ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

lmcchina.org, April 6, 2021
Size:


ແນະນຳໂດຍຫຍໍ້

ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນເວທີການຮ່ວມມືແບບໃໝ່ໃນອະນຸພາກພື້ນ ທີ່ລິເລີ່ມ ແລະ ສ້າງສາຮ່ວມກັນໂດຍປະເທດຈີນກັບ 5 ປະເທດລຽບຕາມແມ່ນ້ຳຂອງ ເຊິ່ງແນໃສ່ລົງເລິກການຮ່ວມມືດ້ວຍໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງ 6 ປະເທດ, ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນອະນຸພາກພື້ນ, ຮັດແຄບຄວາມແຕກໂຕນກັນທາງດ້ານການພັດທະນາລະຫວ່າງປະເທດໃນພາກພື້ນ, ຊ່ວຍຊຸກຍູ້ໃນການສ້າງສາປະຊາຄົມອາຊຽນ ແລະ ຂະບວນການເຊື່ອມໂຍງເຂົ້າກັນເປັນອັນໜຶ່ງອັນດຽວໃນພາກພື້ນ ພ້ອມທັງປະ ກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ການຮ່ວມມືໃຕ້-ໃຕ້ ແລະ ຈັດຕັ້ງປະຕິບັດວາລະການພັດ ທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ. ທຸກຝ່າຍຈະພ້ອມກັນທຳຄວາມພະຍາຍາມເພື່ອສ້າງປະຊາຄົມຮ່ວມຊາຕາກຳປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສ້າງຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ກາຍເປັນແບບຢ່າງດີເດັ່ນຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງອາຊີ ແລະ ກາຍເປັນເວທີສຳຄັນໃຫ້ແກ່ການເສີມຂະຫຍາຍຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ”.

 

ຄວາມເປັນມາຂອງການຮ່ວມມືລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນໜຶ່ງໃນບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດໃນທະວີບອາຊີ ກໍຄືໃນທົ່ວໂລກ. ແມ່ນ້ຳລ້ານຊ້າງກັບແມ່ນ້ຳຂອງແມ່ນແມ່ນ້ຳສາຍດຽວກັນແຕ່ມີສອງຊື່ເອີ້ນ, ເຊິ່ງເປັນແມ່ນ້ຳຂ້າມປະເທດສຳຄັນສາຍໜຶ່ງທີ່ໄຫຼຜ່ານປະເທດຈີນ ແລະ ແຫຼມອິນດູຈີນ. ຕອນເໜືອຂອງແມ່ນ້ຳສາຍນີ້ຕັ້ງຢູ່ພູພຽງຊິ່ງໄຫ-ຕິເບດຂອງປະເທດຈີນ, ເຊິ່ງມີຍອດນ້ຳຕັ້ງຢູ່ເມືອງຢູ້ຊູ້ ແຂວງຊິ່ງໄຫຂອງຈີນ ແລະ ຍ່ານແມ່ນ້ຳຢູ່ພາຍໃນປະເທດຈີນມີຊື່ເອີ້ນວ່າແມ່ນ້ຳລ້ານຊ້າງ. ຍ່ານທີ່ໄຫຼອອກສູ່ຕ່າງປະເທດຈາກແຂວງຢຸນນານໄດ້ຮັບຂະໜານນາມວ່າ “ແມ່ນ້ຳຂອງ”. ແມ່ນໍ້າຂອງໄດ້ໄຫຼຜ່ານມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມຕາມລຳດັບ ເຊິ່ງມີຄວາມຍາວທັງໝົດ 4.880 ກິໂລແມັດ; ເນື້ອທີ່ທີ່ແມ່ນໍ້າຂອງໄຫຼຜ່ານມີເຖິງ 795.000 ກິໂລຕາແມັດ ແລະ ປະຊາຊົນທີ່ອາໄສຢູ່ຕາມລ້ອງແມ່ນ້ຳສາຍນີ້ມີເຖິງ 326 ລ້ານຄົນ. ປະຊາກອນທັງໝົດຂອງ 5 ປະເທດແມ່ນ້ຳຂອງມີເຖິງ 230 ລ້ານຄົນ, ລວມຍອດມູນຄ່າຜະລິດຕະພັນພາຍໃນປະເທດ(GDP) ມີຫຼາຍກວ່າ 600 ຕື້ໂດລາສະຫະລັດ ແລະ ຈັງຫວະເຕີບໂຕສະເລ່ຍຕໍ່ປີບັນລຸເກືອບ 7%. 6 ປະເທດທີ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີສາຍພູສາຍນ້ຳຕິດຈອດກັນ, ມີວັດທະນະທຳທີ່ຄ້າຍຄືກັນ ແລະ ປະຊາຊົນໄປມາຫາສູ່ກັນເລື້ອຍໆ ເຊິ່ງໄດ້ສ້າງເປັນໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ອັນເປັນມູນເຊື້ອອັນດູດດື່ມ ແລະ ເຮັດໃຫ້ມີຜົນປະໂຫຍດທາງດ້ານຄວາມໝັ້ນຄົງ ແລະ ການພັດທະນາມີການກ່ຽວພັນກັນຢ່າງສະໜິດແໜ້ນ.

 

ຂະບວນວິວັດແຫ່ງການພັດທະນາໃນປີ 2012, ປະເທດໄທໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການພັດທະນາແບບຍືນຍົງໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງຝ່າຍຈີນໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ. ໃນກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 17 ໃນເດືອນພະຈິກ 2014, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງສປຈີນໄດ້ສະເໜີສ້າງຕັ້ງກົນໄກການຮ່ວມມື ແລະ ການສົນທະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກ 5 ປະ ເທດແມ່ນ້ຳຂອງ. ໃນວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ເມືອງຊານຢ້າ ແຂວງໄຫໜານດ້ວຍຜົນສຳເລັດອັນຈົບງາມ ໂດຍມີທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີປະເທດຈີນ, ທ່ານ ປຣະຢຸດ ຈັນໂອຊານາຍົກ ລັດຖະມົນຕີ ແຫ່ງລາຊາອາຈັກໄທ, ທ່ານ ເຕໂຈ ຮຸນແຊນນາຍົກລັດຖະມົນຕີ ແຫ່ງ ລາຊາອານາຈັກກຳປູເຈຍ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານໄຊມົງຄຳ ຮອງປະທານາທິບໍດີ ແຫ່ງ ສ.ມຽນມາ ແລະ ທ່ານ ປາມບິງມິງ ຮອງນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມເຂົ້າຮ່ວມ. ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ຫົວຂໍ້ ດື່ມນ້ຳສາຍດຽວກັນ ຜູກພັນຊາຕາກຳຢ່າງແໜ້ນແຟ້ນແລະ ໄດ້ຮັບຮອງເອົາຖະແຫລງການຊານຢ້າຂອງກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 1 ວ່າດ້ວຍການເປັນປະຊາຄົມທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອະນາຄົດລະຫວ່າງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງໄດ້ເປັນການເປີດສາກເລີ່ມຕົ້ນກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ.

 

ວັດຖຸປະສົງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີວັດຖຸປະສົງເພື່ອຊຸກຍູ້ການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງບັນດາປະເທດທີ່ຢູ່ລຽບຕາມລໍາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເສີມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງບັນດາປະເທດໃນພາກພື້ນ, ຮັດແຄບຄວາມແຕກໂຕນກັນທາງດ້ານການພັດທະນາລະຫວ່າງປະເທດໃນພາກພື້ນ, ສະໜັບສະໜູນການສ້າງສາປະຊາຄົມອາຊຽນ ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ ແລະ ຊຸກຍູ້ການຮ່ວມມືໃຕ້-ໃຕ້. ກົນໄກນີ້ດຳເນີນງານຢູ່ພາຍໃຕ້ຂອບນຳພາໂດຍຜູ້ນຳ, ປົກຫຸ້ມຢ່າງທົ່ວເຖິງ ແລະ ທຸກພາກສ່ວນມີສ່ວນຮ່ວມແລະ ໃນຮູບແບບທີ່ລັດຖະບານຊີ້ນຳ, ຫຼາຍຝ່າຍມີສ່ວນຮ່ວມ ແລະ ຖືເອົາການສ້າງໂຄງການເປັນຫຼັກ ແນໃສ່ສ້າງສາປະຊາຄົມແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອະນາຄົດລະຫວ່າງບັນດາປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄື ສ້າງຕົວແບບສາຍພົວພັນສາກົນແບບໃໝ່ທີ່ຖືການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນເອກະລັກ.

 

ຈຸດພິເສດຂອງການຮ່ວມມືການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຈຸດພິເສດຄື: ຕິດແທດຕົວຈິງ, ມີປະສິດທິຜົນສູງ ແລະ ຖືເອົາການສ້າງໂຄງການເປັນຫຼັກ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນເດືອນ ມີນາ 2016 ເປັນຕົ້ນມາ, ກົນໄກນີ້ໄດ້ມີຄວາມຄືບໜ້າຢ່າງວ່ອງໄວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈັງຫວະຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະປະສິດທິຜົນຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທັງໄດ້ບົ່ມເພາະສ້າງສາວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີການປະພຶດຕໍ່ກັນຢ່າງສະເໝີພາບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ ແລະ ສະໜິດສະໜົມກັນແບບເປັນຄອບຄົວດຽວກັນ”.

 

ຄວາມຄືບໜ້າຕົ້ນຕໍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຕັ້ງຂອບການຮ່ວມມືໃນຫຼາຍລະດັບ ແລະ ຫຼາຍຂົງເຂດ, ເຊິ່ງປະກອບດ້ວຍ ກອງປະຊຸມຜູ້ນຳ, ກອງປະຊຸມລັດຖະມົນຕີຕ່າງປະເທດ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ໜ່ວຍງານວິຊາການໃນຂົງເຂດຕ່າງໆ, ໂດຍໄດ້ກຳນົດຂອບການຮ່ວມມື 3+5” ເວົ້າລວມ ແລະ ເວົ້າສະເພາະ ແມ່ນໄດ້ຖືເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ ແລະ ວັດທະນະທຳ-ສັງຄົມ ເປັນ 3 ເສົາຄ້ຳ ແລະ ຖືເອົາການເຊື່ອມໂຍງເຊື່ອມຈອດກັນ, ຄວາມສາມາດໃນການຜະລິດ, ການຄ້າຂ້າມຊາຍແດນ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກເປັນຂົງເຂດບູລິມະສິດຂອງການຮ່ວມມື. ມາຮອດປັດຈຸບັນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດກອງປະຊຸມຂັ້ນຜູ້ນຳ 1 ຄັ້ງ, ກອງປະຊຸມລັດຖະມົນຕີຕ່າງປະເທດ 2 ຄັ້ງ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ 5 ຄັ້ງ ແລະ ກອງປະຊຸມໜ່ວຍງານດ້ານວຽກງານຕ່າງປະເທດ 6 ຄັ້ງ, ໜ່ວຍງານວິຊາການຮ່ວມໃນຂົງເຂດບູລິມະສິດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ດຳເນີນງານໄປດ້ວຍດີ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ, ຄວາມສາມາດໃນການຜະລິດ, ການຄ້າຂ້າມຊາຍແດນ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ ເປັນຕົ້ນ. ພາກສ່ວນຮັບຜິດຊອບວຽກງານຕ່າງປະເທດຂອງ 6 ປະເທດໄດ້ສ້າງຕັ້ງກອງເລຂາລະດັບຊາດ ແລະ ໜ່ວຍງານປະສານງານສຳລັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ສູນການຮ່ວມມືຊັບພະຍາກອນນໍ້າແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນການຮ່ວມມືຄວາມໝັ້ນຄົງ ແລະ ການປະຕິບັດກົດໝາຍລຽບຕາມບລໍາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນການຮ່ວມມືສິ່ງແວດລ້ອມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະກົນໄກອື່ນໆກໍໄດ້ຮັບການສ້າງຕັ້ງຂຶ້ນຕາມລຳດັບ.

 

ກ່ຽວກັບ ຂອບການຮ່ວມມື 3+5”

ນັບແຕ່ກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທຳອິດ ທີ່ຈັດຂຶ້ນໃນເດືອນມີນາ 2016 ເປັນຕົ້ນມາ, 6 ປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສ້າງຕັ້ງ ຂອບກົນໄກສໍາລັບກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ໂດຍໄດ້ຮັບຮອງເອົາເອກະສານກ່ຽວກັບການຮ່ວມມື, ໄດ້ກຳນົດ 3 ເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະການພັດທະນາແບບຍືນຍົງ, ວັດທະນະທຳ-ສັງຄົມ ແລະ 5 ທິດທາງບູລິມະສິດໃນການຮ່ວມມື ຄື: ການເຊື່ອມໂຍງເຊື່ອມຈອດກັນ, ຄວາມສາມາດໃນການຜະລິດ, ການຄ້າຂ້າມຊາຍແດນ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ, ທັງໄດ້ຈັດຕັ້ງປະຕິບັດໂຄງການສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫຼວງຫຼາຍ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຢ່າງຮອບດ້ານ ແລະ ຍາວນານໃຫ້ແກ່ບັນດາປະເທດທີ່ກ່ຽວຂ້ອງ. ຂອບກົນໄກດັ່ງກ່າວເອີ້ນຫຍໍ້ວ່າຂອບການຮ່ວມມື 3+5”.

 

ກ່ຽວກັບ ກອງເລຂາ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ ໂດຍຫຍໍ້

ໃນວັນທີ 10 ມີນາ 2017, ກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ ກອງເລຂາ) ໄດ້ຮັບສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ, ເຊິ່ງເປັນອົງການປະສານງານຂອງປະເທດຈີນ ໃນການເຂົ້າຮ່ວມການຮ່ວມມືໃນກອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ກອງເລຂາ ສັງກັດຢູ່ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ເຊິ່ງມີ 4 ບົດບາດ ໃນການວາງແຜນ, ການປະສານງານ, ການຈັດຕັ້ງປະຕິບັດ ແລະ ການໂຄສະນາເປັນຫຼັກເວົ້າລວມ, ເວົ້າສະເພາະ ແມ່ນດໍາເນີນການວາງແຜນສ້າງສາກົນໄກ ແລະ ການຮ່ວມມືອັນເປັນຮູບປະທຳ; ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນຂອງປະເທດຈີນ ກໍຄື ບັນດາປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງ ເພື່ອຊຸກຍູ້ການຮ່ວມມື; ອະນຸມັດ ແລະ ຄຸ້ມຄອງກອງທຶນພິເສດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຈັດຕັ້ງໂຄງການການຮ່ວມມືຕ່າງໆ; ພ້ອມດຽວກັນນີ້ ຍັງມີໜ້າທີ່ໃນການດຳເນີນວຽກງານການໂຄສະນາເພື່ອເສີມຂະຫຍາຍບົດບາດຂອງກົນໄກດັ່ງກ່າວຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ ໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ, ກອງເລຂາກໍໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າ ຄື ໄດ້ຊຸກຍູ້ ແລະ ເຂົ້າຮ່ວມກິດຈະກຳ ແລະ ໂຄງການຈຳນວນຫຼວງຫຼາຍ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ວັນທີ 12 ມິຖຸນາ 2017, ຫ້ອງການປະສານງານປະຈຳແຂວງຢຸນນານ ຂອງ ກອງເລຂາໄດ້ຮັບສ້າງຕັ້ງຂຶ້ນ, ໂດຍໄດ້ສັງກັດຢູ່ຫ້ອງການກິດຈະການຕ່າງປະເທດແຂວງຢຸນນານ. ຫ້ອງການປະສານງານດັ່ງກ່າວ ແມ່ນອົງການປະສານງານຂັ້ນທ້ອງຖິ່ນແຫ່ງທຳອິດທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນບັນດາ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເປັນອົງການປະສານງານຂອງແຂວງຢຸນນານໃນການເຂົ້າຮ່ວມການຮ່ວມມືໃນກອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ກອງເລຂາໄດ້ສ້າງ ວິແຊັດທາງການ ພາຍໃຕ້ຊື່ເອີ້ນ ກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນແລະ ສ້າງເວັບໄຊທາງການ ພາຍໃຕ້ຊື່ເອີ້ນ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

 

ວິທີການຕິດຕໍ່

ກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ

Lancang-Mekong Cooperation China Secretariat

ທີ່ຢູ່: ເລກທີ 2,ຖະໜົນເສົາຢາງເມິນໃຕ້ ເຂດເສົາຢາງ, ນະຄອນຫຼວງປັກກິ່ງ ສປ ຈີນ

ເບີໂທ: 0086-10-65964129

ອີເມວ: lmc-china@mfa.gov.cn