ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຂອງກຳປູເຈຍໄດ້ສ້າງສະຖິຕິ ໃໝ່

CRI, March 28, 2021
Size:

ວັນທີ 27 ມີນານີ້, ກະຊວງສາທາລະນະສຸກກຳປູເນຍໄດ້ແຈ້ງການວ່າ, ໃນມື້ ຜ່ານມາ, ກຳປູເຈຍມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 179 ກໍລະນີ, ເປັນມື້ໜຶ່ງທີ່ມີຜູ້ຖືກບົ່ງມະຕິເປັນພະຍາດເພີ່ມໃໝ່ຫຼາຍທີ່ສຸດພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ມາຮອດປັດຈຸບັນ, ຢູ່ກຳປູເຈຍມີຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວມີທັງໝົດ 2147 ກໍລະນີ.

ກະຊວງສາທາລນະສຸກກຳປູເຈຍກ່າວວ່າ, ໃນຜູ້ຖືກບົ່ງມະຕິເປັນພະຍາດເພີ່ມໃໝ່ 179 ກໍລະນີມີ 1 ກໍລະນີມາຈາກຕ່າງປະເທດ, ອີກ 178 ກໍລະນີແມ່ນເກີດຂຶ້ນພາຍໃນປະເທດຕົນ. ມາຮອດຕອນເຊົ້າວັນທີ 27 ມີນານີ້, ທັງໝົດມີ 9 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19, ແລະປົວໃຫ້ຫາຍດີ 1132 ຄົນ.

ເລຂາລັດຖະກິດທັງເປັນໂຄສົກກະຊວງສາທາລະນະສຸກກຳປູເຈຍກ່າວໃນແຈ້ງການວ່າ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກຳປູເຈຍແມ່ນຂ້ຽວຂາດຫຼາຍ, ຈຶ່ງຮຽກຮ້ອງໄປຍັງປະຊາຊົນຈົ່ງປະຕິບັດຕາມມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ, ຖ້າບໍ່ຈຳເປັນກໍບໍ່ອອກນອກເຮືອນ.