ໂຄງການສະໜອງໄຟຟ້າພາຍນອກຂອງຕອນທາງໃນປະເທດລາວຂອງເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດຕາມກຳນົດເວລາ

Yunnan Gateway, April 7, 2021
Size:

ວັນທີ 31 ມີນາ, ວິສະວະກຳວົງຈອນໄຟຟ້າ ໂຄງການສະໜອງໄຟຟ້າພາຍນອກຕອນທາງໃນປະເທດລາວຂອງເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ນຳໃຊ້ ມາດຕະຖານເຕັກນິກ ແລະ ອຸປະກອນຂອງຈີນ, ໄດ້ຜ່ານການກວດກາ ແລະ ຮັບເອົາການປະຕິບັດງານຮ່ວມກັນໂດຍກະຊວງພະລັງງານ ແລະ ບໍ່ແຮ່ປະເທດລາວ, ບໍລິສັດພະລັງງານໄຟຟ້າແຫ່ງຊາດລາວ ແລະ ບໍລິສັດຂອງໂຄງການ. ອັນນີ້ເປັນຂີດໝາຍວ່າ ການກໍ່ສ້າງໂຄງການ ໄດ້ສຳເລັດ ຕາມກຳນົດເວລາ,ແລະ ມີເງື່ອນໄຂໃນການເລີ່ມ ຜະລິດ ແລະ ການສົ່ງກະແສໄຟຟ້າ.


ໂຄງການສະໜອງໄຟຟ້າຂອງເສັ້ນທາງລົດໄຟລາວ-ຈີນໄດ້ເລີ່ມກໍ່ສ້າງຢ່າງເປັນທາງການໃນວັນທີ 30 ທັນວາ ປີ2019. ສະຖານທີ່ກໍ່ສ້າງຂອງໂຄງການແຕ່ເໜືອຮອດໃຕ້ແມ່ນຜ່ານໜຶ່ງນະຄອນຫຼວງ ແລະ 4 ແຂວງຄື: ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວໄດ້ແບ່ງອອກເປັນ 4 ໄລຍະຕອນທາງຂອງວິສະວະກຳສາຍສົ່ງ ໄຟຟ້າ,ແລະ 1 ໄລຍະຕອນທາງຂອງວິສະວະກຳສະຖານີຍ່ອຍ,ສ້າງໃຫມ່ 20 ວົງຈອນສາຍໄຟຟ້າ 115 kV,ທັງໝົດຍາວ 257 ກີໂລແມັດ,ມີເສົາໄຟຟ້າ 633 ເສົາ, ສ້າງປະກອບເປັນຊຸດ 11 ສະຖານີໄຟຟ້າຍ່ອຍຂະໜາດ 115 kV.ແລະ ສະຖານີສະໜອງໄຟຟ້າທາງລົດໄຟ 10 ແຫ່ງຂອງເສັ້ນທາງລົດໄຟ ເພື່ອເຊື່ອມຕໍ່ກັບຕາຂ່າຍໄຟຟ້າແຫ່ງຊາດລາວ.


ໃນຊ່ວງໄລຍະເວລາຂຸ້ນຂ້ຽວສຸດຂອງການກໍ່ສ້າງໂຄງການ, ພະນັກງານຫຼາຍກວ່າ 600 ຄົນຈາກປະເທດຈີນ ແລະ ລາວໄດ້ເຮັດ ວຽກ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19ໄດ້ເປັນຢ່າງດີ, ແລະ ໃນເວລາດຽວກັນ ການກໍ່ສ້າງໂຄງການກໍ່ໄດ້ກ້າວໜ້າ ຢ່າງເປັນລະບຽບ, ແລະ ບໍ່ໄດ້ເກີດ ອຸບັດຕິເຫດດ້ານຄວາມປອດໄພ.

ມາຈາກ:ໜັງສຶພິມລາຍວັນຢຸນນານ

ນັກຂ່າວ: ຫວັງຫວນ ຫານຊາວທອງ ຊີຖາຍຫຼີນ