໍ່ພຽງແຕ່ສະແຫວງຫາຊີວິດການເປັນຢູ່ທີ່ດີເທົ່ານັ້ນ,ແຕ່ຍັງສະແຫວງຫາຄວາມເປັນເອກະພາບແລະຄວາມເຊື່ອມໂຍງຂອງໂລກອີກດ້ວຍ”. ຈີນຕັ້ງໜ້າເຂົ້າຮ່ວມການລຶບລ້າງຄວາມທຸກຍາກໃນສາກົນ,ເຂົ້າຮ່ວມ “ສະຫະພັນການລຶບລ້າງຄວາມທຸກຍາກ” ຂອງອົງການສະຫະປະຊາຊາດໃນຖານະເປັນສະມາຊິກຜູ້ກໍ່ຕັ້ງ. ຈີນສ້າງຕັ້ງກອງທຶນການຮ່ວມມືແລະຊ່ວຍເຫຼືອໃຕ້-ໃຕ້ແລະປະຕິບັດ 200 ກວ່າໂຄງການຢູ່ 30 ກວ່າປະເທດ. ຈີນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນ “ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ”, “ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ” ແລະທັດສະນະອື່ນໆໄດ້ຖືກຂຽນເຂົ້າໃນມະຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ,ໄດ້ອຸທິດສະຕິປັນຍາແລະແຜນການຂອງຈີນໃຫ້ແກ່ການລຶບລ້າງຄວາມທຸກຍາກຂອງໂລກ. ຈີນແລະລາວແມ່ນຄູ່ຮ່ວມຊາຕາກຳທີ່ຊ່ວຍເຫຼືອເຊິ່ງກັນແລະກັນແລະສະໜັບສະໜູນເຊິ່ງກັນແລະກັນ, ຈີນຫວັງຢ່າງແຮງກ້າກວ່າປະເທດອື່ນໝົດໂດຍຫວັງໃຫ້ປະຊາຊົນລາວອ້າຍນ້ອງມີຊີວິດການເປັນຢູ່ທີ່ດີ. ພວກເຮົາເຊື່ອໝັ້ນວ່າ: ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວຍ່ອມຈະແຕກດອກອອກຜົນທີ່ອຸດົມສົມບູນແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດຢ່າງແນ່ນອນ.


ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກລະຫວ່າງຈີນ-ລາວຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ_fororder_微信图片_202104071035311