ເຈົ້າໜ້າທີ່ທະຫານມຽນມາກ່າວຢ້ຳວ່າຈະຈັດການເລືອກຕັ້ງທົ່ວໄປຄືນໃໝ່

CRI, March 30, 2021
Size:

ວັນທີ 27 ມີນານີ້, ທ່ານມິນອອງລາຍ ຜູ່ບັນຊາການໃຫຍ່ກອງທັບປ້ອງກັນປະເທດມຽນມາກ່າວວ່າ, ພາຍຫຼັງພາວະສຸກເສີນສິ້ນສຸດແລ້ວ, ຈະຈັດການເລືອກຕັ້ງທົ່ວໄປຄືນໃໝ່, ແລະມອບໂອມອຳນາດການປົກຄອງປະເທດ.

ເດືອນພະຈິກປີຜ່ານມາ, ມຽນມາໄດ້ຈັດການເລືອກຕັ້ງສະພາແຫ່ງຊາດ. ເຈົ້າໜ້າທີ່ທະຫານກັບພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາ ຫຼື NLD ໄດ້ເກີດຄວາມເຫັນຂັດແຍ້ງກັນຕໍ່ຜົນການເລືອກຕັ້ງທົ່ວໄປຄັ້ງນີ້, ເຈົ້າໜ້າທີ່ທະຫານເຫັນວ່າການເລືອກຕັ້ງທົ່ວໄປມີການກະທຳສໍ້ໂກງ. ວັນທີ 1 ກຸມພາປີນີ້, ທ່ານວິນມິນ ປະທານາທິບໍດີມຽນມາ, ທ່ານນາງອອງຊານຊູຈີ ທີ່ເປິກສາແຫ່ງລັດມຽນມາແລະເຈົ້າໜ້າທີ່ຂັ້ນສູງຂອງ NLD ຈຳນວນໜຶ່ງໄດ້ຖືກເຈົ້າໜ້າທີ່ທະຫານຄຸມຂັງ. ຈາກນັ້ນ, ເຈົ້າໜ້າທີ່ທະຫານໄດ້ປະກາດປະຕິບັດພາວະສຸກເສີນເປັນເວລາ 1 ປີ, ອຳນາດລັດໄດ້ຖືກມອບໃຫ້ທ່ານມິນອອງລາຍ ຜູ່ບັນຊາການໃຫຍ່ກອງທັບປ້ອງກັນປະເທດມຽນມາ.