ທ່ານນາງ ເຊິນລີ້ເຟິ່ນ ຜູ້ແທນສະພາປະຊາຊົນທົ່ວປະເທດຈີນ: ສ້າງທ່່າແຮງຂອງການແກ່ງແຍ່ງໃນສາກົນໃຫ້ແກ່ຜະລິດຕະພັນແຜ່ນແພ ສະໜັບສະໜູນການຮ່ວມມືໃນພາກພື້ນ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”

lmcchina.org, April 6, 2021
Size:

ເພື່ອເສີມຂະຫຍາຍທ່າແຮງດ້ານອຸດສາຫະກຳອີກກ້າວໜຶ່ງ, ໃນກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ກອງປະຊຸມສະພາທີ່ປຶກສາການເມືອງປີນີ້, ທ່ານນາງ ເຊິນລີ້ເຟິ່ນ ຜູ້ແທນສະພາປະຊາຊົນທົ່ວປະເທດ ແລະ ປະທານສະພາບໍລິຫານຂອງບໍລິສັດແສງຕາເວັນ ແຂວງຈ່ຽງຊູ່ ໄດ້ສະເໜີຂໍ້ສະເໜີຫຼາຍຂໍ້ ເພື່ອເປັນການຊີ້ນຳ ແລະ ຊຸກຍູ້ການພັດທະນາອຸດສາຫະກໍາດ້ວຍຜະລິດຕະພັນແຜ່ນແພ.

5 ປະເທດລຽບຕາມແມ່ນໍ້າຂອງແມ່ນມີພື້ນຖານທີ່ດີໃນການຮ່ວມມື. ທ່ານນາງ ເຊິນລີ້ເຟິ່ນ ໄດ້ສະເໜີ ຍັດຕິ ເຊິ່ງມີເນື້ອໃນວ່າ 5 ປະເທດແມ່ນໍ້າຂອງແມ່ນເຂດແຄວ້ນຈຸດສຸມທີ່ແທດເໝາະກັບການລົງເລິກການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນອຸດສາຫະກໍາຕ່ຳແຜ່ນ.

ກ່ຽວກັບການເລັ່ງລັດໃນການກໍ່ສ້າງ ແລະ ຍົກລະດັບລະບົບການຮ່ວມມືດ້ານຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງຂອງອຸດສາຫະກໍາຕ່ຳແຜ່ນໃນພາກພື້ນ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ນັ້ນ, ທ່ານນາງ ເຊິນລີ້ເຟິ່ນ ໄດ້ສະເໜີວ່າ ຄວນຈັດການຮ່ວມມືດ້ານຄວາມສາມາດຂອງການຜະລິດແຜ່ນແພ ເຂົ້າໃນຂົງເຂດບູລິມະສິດຂອງການຮ່ວມມືດ້ານຄວາມສາມາດຂອງການຜະລິດໃນພາກພື້ນ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ອອກນະໂຍບາຍສັງລວມເພື່ອສະໜັບສະໜູນວິສາຫະກິດຈີນໃນການກໍ່ສ້າງຕ່ອງໂສ້ການຜະລິດ ແລະ ການສະໜອງຂ້າມຊາດຢູ່ພາກພື້ນ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໂດຍຖືເອົາປະເທດຈີນເປັນຫຼັກໃນການດໍາເນີນງານ, ພ້ອມກັນນັ້ນ, ຄວນເພີ່ມໂຄງການກ່ຽວກັບການຕ່ຳແຜ່ນໃນພາກພື້ນ “ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ຢ່າງເໝາະສົມໃນບັນດາໂຄງການຊ່ວຍເຫຼືອຕ່າງປະເທດ ແລະ ສະໜັບສະໜູນສະມາຄົມວິຊາຊີບເພື່ອເຮັດວຽກງານໃຫ້ດີໃນການແລກປ່ຽນລະຫວ່າງອົງການທີ່ບໍ່ແມ່ນຂອງລັດທາງດ້ານການຮ່ວມມືໃນອຸດສາຫະກໍາຕໍ່າແຜນໃນພາກພື້ນ “ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ພ້ອມທັງສະໜອງການບໍລິການທີ່ກ່ຽວຂ້ອງໃຫ້ດີ.

ຄວາມຈິງແລ້ວ, ໃນປີ 2019, ສະຫະພັນອຸດສາຫະກໍາຕ່ຳແຜ່ນຈີນກໍໄດ້ເປັນຜູ້ນຳພາໃນການກໍ່ສ້າງ “ກົນໄກໄລຍະຍາວດ້ານການສົນທະນາ ໃນອຸດສາຫະກໍາຕ່ຳແຜ່ນ ແລະ ຕັດຫຍິບຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໂດຍຮ່ວມກັບສະພາການຄ້າ ແລະ ສະມາຄົມຕ່ຳແຜ່ນຕັດຫຍິບຂອງ 5 ປະເທດແມ່ນ້ຳຂອງ. ທ່ານນາງ ເຊິນລີ້ເຟິ່ນ ໄດ້ສະເໜີວ່າ ໂດຍຜ່ານໂຄງການ “ກອງທຶນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະອື່ນໆ, ຂະແໜງການທີ່ກ່ຽວຂ້ອງຕ້ອງສະໜັບສະໜູນສະຫະພັນອຸດສາຫະກໍາຕ່ຳແຜ່ນຈີນໃນການເສີມຂະຫຍາຍບົດບາດຂອງເວທີດັ່ງກ່າວ ແລະ ດຳເນີນວຽກງານໃຫ້ດີດ້ານການແລກປ່ຽນປຶກສາຫາລືກັນ ລະຫວ່າງສະມາຄົມວິຊາຊີບຂອງ 6 ປະເທດ. ກ່ຽວກັບອຸດສາຫະກໍາຕ່ຳແຜ່ນຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງນັ້ນ ທ່ານນາງ ສະເໜີວ່າ ຕ້ອງສະໜອງການບໍລິການໃຫ້ແກ່ອົງການຈັດຕັ້ງຂອງລັດ ແລະ ວິສາຫະກິດ ໃນດ້ານການວາງແຜນຮ່ວມມື, ການສ້າງຖານຂໍ້ມູນ-ສະຖິຕິກ່ຽວກັບການຄ້າແລະການລົງທຶນ, ການຈັດການຝຶກອົບຮົມທີ່ກ່ຽວຂ້ອງຢູ່ຈີນ, ການຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຢູ່ຕາມເຂດຊາຍແດນ ແລະ ຢູ່ຕ່າງປະເທດ ແລະອື່ນໆ.