ທ່ານ​ຫງວຽນ​ຊວນ​ຟຸກໄດ້ຮັບ​ເລື​ອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ຄົນ​ໃໝ່

CRI, April 6, 2021
Size:

ທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມຄົນໃໝ່_fororder_1127295036_16176057331431n


ອີງຕາມຂ່າວຫຼ້າສຸດຂອງສະພາແຫ່ງຊາດຫວຽດນາມທີ່ປະກາດໃນວັນທີ 5 ເມສານີ້, ທ່ານຫງວຽນຊວນຟຸ ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມຄົນໃໝ່. ອີງຕາມຂໍ້ກຳນົດຂອງລັດຖະທຳມະນູນຫວຽດນາມ, ທ່ານຫງວຽນຊວນຟຸກໄດ້ສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 5 ເມສານີ້.

ທ່ານຫງວຽນຊວນຟຸກເກີດຢູ່ເມືອງກຸຍເຊີນແຂວງກວາງນາມທາງພາກກາງຫວຽດນາມ, ວັນທີ 12 ພຶດສະພາປີ 1982 ໄດ້ເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມ, ເຄີຍເປັນກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມຊຸດທີ 11 ແລະຊຸດທີ 12. ແຕ່ປີ 2011 ຫາປີ 2016, ທ່ານຫງວຽນຊວນຟຸກໄດ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີຫວຽດນາມ ແລະໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມໃນວັນທີ 7 ເມສາປີ 2016.