ໄທ​ຈະ​ຊື້​ວັກ​ຊີນ​ໂຄວິດ-19 ອີກ 5 ລ້ານຫຼອດ​​ຈາກ​ຈີນ

CRI, March 31, 2021
Size:


ວັນທີ 20 ມີນານີ້, ທ່ານວິທູນ ດ່ານວິບູນ ຫົວໜ້າກົມຢາກະຊວງສາທາລະນະສຸກໄທໄດ້ກ່າວຢູ່ສະຖານທີ່ຮັບວັກຊີນໂຄວິດ-19 ຈີນງວດທີສອງວ່າ: ໄທຈະຊື້ວັກຊີນໂຄວິດ-19 ອີກ 5 ລ້ານຫຼອດຈາກຈີນ ເພື່ອຊ່ວຍໄທຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.

 

ວັກຊີນຊີນໂນແວກທີ່ລັດຖະບານໄທໄດ້ຊື້ໃນກ່ອນໜ້ານີ້ຈະຂົນສົ່ງໄປເຖິງປະເທດໄທໂດຍແບ່ງເປັນ 3 ງວດ, ງວດທຳອິດໄດ້ຂົນສົ່ງໄປເຖິງປະເທດໄທໃນວັນທີ 24 ກຸມພາຜ່ານມານີ້ ແລະ ເລີ່ມສັກວັກຊີນໃຫ້ປະຊາຊົນໄທແລ້ວ; ງວດທີສອງໄດ້ຂົນສົ່ງໄປເຖິງປະເທດໄທໃນຕອນເຊົ້າວັນທີ 20 ມີນານີ້ ແລະ ງວດທີ 3 ຈະຂົນສົ່ງໄປເຖິງປະເທດໄທໃນເດືອນເມສາໜ້ານີ້.

 

ໄທຈະຊື້ວັກຊີນໂຄວິດ-19 ອີກ 5 ລ້ານຫຼອດຈາກຈີນ_fororder_b36c00f0247148058a52a17cfcbcdad6_16x9


 

ວັນທີ 20 ມີນານີ້, ໄທໄດ້ລາຍງານມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ 119 ກໍລະນີພາຍໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ຜູ້ທີ່ຕິດເຊື້ອພະຍາດຢູ່ໃນປະເທດໄທມີ 112 ກໍລະນີ, ຜູ້ທີ່ເຂົ້າມາຈາກຕ່າງປະເທດມີ 7 ກໍລະນີ, ລວມທັງໝົດມີຜູ້ຕິດເຊື້ອ 27.713 ກໍລະນີ. ບໍ່ມີຜູ້ເສຍຊີວິດຍ້ອນເປັນພະຍາດທີ່ເພີ່ມໃໝ່, ລວມທັງໝົດມີຜູ້ເສຍຊີວິດ 90 ກໍລະນີ ແລະ ອັດຕາເສຍຊີວິດແມ່ນ 0,32%.