ທ່ານ​ວ່າງ​ຢາງສົ່ງ​ສານ​ຊົມ​ເຊີຍ​ທ່ານ​ສິນ​ລະ​ວົງ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວສ້າງ​ຊາດ

CRI, April 8, 2021
Size:

   ວັນທີ 6 ເມສານີ້, ທ່ານວ່າງຢາງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານສິນລະວົງ ຄຸດໄພທູນ ທີ່ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການສູນກາງແນວ  ລາວສ້າງຊາດ.

   ໃນສານຊົມເຊີຍຂອງທ່ານວ່າງຢາງລະບຸວ່າ: ຈີນແລະລາວເປັນສອງປະເທດທີ່ມີພູຜາແມ່ນ້ຳຕິດຈອດກັນ, ມີໄມຕີຈິດມິດຕະພາບອັນຍາວນານຫຼັງຈາກໄດ້ສ້າງຕັ້ງສາຍພົວພັນທາງການທູດ 60 ປີມານີ້, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ,ການພົວພັນລະຫວ່າງຈີນກັບລາວໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການແລກປ່ຽນແລະຮ່ວມມືກັນລະຫວ່າງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກັບຄະນະກຳມະການສູນກາງແນວລາວສ້າງຊາດກໍນັບມື້ນັບເພີ່ມຂຶ້ນ. ຂ້າພະເຈົ້າຍິນດີກັບທ່ານປະທານສິນລະວົງຮ່ວມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດຂອງສອງພັກສອງຊາດຢ່າງຕັ້ງອົກຕັ້ງໃຈ,ຍົກລະດັບການຮ່ວມມືລະຫວ່າງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກັບຄະນະກຳມະການສູນກາງແນວລາວສ້າງຊາດໃຫ້ສູງຂຶ້ນ, ປະກອບສ່ວນອັນໃໝ່ເຂົ້າໃນການສົ່ງເສີມໄມຕິຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ ແລະສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ລາວ.