ນາຍົກລາວກ່າວວວ່າ:ພັກແລະລັດຖະບານຈີນສາມາດຮັບປະກັນຄວາມປອດໄພທາງດ້ານຊີວິດຂອງປະຊາຊົນ

CRI, April 2, 2021
Size:

ວັກຊີນປ້ອງກັນໂຄວິດ-19 ຈໍານວນ 800.000 ໂດດ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດຖະບານ ແລະກອງທັບ ສປ ຈີນ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າ ວັນທີ 31 ມີນາ 2021ນີ້, ເຊິ່ງເປັນຄັ້ງທີສອງ ທີ່ ສປ ຈີນໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ. ຕາງໜ້າຝ່າຍລາວຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະຕາງໜ້າຝ່າຍຈີນມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ເຂົ້າຮ່ວມໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ກ່າວວ່າ: ຈີນໃນຖານະເປັນໜຶ່ງໃນບັນດາປະເທດທີ່ມີພົນລະເມືອງຫຼາຍທີ່ສຸດໃນໂລກ, ແຕ່ວ່າຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປ ຈີນມີຈໍານວນໜ້ອຍກວ່າເມື່ອທຽບໃສ່ບາງປະເທດມະຫາອໍານາດທີ່ມີຕົວເລກຜູ້ຕິດເຊື້ອຜິດດ່ຽງກັນຫຼາຍທີ່ສຸດ ແລະບາງປະເທດມະຫາອໍານາດມີຜູ້ຕິດເຊື້ອຫຼາຍກວ່າ 30.000.000 ຄົນແລ້ວ, ແຕ່ຈີນຊໍ້າພັດສາມາດຮັບປະກັນຄວາມປອດໄພທາງດ້ານຊີວິດຂອງປະຊາຊົນ ຊຶ່ງໄດ້ສ່ອງແສງໃຫ້ເຫັນວ່າ, ພັກ ແລະລັດຖະບານຈີນໄດ້ໃຫ້ຄວາມສໍາຄັນຢ່າງສູງຕໍ່ຄວາມປອດໄພທາງດ້ານ ຊີວິດຂອງປະຊາຊົນ, ອີກດ້ານໜຶ່ງ, ຍັງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດ ແລະຄວາມເຂັ້ມແຂງຂອງການນໍາພາຂອງພັກກອມມູນິດຈີນກໍຄືການຈັດຕັ້ງປະຕິບັດຂອງລັດຖະບານຈີນໃນການຕ້ານກັບພະຍາດນີ້ຢ່າງມີຜົນສັກສິດນໍາອີກ.

ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ບາງປະເທດເຫັນແຕ່ຜົນປະໂຫຍດສ່ວນຕົວ ແລະໃຊ້ບັນຫາໂຄວິດ-19 ເປັນບັນຫາການເມືອງສາກົນ ຊຶ່ງພວກເຮົາສາມາດຫຼີກລ້ຽງທັດສະນະ ແລະການແຊກແຊງດັ່ງກ່າວ, ນີ້ເປັນບົດຮຽນໃຫ້ແກ່ພວກເຮົາໃນການສືບຕໍ່ຍຶດໝັ້ນອຸດົມການສັງຄົມນິຍົມແລະຍຸຕິທໍາທີ່ຖືກຕ້ອງຕໍ່ໄປ. ທ່ານຍັງໄດ້ຢືນຢັນອີກເທື່ອໜຶ່ງຕໍ່ທັດສະນະການເມືອງການຮ່ວມມືຮອບດ້ານ ແລະຖານະເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຄູ່ຮ່ວມຊາຕາກໍາລະຫວ່າງລາວ-ຈີນແມ່ນຍັງສືບຕໍ່ດໍາເນີນໄປຢ່າງສະເໝີຕົ້ນສະເໝີປາຍ.