ກອງທັບ​ເຮືອ​ມຽນມາ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຢູ່​ອ່າວ​ບັງ​ກະລາ​ເດັດເປັນ​ເວລາ 8 ມື້

CRI, April 6, 2021
Size:

ວັນທີ 4 ເມສານີ້, ສື່ມວນຊົນທາງການຂອງມຽນມາໄດ້ນຳເອົາແຈ້ງການມາລາຍງານວ່າ: ກອງທັບເຮືອມຽນມາຈະດຳເນີນການຊ້ອມຮົບຍິງປືນທາງອາກາດ, ທາງທະເລ ແລະໃຕ້ນ້ຳໃນອ່າວບັງກະລາເດັດແຕ່ວັນທີ 4 ຫາວັນທີ 11 ເມສານີ້, ເຕືອນໃຫ້ກຳປັ່ນຂະໜາດໃຫຍ່, ເຮືອບັນທຸກສິນຄ້າ, ເຮືອຫາປາ ແລະອື່ນໆຢ່າເດີນຜ່ານ ຫຼືຈອດຄ້າງຢູ່ໃນບໍລິເວນອ້ອມແອ້ມເຂດທະເລທີ່ກຳນົດໄວ້ໃນວົງລັດສະເໝີ 15 ໄມທະເລ, ເຮືອບິນ ແລະຍົນເຮລິຄອບເຕີກໍບໍ່ໃຫ້ບິນຜ່ານນ່ານຟ້າທີ່ສູງກວ່າລະດັບໜ້ານ້ຳທະເລ 15000 ຟຸດ.

ກ່ອນໜ້ານີ້, ທະຫານເຮືອຂອງລັດຍະໄຂ່ປະເທດມຽນມາເຄີຍໄດ້ຝຶກແອບຍິງປືນຢູ່ເຂດນ້ຳທະເລທີ່ອ້ອມເກາະຕ່າງໆ ເຊັ່ນ: ເກາະໂຟໂກ ແລະອື່ນໆນັບແຕ່ວັນທີ 19 ຫາວັນທີ 23 ກຸມພາຜ່ານມາ ເພື່ອກວດເບິ່ງສະພາບອາວຸດຍຸດໂທປະກອນ.