ຮູບແຕ່ງງານຂອງຂ້ອຍໃນຊຸດປະເພນີລາວ

Yunnan Gateway, March 30, 2021
Size:


ໃນປີ 1989, ທ່ານ ຢຸນອີ້ ສາມີຂອງຂ້ອຍ ໃນຖານະທີ່ເປັນວິສະວະກອນ ໂຄງການກໍ່ສ້າງຮ່ວມມືເຂື່ອນໄຟຟ້າຂະໜາດນ້ອຍ ແລະ ຊົນລະປະທານກະສິກຳຂອງລັດຖະບານລາວ ແລະ ຈີນ ລາວໄດ້ເດີນທາງມາລາວ, ເຂົ້າຮ່ວມວຽກງານການຄຸ້ມຄອງດຳເນີນການ ແລະ ການອອກແບບໂຄງການສະຖານີໄຟຟ້າຂະໜາດນ້ອຍຢູ່ບໍ່ນ້ຳອຸ່ນແຂວງຊຽງຂວາງ, ເມືອງມໍ ເປັນຕົ້ນ.


ໃນລະຫວ່າງການເຮັດວຽກ, ທ່ານ ຢຸນອີ້ ໂຊກບໍ່ດີ ໄດ້ປະສົບອຸບັດຕິເຫດທາງຖະໜົນທີ່ຮຸນແຮງ, ໃນຊ່ວງວິກິດຂອງຊີວິດ, ໄດ້ຮັບການຊ່ວຍເຫຼືອຈາກທ່ານ ພູມີ ທິບພະວອນ ເຈົ້າແຂວງ ແຂວງຊຽງຂວາງ ແລະ ທ່ານ ນາຍພົນ ຈູມມະລີ ໄຊຍະສອນ ລັດຖະມົນຕີກະຊວງປ້ອງກັນປະເທດໃນເວລານັ້ນ, ເຮັດໃຫ້ລາວໄດ້ມີຊີວິດເທື່ອທີສອງ, ພາຍຫຼັງທີ່ຮ່າງກາຍຟື້ນຄືນແຂງແຮງດີແລ້ວ ກໍໄດ້ສຸມຈິດໃຈເຂົ້າໃນການເຮັດວຽກງານ. ຜົນງານການເຮັດວຽກຂອງລາວກໍໄດ້ຮັບການຍ້ອງຍໍສັນລະເສີນຈາກລັດຖະບານລາວ ແລະ ປະຊາຊົນໃນທ້ອງຖິ່ນ, ສາມີຂອງຂ້ອຍ ແລະ ທ່ານ ພູມີ ກໍໄດ້ມີສາຍສຳພັນຮັກແພງກັນຢ່າງສະໜິດແໜ້ນ.



ໃນປີ 2013, ພາຍໃຕ້ການສະໜັບສະໜູນຂອງສາມີ, ຂ້ອຍໄດ້ມາຮຽນພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ. ໃນນາມທີ່ເປັນຄູສອນພາສາຈີນຂັ້ນສູງສາກົນ IPA ໃນເວລາດຽວກັນຂ້ອຍກໍໄດ້ເປັນຄູອາສາສະໝັກສອນພາສາຈີນທີ່ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ຜ່ານໄລຍະເວລາເຮັດວຽກ ແລະ ຮ່ຳຮຽນອັນມີຄວາມສຸກ 1 ປີຢູ່ປະເທດລາວ. ໃນປີ 2013 ຮອດປັດຈຸບັນ, ຂ້ອຍໄດ້ເປັນຫົວໜ້າຫ້ອງການວຽກງານປະເທດລາວ ຂອງສູນຄົ້ນຄວ້າໄທ ມະຫາວິທະຍາໄລຢຸນນານ, ຮັບຜິດຊອບວຽກງານການແລກປ່ຽນວັດທະນະທຳ ແລະ ການສຶກສາລາວ-ຈີນ, ສະໜອງການສິດສອນພາສາຈີນ, ການຊີ້ນຳການປະຕິບັດທາງສັງຄົມ ແລະ ຄວາມຊ່ວຍເຫຼືອດ້ານການໃຊ້ຊີວິດໃຫ້ແກ່ນັກສຶກສາລາວທີ່ມາຮຽນຢູ່ຈີນ.



ໃຊ້ຊີວິດຢູ່ປະເທດລາວມາຫຼາຍປີ, ດິນແດນສວຍງາມມະຫັດສະຈັນ, ຮີດຄອງປະເພນີທີ່ເກົ່າແກ່ ແລະ ລຽບງ່າຍ, ວັດທະນະທຳດັ້ງເດີມທີ່ມີມົນສະເໜ່ເປັນເອກະລັກແຫ່ງນີ້ ລ້ວນແຕ່ໄດ້ດຶງດູດພວກເຮົາຢ່າງເລິກເຊິ່ງ, ປະເທດລາວໄດ້ກາຍເປັນບ້ານຫຼັງທີສອງໃນໃຈຂອງພວກເຮົາ, ໃນປີ 2019, ເພື່ອເປັນການລະນຶກເຖິງການເຮັດວຽກຢູ່ປະເທດລາວຂອງຜົວ ຄົບຮອບ 30 ປີ, ພວກເຮົາໄດ້ຖ່າຍຮູບແຕ່ງງານໃນຊຸດເຄື່ອງນຸ່ງປະເພນີລາວ.



ພວກເຮົາໄດ້ໄປຮອດຮ້ານຖ່າຍຮູບ ໃນເຂດເມືອງໂພນສະຫວັນ, ສອງຜົວເມຍເຈົ້າຂອງຮ້ານທີ່ກະຕືລືລົ້ນເມື່ອໄດ້ຍິນວ່າພວກເຮົາຢາກຖ່າຍຊຸດແຕ່ງງານປະເພນີລາວກໍຮູ້ສຶກປະຫຼາດໃຈຫຼາຍ, ຮີບຂຸ້ນຂ້ຽວໂທເຊີນຊ່າງແຕ່ງໜ້າມາ. ພາຍໃຕ້ການຊ່ວຍເຫຼືອຢ່າງອົດທົນຂອງເຈົ້າຂອງຮ້ານຜູ້ຍິງ, ຂ້ອຍໄດ້ເລືອກສີຂຽວທີ່ເປັນໂຕເລືອກທຳອິດຂອງຊຸດແຕ່ງງານແບບດັ້ງເດີມ, ເຊິ່ງແຝງດ້ວຍຄວາມໝາຍທີ່ເຕັມປ່ຽມດ້ວຍຊີວິດຊີວາຄືພືດພັນ; ສີບົວທີ່ອົບອຸ່ນ ແລະ ສົດໃສ, ເປັນຕົວແທນຂອງຄວາມອົບອຸ່ນ ແລະ ໂອບອ້ອມອາລີ ຂອງເຈົ້າສາວ. ຊຸດຂອງເຈົ້າບ່າວແມ່ນອີງໃສ່ຊຸດຂອງເຈົ້າສາວໂດຍໃຊ້ສີໃກ້ຄຽງເພື່ອໃຫ້ເຂົ້າຊຸດກັນ, ເພື່ອສະແດງຄວາມງາມໂດຍລວມ ແລະ ກົມກຽວກັນ.


ພາຍຫຼັງທີ່ເຈົ້າຂອງຮ້ານຜູ້ຍິງຊ່ວຍຂ້ອຍນຸ່ງຊຸດສິ້ນທີ່ຊັບຊ້ອນແລ້ວ, ຊ່າງແຕ່ງໜ້າກໍໄດ້ເກົ້າຜົມສູງແບບລາວ ແລະ ແຕ່ງໜ້າແບບເຕັມໃຫ້ຂ້ອຍ, ສຸດທ້າຍກໍແມ່ນໃສ່ເຄື່ອງປະດັບສີຄຳທີ່ສ່ອງປະກາຍແບບຕ່າງໆ. ຍ້ອນວ່າປະເທດລາວມີບໍ່ຄຳຫຼາຍ, ດັ່ງນັ້ນ ຊຸດແຕ່ງງານຈຶ່ງຈັບຄູ່ກັບເຄື່ອງປະດັບຄຳດັ້ງເດີມຂອງລາວອັນງົດງາມ. ເຈົ້າຂອງຮ້ານຜູ້ຊາຍກໍໄດ້ຊ່ວຍສາມີຂ້ອຍແຕ່ງໂຕສຳເລັດ, ລາວບໍ່ພຽງແຕ່ໃສ່ເຄື່ອງປະດັບຄຳ, ຍັງໃສ່ເກີບຄູ່ໜຶ່ງທີ່ມີຮູບຊົງເປັນຫົວເຮືອບູຮານທີ່ເປັນເອກະລັກ, ມືຖືດາບຍາວທີ່ເປັນສັນຍະລັກຂອງວິລະບູລຸດ ແລະ ອຳນາດ, ເບິ່ງແລ້ວສະຫງ່າ ແລະ ກ້າຫານຫຼາຍ.


ໃນຕອນທີ່ເຈົ້າຂອງຮ້ານຖາມພວກເຮົາວ່າເປັນຫຍັງຈຶ່ງຢາກຖ່າຍຊຸດແຕ່ງງານປະເພນີລາວ, ພວກເຮົາສອງຄົນຕອບແບບບໍ່ຕ້ອງໃຊ້ເວລາຄິດເລີຍວ່າ “ພວກເຮົາຮັກໃນວັດທະນະທຳດັ້ງເດີມຂອງລາວ”ພາຍຫຼັງຖ່າຍຮູບຊຸດແຕ່ງງານແລ້ວ, ເຈົ້າຂອງຮ້ານທີ່ກະຕືລືລົ້ນຍັງໄດ້ໂພສຮູບໃບໜຶ່ງຂອງພວກເຮົາລົງໃນ Facebook, ທັງຍັງໃນຂຽນຂໍ້ຄວາມຄູ່ກັບຮູບວ່າ: ສອງຜົວເມຍຄົນຈີນຮັກໃນວັດທະນະທຳລາວ, ຖ່າຍຮູບຊຸດແຕ່ງງານປະເພນີລາວ. ພວກເຮົາສອງຜົວເມຍໄດ້ກາຍເປັນຫົວຂໍ້ຂ່າວຮ້ອນຢູ່ລາວໃນມື້ນັ້ນ, ຍ່າງຕາມຖະໜົນກໍມີໝູ່ເພື່ອນຄົນລາວທິ່ບໍ່ຮູ້ຈັກກັນເບິ່ງອອກ. ສຳລັບພວກເຮົາແລ້ວ, ປະສົບການການຖ່າຍຮູບແຕ່ງງານຄັ້ງນີ້ແມ່ນຄວາມປະທັບໃຈທີ່ບໍ່ມີວັນລືມໄປ.

ນັກຂຽນ: ນາງ ໂຢວມົ້ງຜິງ ຫົວໜ້າຫ້ອງການວຽກງານປະເທດລາວ ແລະ ຫ້ອງການຝຶກອົບຮົມຕ່າງປະເທດຂອງ ສູນຄົ້ນຄວ້າໄທ ມະຫາວິທະຍາໄລຢຸນນານ.