ຂະແໜງການຜະລິດໝາກກ້ວຍຊ່ວຍສ້າງຄວາມຮັ່ງມີມັ່ງຄັ່ງໃຫ້ແກ່ປະຊາຊົນໃນບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, March 26, 2021
Size:

ໃນຊຸມປີຜ່ານມາ, ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ບໍລິສັດປູກກ້ວຍຂອງຈີນທີ່ໄດ້ຫັນໄປລົງທຶນຢູ່ບັນດາປະເທດໃກ້ຄຽງນັບມື້ນັບຫຼາຍຂຶ້ນ, ຂະແໜງການຜະລິດໝາກກ້ວຍຂອງປະເທດອາຊຽນໄດ້ຂະຫຍາຍຕົວຢ່າງວ່ອງໄວ ໂດຍສະເພາະແມ່ນບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ສປ ຈີນ ໄດ້ນໍາເຂົ້າໝາກກ້ວຍຈໍານວນຫຼວງຫຼາຍຈາກບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເຊັ່ນ: ຫວຽດນາມ, ລາວ, ມຽນມ້າ, ກໍາປູເຈຍ ເປັນຕົ້ນ ເຊິ່ງເຮັດໃຫ້ຂະແໜງການຜະລິດໝາກກ້ວຍໃນປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຫຼົ່ານີ້ນັບມື້ນັບມີຄວາມສໍາຄັນຂຶ້ນຕື່ມ.

ສະຖານີທົດລອງໄຮໂຂວຂອງສະຖາບັນຄົ້ນຄວ້າວິທະຍາສາດການກະເສດເຂດຮ້ອນແຫ່ງຊາດຈີນ (Haikou Experimental Station CATAS) ໄດ້ສ້າງຕັ້ງໜ່ວຍງານຜູ້ຊ່ຽວຊານທີມໜຶ່ງທີ່ຮັບໃຊ້ໃຫ້ແກ່ຕ່ອງໂສ້ການຜະລິດໝາກກ້ວຍ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສະເພາະກິດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອຊ່ວຍໃຫ້ການຜະລິດໝາກກ້ວຍຂອງຈີນສາມາດສົ່ງອອກໄປຕ່າງປະເທດ.

ປີ 2019  ທ້າວ ເລີຍໂມ, ນັກສຶກສາປີ 3 ຈາກສະຖາບັນຄົ້ນຄວ້າການກະເສດໂປເລີຍເລຍແຫ່ງຊາດກໍາປູເຈຍ ໄດ້ຕິດຕາມອາຈານນໍາພາຂຽນບົດຂອງຕົນໄປຮຽນຢູ່ສະຖານີໄຮໂຂວເປັນເວລາສອງອາທິດ ແລະ ຍັງໄດ້ເຂົ້າຮ່ວມຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍສະຖານີໄຮໂຂວຢູ່ກໍາປູເຈຍໃນປີ 2020 ອີກ. ລາວເວົ້າວ່າ ຕົນເອງມີຄວາມສົນໃຈຫຼາຍຕໍ່ຂະແໜງການຜະລິດໝາກກ້ວຍ ໂດຍສະເພາະແມ່ນເຕັກນິກໃໝ່ໃນການປູກໝາກກ້ວຍ, ເຊິ່ງພາຍຫຼັງໄດ້ບົດຮຽນແລ້ວ ກໍສາມາດນໍາໃຊ້ເຕັກນິກດັ່ງກ່າວເຂົ້າໃນການທົດລອງປູກໝາກໄມ້ພິເສດ ແລະ ຫາຍາກຊະນິດອື່ນໆຢູ່ກໍາປູເຈຍ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂະ ແໜງການຜະລິດໝາກກ້ວຍຂອງປະເທດຕົນ.

ບໍລິສັດກະສິກໍານິເວດໂອເອຊິສຕິງຢີໄຫໜານຈໍາກັດ (Hainan Dingyi Green Island Ecological Agriculture Co., LTD) ໄດ້ຮ່ວມກັບຄະນະຮັບຜິດຊອບຂອງໂຄງການ ສ້າງຕັ້ງສວນສາທິດການປູກກ້ວຍຕາມມາດຕະຖານໃນເນື້ອທີ່ ປະມານ 6,67 ເຮັກຕາ ແລະ ມີການປູກກ້ວຍໃນເຂດອ້ອມຂ້າງທີ່ກວມເອົາເນື້ອທີ່ປະມານ 200 ເຮັກຕາ, ເຊິ່ງໄດ້ຈ້າງກໍາມະກອນກໍາປູເຈຍຫຼາຍກວ່າ 250 ຄົນ.

ທ້າວ ເຮີນຊູລາຍ, ກຳມະກອນຊາວກຳປູເຈຍ ແລະ ຄອບຄົວຂອງລາວ ລ້ວນແຕ່ເຮັດວຽກຢູ່ບໍລິສັດໂອເອຊິສນີ້, ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມຮູ້ຄວາມສາມາດຂອງລາວ ໄດ້ເຮັດໃຫ້ລາວພັດທະນາຈາກກໍາມະກອນທຳມະດາຜູ້ໜຶ່ງ ມາເປັນຫົວໜ້າກໍາມະກອນ ທີ່ຮັບຜິດຊອບໂຄງການໃນປັດຈຸ ບັນ. ສ່ວນເມຍຂອງລາວກໍໄດ້ເຮັດວຽກຢູ່ໂຮງອາຫານຂອງບໍລິສັດ ແລະ ນາງ ລູຊາດີ ລູກສາວຂອງພວກເຂົາທີ່ເຕີບໃຫຍ່ຢູ່ຫໍພັກບໍລິສັດ ກໍໄດ້ກາຍເປັນກໍາມະກອນເຮັດວຽກງານການຫຸ້ມຫໍ່ຢູ່ໂຮງງານຫຸ້ມຫໍ່ໝາກກ້ວຍ. ທ້າວ ເຮີນຊູລາຍ ເວົ້າວ່າ ລາວມີເງິນເດືອນປະມານ 700-800 ໂດລາ, ເຊິ່ງສາມາດຊື້ທີ່ດິນຢູ່ເຂດຕິດກັບປາກທາງເຂົ້າສວນປູກກ້ວຍໂອເອຊິສ ເພື່ອກຽມປຸກເຮືອນໃໝ່ຂອງຕົນເອງ. ລາວຮູ້ສຶກມີຄວາມພໍ ໃຈຕໍ່ຊີວິດທີ່ສາມາດຕັ້ງຖິ່ນຖານຢູ່ບ່ອນນີ້.

ບໍລິສັດໂອເອຊິສຮູ້ບຸນຄຸນຂອງປະຊາຊົນຢູ່ທ້ອງຖິ່ນທີ່ໄດ້ໃຫ້ການສະໜັບສະໜູນແກ່ຕົນເອງ ແລະ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານການກຸສົນຂອງທ້ອງຖິ່ນ ໂດຍໄດ້ບໍລິຈາກເງິນຈໍານວນ 2,53 ແສນໂດລາ ເຂົ້າໃນການກໍ່ສ້າງໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ແລະ ວັດວາອາຮາມຈໍານວນໜຶ່ງ ເພື່ອປະກອບທຶນຊ່ວຍເຫຼືອໃນວຽກງານການສຶກສາ ແລະ ສາສະໜາຢູ່ທ້ອງຖິ່ນ. ພ້ອມກັນນັ້ນ ບໍລິສັດຍັງໄດ້ລົງທຶນ 5 ແສນໂດລາ ເພື່ອສ້າງເສັ້ນທາງຍາວ 50 ກິໂລແມັດ ແລະ ຂົວ 2 ແຫ່ງຢູ່ທ້ອງຖິ່ນດັ່ງກ່າວ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນທີ່ອາໄສຢູ່ເຂດອ້ອມຂ້າງ.

ມາຮອດ ປີ 2019, ວິສາຫະກິດຂອງຈີນໄດ້ລົງທຶນປູກກ້ວຍຢູ່ຕ່າງປະເທດຢ່າງຫຼວງຫຼາຍ ເຊິ່ງມີເນື້ອທີ່ທັງໝົດ 63.000 ເຮັກຕາ, ໃນນັ້ນ ຢູ່ປະເທດລາວມີ 20.000 ເຮັກຕາ, ມຽນມ້າ 27.000 ເຮັກຕາ, ກໍາປູເຈຍ 10.000 ເຮັກຕາ, ໄທ 3300 ເຮັກຕາ ແລະ ຫວຽດນາມ 3300 ເຮັກຕາ, ຈົນໄດ້ກາຍເປັນຕ່ອງໂສ້ການຜະລິດທີ່ເປັນລະບົບຄົບຖ້ວນເທື່ອລະກ້າວ ທີ່ກວມເອົາທັງການປູກເບ້ຍ, ການເພາະປູກ, ການຜະລິດວັດຖຸ ແລະ ເຄື່ອງໃຊ້ກະສິກໍາ, ການເກັບຮັກສາ, ຂົນສົ່ງ ຈົນຮອດການປຸງແຕ່ງໝາກກ້ວຍສົດ.


ການຈັດຊຸດຝຶກອົບຮົມດ້ານເຕັກນິກໃຫ້ແກ່ຊາວກະສິກອນໃນທ້ອງຖິ່ນ

  

ສວນສາທິດການປູກກ້ວຍຕາມມາດຕະຖານ

 

ການຊ່ວຍເຫຼືອໂຮງຮຽນປະຖົມ