ຄະນະຮູບເງົາດີເດັ່ນລາວ-ຈີນ ມອບເຄື່ອງສາຍຮູບເງົາໃຫ້ ຖວທ ຫຼວງພະບາງ

CRI, March 28, 2021
Size:

ຄະນະຮູບເງົາດີເດັ່ນລາວ-ຈີນ ມອບເຄື່ອງສາຍຮູບເງົາໃຫ້ ຖວທ ຫຼວງພະບາງ_fororder_微信图片_20210326144853


 ເພື່ອເປັນການສົ່ງເສີມວຽກງານທາງດ້ານວັດທະນະທໍາຂອງແຂວງຫຼວງພະບາງ, ໃນວັນທີ 26 ມີນາ 2021, ຄະນະສາຍຮູບເງົາດີເດັ່ນລາວ-ຈີນ ກໍ່ຄື ວິທະຍຸສາກົນແຫ່ງປະເທດຈີນ  (CRI)  ປະຈໍາລາວ ແລະກົມຮູບເງົາ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ໄດ້ມອບເຄື່ອງສາຍຮູບເງົາ 1 ຊຸດ ໃຫ້ແກ່ພະແນກ ຖວທ ແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຫຼີຈື້ກົ່ງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ, ຕາງໜ້າມອບໂດຍທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ແລະທ່ານນາງ ແສງແກ້ວ ອຳນວຍການ CRI ປະຈໍາລາວ, ຕາງໜ້າຮັບໂດຍທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກແຂວງຫຼວງພະບາງ.

 

ຄະນະຮູບເງົາດີເດັ່ນລາວ-ຈີນ ມອບເຄື່ອງສາຍຮູບເງົາໃຫ້ ຖວທ ຫຼວງພະບາງ_fororder_微信图片_20210326144907


ໃນໂອກາດນີ້ ທ່ານ ຫຼີຈື້ກົ່ງ ກ່າວວ່າ: ການມອບເຄື່ອງໃນຄັ້ງນີ້ ກໍ່ຄືກິດຈະກໍາຮູບເງົາດີເດັ່ນລາວ-ຈີນທີ່ຈະສາຍຮູບເງົາຢູ່ພາກເໜືອຄັ້ງນີ້ ຍັງເປັນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ເປັນຮູບປະທໍາ, ຫວັງວ່າເຄື່ອງຊຸດດັ່ງກ່າວຈະໄດ້ສ້າງສີສັນ ແລະຄວາມມ່ວນຊື່ນໃຫ້ແກ່ປະຊາຊົນລາວ, ແລະສົ່ງເສີມຄວາມເຂົ້າໃຈອົກເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດລາວ-ຈີນນໍາອີກ. 
ຫົວໜ້າພະແນກ ຖວທ ແຂວງ ໄດ້ຂອບໃຈຢ່າງສູງຕໍ່ກະຊວງ ຖວທ ແລະCRI  ທີ່ໄດ້ຈັດກິດຈະກໍາ ແລະມອບເຄື່ອງໃຫ້ ເຊິ່ງມີຄວາມໝາຍສໍາຄັນຍິ່ງ ເນື່ອງໃນໂອກາດທົ່ວແຂວງພວມຈັດຕັ້ງຜັນຂະຫຍາຍວຽກງານສໍາຄັນຕ່າງຂອງພັກ ແລະຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ ເຊິ່ງເຄື່ອງຊ່ວຍເຫຼືອຍັງສາມາດນໍາໃຊ້ເຂົ້າໃນວຽກງານຕ່າງໆຂອງພັກ ແລະລັດໄດ້ນໍາອີກ ແລະຈະນໍາໃຊ້ເຄື່ອງຊ່ວຍເຫຼືອໃຫ້ເກີດຜົນປະໂຫຍດ ແລະມີປະສິດທິພາບສູງສຸດ.

 

ຄະນະຮູບເງົາດີເດັ່ນລາວ-ຈີນ ມອບເຄື່ອງສາຍຮູບເງົາໃຫ້ ຖວທ ຫຼວງພະບາງ_fororder_微信图片_20210326144918


ອຸປກອນສາຍຮູບເງົາທີ່ຊ່ວຍເຫຼືອປະກອບມີ: ເຄື່ອງສາຍໄລເຊີ, ລຳໂພງ, ຈໍພາບເຄື່ອນທີ່ ແລະອື່ນໆ ທີ່ສາມາດຖ່າຍທອດຮູບເງົາໄດ້ມາດຕະຖານສູງ. ຂໍ້ມູນຍັງໃຫ້ຮູ້ຕື່ມວ່າ: ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນໃຫ້ການສະໜັບສະໜູນໂດຍກຸ່ມບໍລິສັດຮູບເງົາຈີນ. ຫຼັງຈາກພິທີມອບ-ຮັບເຄື່ອງ, ທີມສາຍຮູບເງົາດີເດັ່ນລາວ-ຈີນ, ກໍ່ໄດ້ຈັດຝຶກອົບຮົມພື້ນຖານຕິກນິກໃນການນໍາໃຊ້ເຄື່ອງດັ່ງກ່າວໃຫ້ກັບບຸກຄະລາກອນຂອງແຂວງຫຼວງພະບາງ.