ກິດຈະກໍາ ສໍາລັບ “ສັບປະດາ LM” ແລະ “ວັນສາກົນ” ໄດ້ຈັດຂຶ້ນ

lmcchina.org, April 7, 2021
Size:

ວັນທີ 23 ມີນາ, ກິດຈະກຳຕ່າງໆ ສໍາລັບ “ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ແລະ “ວັນສາກົນມະຫາວິທະຍາໄລຊົນເຜົ່າຢູນນານ” ປະຈໍາປີ 2021 ຂອງມະຫາວິທະຍາໄລຊົນເຜົ່າຢູນນານ ໄດ້ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄວໜຸ່ມ, ກ້າວເດີນໄປຂ້າງໜ້າ”.

  ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອເພີ່ມທະວີການແລກປ່ຽນຢ່າງໄມຕີຈິດມິດຕະພາບລະຫວ່າງຊາວໜຸ່ມຂອງບັນດາປະເທດຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ແລະ ເສີມຂະ ຫຍາຍການພັດທະນາ ການຮ່ວມມືດ້ານການສຶກສາ LM, ເຊິ່ງມີຫົວຂໍ້ຕ່າງໆ ເຊັ່ນ: LM ໄວໜຸ່ມ,  LM ທາງຄວາມໃຝ່ຝັນ, ການກິນຢູ່ LM, LM ທາງການສົນທະນາ, LM ທາງວັດທະນະທຳ ແລະການຮຽນຢູ່ LM.

   ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລຊົນເຜົ່າຢູນນານໄດ້ສົ່ງເສີມການຮ່ວມມືດ້ານການສຶກສາໃນພາກພື້ນ LM ໃນຫຼາຍຂົງເຂດແລະຫຼາຍລະດັບ.  ກ່ອນໜ້ານີ້, ມະຫາວິທະຍາໄລຊົນເຜົ່າຢູນນານ ໄດ້ສ້າງຕັ້ງສະຖາບັນການສຶກສາວິຊາຊີບ ຢູ່ປະເທດມຽນມາ 1 ແຫ່ງ ແລະ ປະເທດລາວ 1 ແຫ່ງ ໂດຍຜ່ານການກໍ່ສ້າງວິທະຍາໄລວິຊາຊີບສາກົນ LM.  ໃນກິດຈະກໍາຂອງວັນດັ່ງກ່າວ, ມະຫາວິທະຍາໄລຊົນເຜົ່າຢູນນານ, ມະຫາວິທະຍາໄລຊັບພະຍາກອນມະນຸດ ກຳປູເຈຍ ແລະ ບໍລິສັດທີ່ປຶກສາການກໍ່ສ້າງຈີນລູ້ໄຫ (Luhai) ຈຳກັດ ໄດ້ເຊັນສັນຍາການຮ່ວມມືສາມຝ່າຍ ເພື່ອຮ່ວມກັນສ້າງຕັ້ງສະຖາບັນການສຶກສາວິຊາຊີບ LM (ສະຖານທີ່ຢູ່ມະຫາວິທະຍາໄລຊັບພະຍາກອນມະນຸດກໍາປູເຈຍ). ພ້ອມດຽວກັນນັ້ນ, ມະຫາ ວິທະຍາໄລຊົນເຜົ່າຢູນນານຍັງໄດ້ເຊັນສັນຍາຮ່ວມມືກັບມະຫາວິທະຍາໄລລານເມີຍ (lanmei) ກໍາປູ ເຈຍ, ເຊິ່ງສອງຝ່າຍຈະລົງເລິກການແລກປ່ຽນແລະການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ບໍາລຸງສ້າງບຸກຄະລາກອນຮ່ວມກັນ.

  ທ່ານ ຮັນຊວນ ນາລົງ (Hang Chuon Naron), ລັດຖະມົນຕີກະຊວງສຶກສາ, ຊາວໜຸ່ມ ແລະກິລາຂອງປະເທດກຳປູເຈຍ, ທ່ານ ເຈຍໄຊ ຮອງເລຂາທິການ ຂອງ ກະຊວງທ່ອງທ່ຽວກຳປູເຈຍ, ທ່ານ ເລັມ ພຸດວິໂຣ (Iem Puthviro) ກົງສຸນໃຫຍ່ກໍາປູເຈຍປະຈໍານະຄອນຄຸນມິງ, ທ່ານ ນາງ ມະນີລາ ສົມບັນດິ ກົງສຸນໃຫຍ່ ສປປ ລາວ ປະຈໍານະຄອນຄຸນມິງ, ທ່ານ ອູຕຸນ ອອງ ກວາ (U HTUN AUNG KYAW) ກົງສຸນໃຫຍ່ມຽນມາປະຈໍານະຄອນຄຸນມິງ ແລະ ທ່ານ ມັງກອນ ກົງສຸນໃຫຍ່ໄທທີ່ປະຈຳນະຄອນຄຸນມິງ ຕ່າງກໍກ່າວຄໍາປາໄສທາງໄກເຖິງກອງປະຊຸມ;  ທ່ານ ນາງ ນີ ຮຸ້ຍຟ່າງ(Ni Huifang) ຮອງປະທານສະມາຄົມແລກປ່ຽນການສຶກສາສາກົນຈີນ ແລະ ປະທານສະມາຄົມແລກປ່ຽນການສຶກສາສາກົນຢູນນານໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ.