ຫວຽດ​ນາມກ່າວ​ວ່າ:​ເຄົາ​ລົບແລະ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ “ປະ​ເທດດຽວ​ສອງ​ລະ​ບອບ” ຂອງ​ຈີນ ແລະ ຫວັງ​ວ່າ​ຮົງ​ກົງ​​ຈະສາ​ມາດ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ

CRI, April 1, 2021
Size:

    ວັນທີ 11 ມີນານີ້, ໃນກອງປະຊຸມຂ່າວຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງລີທີທູຮັງ ໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝ 13 ທີ່ໄດ້ຮັບຮອງມະຕິກ່ຽວກັບການປັບປຸງລະບຽບການເລືອກຕັ້ງຂອງເຂດບໍລິຫານພິເສດຮົງກົງ.

 

    ທ່ານນາງລີທີທູຮັງກ່າວວ່າ, ຫວຽດນາມເຄົາລົບ ແລະ ໃຫ້ການສະໜັບສະໜູນນະໂຍບາຍ “ປະເທດດຽວສອງລະບອບ” ຂອງຈີນ, ສະໜັບສະໜູນກົດໝາຍພື້ນຖານຮົງກົງ ພ້ອມທັງກົດໝາຍ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງ. ວຽກງານຮົງກົງແມ່ນວຽກງານພາຍໃນຂອງຈີນ, ຫວັງວ່າຮົງກົງຈະສາມາດຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາໄດ້.