ທ່ານ ສູນິງນິງ: ປະເທດຈີນແມ່ນປະເທດທີ່ເຂົ້າມາລົງທຶນຫຼາຍທີ່ສຸດຢູ່ປະເທດລາວ

lmcchina.org, March 27, 2021
Size:

ປີນີ້ແມ່ນປີຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປ ຈີນ ກັບ ສປປ ລາວ. ໃນຫວ່າງບໍ່ດົນມານີ້, ທ່ານ ສູນິງນິງ, ປະທານຄະນະບໍລິຫານງານຂອງສະພາການຄ້າຈີນ-ອາຊຽນໄດ້ສະເໜີຄວາມຄິດເຫັນໃນເວລາໃຫ້ສຳພາດຕໍ່ສື່ມວນຊົນວ່າ: ສປ ຈີນ ເປັນປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍທີ່ສຸດ ແລະ ຈັດຢູອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ. ໃນຊຸມປີທີ່ຜ່ານມາ, ວິສາຫະກິດຈີນທີ່ເຂົ້າມາລົງທຶນຢູ່ປະເທດລາວນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ການຮ່ວມມືຈີນ-ລາວມີທ່າແຮງທາງດ້ານທີ່ຕັ້ງພູມສາດ ເພາະວ່າປະເທດລາວແມ່ນໜຶ່ງໃນສາມປະເທດອາຊຽນທີ່ມີເສັ້ນຊາຍແດນທາງບົກຕິດກັບປະເທດຈີນ, ທັງເປັນປະເທດອາຊຽນທີ່ມີເສັ້ນຊາຍແດນທາງບົກຕິດກັບປະເທດອື່ນຫຼາຍທີ່ສຸດ. ການກໍ່ສ້າງທາງລົດໄຟ ຈີນ-ລາວ ໃກ້ຈະສຳເລັດ ແລະ ເປີດນໍາໃຊ້, ເຊິ່ງຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນ ກັບ ອາຊຽນ ກໍຄື ລະຫວ່າງປະເທດອາຊຽນດ້ວຍກັນ.

ການຮ່ວມມືຈີນ-ລາວມີພື້ນຖານທີ່ດີທາງດ້ານລະບອບ, ເຊິ່ງທັງສອງປະເທດລ້ວນເປັນປະເທດສັງຄົມນິຍົມ ແລະມີທັດສະນະອຸດົມການແນວຄິດທີ່ຄ້າຍຄືກັນ. ທັງສອງປະເທດໄດ້ນຳໜ້າການລົງນາມ ແລະ ກຳລັງຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ.

 ສອງປະເທດ ຈີນ-ລາວ ສາມາດແລກປ່ຽນທ່າແຮງເຊິ່ງກັນແລະກັນໃນລະດັບທີ່ສູງໃນດ້ານເສດຖະກິດ-ການຄ້າ. ໃນຊຸມປີມໍ່ໆມານີ້, ວິສາຫະກິດຈີນທີ່ລົງທຶນຢູ່ປະເທດລາວນັບມື້ນັບຫຼາຍຂຶ້ນ. ມາຮອດປັດຈຸບັນນີ້, ປະເທດຈີນໄດ້ກາຍເປັນປະເທດທີ່ເຂົ້າມາລົງທຶນຢູ່ລາວຫຼາຍທີ່ສຸດ, ເປັນປະເທດທີ່ປະເທດລາວສົ່ງອອກຫຼາຍທີ່ສຸດ ແລະ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງປະເທດລາວ. ໃນດ້ານການກໍ່ສ້າງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງນັ້ນ, ການຄໍ້າຈູນກັນດ້ານເສດຖະກິດ-ການຄ້າລະຫວ່າງສອງຝ່າຍນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍຄຽງຄູ່ກັບການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ ແລະ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຈະມີຜົນບັງຄັບໃຊ້ນັ້ນ ຍິ່ງຈະເຮັດໃຫ້ການຮ່ວມມື ແລະ ການພັດທະນາຂອງສອງຝ່າຍມີກາລະໂອກາດທີ່ນັບມື້ນັບຫຼາຍຂຶ້ນ.

ປະເທດຈີນ ແລະ ປະເທດລາວ ແມ່ນຄູ່ຮ່ວມມືທີ່ສຳຄັນໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນເດືອນສິງຫາ 2020, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຮ່ວມຂອງນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ສປປລາວ, ໃນກອງປະຊຸມໄດ້ບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບການຮ່ວມມືຫຼາຍປະການ ແລະ ໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແລະ ຖະແຫຼງການຂອງປະທານຮ່ວມກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 3 ວ່າດ້ວຍການຮ່ວມມືໃນການເຊື່ອມສານ ລະຫວ່າງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າທາງບົກ ແລະ ທາງທະເລສາກົນໃໝ່.