ໂຄງການສະໜອງໄຟຟ້າພາຍນອກຂອງຕອນທາງໃນປະເທດລາວຂອງເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດ90%

CRI, March 31, 2021
Size:

ວັນທີ 25 ກຸມພານີ້, ໄລຍະຕອນທາງທີ 1 ແລະທີ 3 ຂອງໂຄງການສະໜອງໄຟຟ້າພາຍນອກຂອງຕອນທາງໃນປະເທດລາວເສັ້ນທາງລົດໄຟລາວ-ຈີນໄດ້ສ້າງສຳເລັດຕິດຕໍ່ກັນໃນຊຸມມື້ທີ່ຜ່ານມາ. ມາຮອດປະຈຸບັນ, ຄວາມຄືບໜ້າໂດຍລວມຂອງໂຄງການໄດ້ສຳເລັດແລ້ວ 90%.

ອີງຕາມຂໍ້ມູນຂ່າວສານແຈ້ງວ່າ, ໂຄງການສະໜອງໄຟຟ້າພາຍນອກຂອງຕອນທາງປະເທດລາວເສັ້ນທາງລົດໄຟລາວ-ຈີນແມ່ນໂຄງການສະໜອງໄຟຟ້າແບບຄົບຊຸດໃຫ້ແກ່ ທາງລົດໄຟລາວ-ຈີນ, ມີທັງໝົດ 5 ໄລຍະຕອນທາງ. ໃນວັນທີ 9 ມັງກອນປີນີ້, ໂຄງການໄລຍະຕອນທາງທີ 2 ໄດ້ສຳເລັດ. 10 ວົງຈອນຂອງໄລຍະຕອນທາງທີ 1 ທີ່ສຳເລັດໃນເທື່ອນີ້ມີຄວາມຍາວທັງໝົດ 61,27 ກິໂລແມັດ, ເສັ້ນທາງດັ່ງກ່າວແມ່ນຜ່ານ 3 ແຂວງຄື ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ. ໄລຍະຕອນທາງທີ 3 ມີຄວາມຍາວ 65,88 ກິໂລແມັດ, ເລີ່ມຕົ້ນທີ່ແຂວງອຸດົມໄຊ ແລະ ສິ້ນສຸດລົງໃນແຂວງຫຼວງພະບາງ.

ມາຈາກ: ໜັງສຶພິມລາຍວັນຢຸນນານ

ນັກຂ່າວ: ຫວັງຫວນ