ການຮ່ວມມືການແພດຂ້າມແດນ ສ້າງຜົນປະໂຫຍດ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ

Yunnan Gateway, March 26, 2021
Size:

ໃນຄ່ຳຄືນໜຶ່ງຂອງເດືອນກໍລະກົດ ປີ 2019, ທ່ານ ໂພຄຳ ລຳຄູນ (ແປຕາມສຽງ) ທ່ານໝໍ ຂອງຫ້ອງປະຕິບັດການຂອງໂຮງໝໍແຂວງຫຼວງນ້ຳທາ ໄດ້ພາລູກສາວອາຍຸ 3 ປີທີ່ໄດ້ຮັບບາດເຈັບຢູ່ສະໝອງຈາກອຸບັດຕິເຫດທາງລົດຂ້າມຜ່ານດ່ານ “ຊ່ອງທາງສີຂຽວ”ສຳລັບການແພດ, ພາຍຫຼັງຂ້າມດ່ານ ໄດ້ມາຮອດໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ (Xishuangbanna). ລາວບອກວ່າ, ໃນທາງໜຶ່ງແມ່ນມີຄວາມເຊື່ອໝັ້ນໃນລະດັບການປິ່ນປົວຂອງໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ, ສ່ວນອີກດ້ານໜຶ່ງກໍແມ່ນຍ້ອນວ່າຈາກແຂວງຫຼວງນ້ຳທາໄປຫານະຄອນຫຼວງວຽງຈັນນັ້ນຕ້ອງເດີນທາງດ້ວຍລົດ 8 ຊົ່ວໂມງ, ແຕ່ໄປຊ່ອງທາງສີຂຽວມີແຕ່ 2 ຊົ່ວໂມງປາຍ. ຜ່ານການປິ່ນປົວກອບກູ້ຢ່າງທັນເວລາຂອງທ່ານໝໍໃນໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ, ລູກສາວລາວໄດ້ອອກຈາກໂຮງໝໍ ແລະ ຄືນມາມີສຸຂະພາບແຂງແຮງ.


ເນື່ອງຈາກຊາຍແດນຕິດກັນ, ຈິດໃຈປະຊາຊົນເຊື່ອມໂຍງກັນ, ຕະຫຼອດເວລາທີ່ຜ່ານມາ, ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ແມ່ນຕົວເລືອກທຳອິດຂອງຄົນເຈັບປະເທດລາວທີ່ຢາກອອກໄປຮັບການປິ່ນປົວຢູ່ຕ່າງປະເທດ. ປີ 2014, ພາຍໃຕ້ການສະໜັບສະໜຸນດ້ານເຕັກນິກ ແລະ ທຶນຮອນຂອງປະເທດຊາດ, ໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ ໄດ້ເລີ່ມເປີດການຝຶກອົບຮົບພະນັກງານການແພດເພື່ອປະເທດລາວ. ທ່ານ ຊູຢຸນ (Shu Yun) ຮອງຜູ້ອຳນວຍການໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ກ່າວວ່າ“ການດຳເນີນການຝຶກອົບຮົມການປິ່ນປົວສະເພາະດ້ານ, ສິ່ງທຳອິດຕ້ອງແກ້ບັນຫາການສື່ສານ. ໃນດ້ານນີ້ແມ່ນທັງສອງຝ່າຍດຳເນີນການ, ພວກເຮົາສົ່ງພະນັກງານໄປຮັບການຝຶກອົບຮົມພາສາລາວຢູ່ໂຮງໝໍແຂວງຫຼວງນ້ຳທາ, ພາຍຫຼັງທີ່ພະນັກງານດ້ານການແພດຂອງລາວມາຮອດໂຮງໝໍ, ພວກເຮົາກໍໄດ້ຝຶກອົບຮົມພາສາຈີນໃຫ້ພວກເຂົາເຊັ່ນກັນ.”


ເມື່ອບັນຫາການສື່ສານໄດ້ຮັບການແກ້ໄຂ, ການຝຶກອົບຮົມກໍໄດ້ເຫັນຜົນສຳເລັດຢ່າງວ່ອງໄວ. ທ່ານ ຊູຢຸນ ໄດ້ຍົກຕົວຢ່າງໃຫ້ຟັງວ່າ, ທ່ານ ນາງ ວົງເພັດ ພິມພະດີ ທີ່ມາຝຶກເຕັກນິກການຝັງເຂັມໃນເດືອນກໍລະກົດປີ 2019, ພາຍຫຼັງຈາກນັ້ນ 3 ເດືອນກໍສາມາດເລີ່ມການເຮັດວຽກຢູ່ ພະແນກຝັງເຂັມທີ່ຫາກໍເປີດໃໝ່ ຢູ່ສູນປິ່ນປົວຟື້ນຟູວຽງຈັນ.


“ນອກຈາກການຮ່ວມມືລະຫວ່າງໂຮງໝໍ, ໂຄງການຮ່ວມມືການແພດຂ້າມແດນ ຍັງໄດ້ຮັບການສະໜັບສະໜູນຢ່າງໃຫຍ່ຫຼວງຈາກ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີຄຸນໝິງ ກັບ ວິທະຍາໄລເຕັກນິກວິຊາຊີບສິບສອງພັນນາ.”ອີງຕາມການແນະນຳຂອງ ທ່ານ ຊູຢຸນ, ນອກຈາກການຮ່ວມມືຝຶກອົບຮົມລະຫວ່າງໂຮງໝໍ, ໂຮງໝໍກິ່ງແຂວງສິບສອງພັນນາ ກັບ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີຄຸນໝິງ ຍັງໄດ້ຮ່ວມມືກັນເປີດຫ້ອງຮຽນສຳລັບນັກຮຽນຕ່າງປະເທດໃນດ້ານການແພດ-ການບົ່ງມະຕິປິ່ນປົວລາວ. ພາຍຫຼັງທີ່ນັກຮຽນສຳເລັດການຮ່ຳຮຽນດ້ານທິດສະດີການແພດພື້ນຖານຢູ່ໂຮງຮຽນແລ້ວ, ຈະມາຝຶກງານຫຼັກສູດການບົ່ງມະຕິປິ່ນປົວຢູ່ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ.


ນາງ ໂຈເໝີຍຮົວ (Zhou Meihua) ແມ່ນນັກຮຽນລາວຜູ້ໜຶ່ງຂອງຫ້ອງຮຽນສຳລັບນັກຮຽນຕ່າງປະເທດລຸ້ນປີ 2015, ໃນເດືອນ ສິງຫາ ປີ 2020, ລາວໄດ້ຈົບການສຶກສາຮ່ຳຮຽນ, ໄດ້ກາຍເປັນທ່ານໝໍຜູ້ໜຶ່ງ ໃນໂຮງໝໍແຂວງອຸດົມໄຊ. ເມື່ອຫວນຄືນວັນເວລາທີ່ເຄີຍຮຽນຢູ່ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ, ນາງໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງໃນຮູບແບບການຮຽນ ແລະ ປະຕິບັດທິດສະດີຂອງໂຮງໝໍ. ລາວໄດ້ອະທິບາຍວ່າ: “ໃນໄລຍະທີ່ພວກເຮົາຮຽນຢູ່ໂຮງໝໍ, ຕອນເຊົ້າແມ່ນຮຽນຫຼັກສູດທິດສະດີການບົ່ງມະຕິ ແລະ ການປິ່ນປົວ, ຕອນບ່າຍແມ່ນໄປຫ້ອງຄົນເຈັບຝຶກງານກັບກໍລະນີທີ່ກ່ຽວຂ້ອງ, ການຮ່ຳຮຽນມີຜົນດີຫຼາຍ”


ນອກຈາກນັ້ນ , ໃນເດືອນກໍລະກົດ ປີ 2015, ຈີນ ແລະ ລາວ ໄດ້ບັນລຸຂໍ້ຕົກລົງຢ່າງເປັນເອກະພາບກັນໃນເລື່ອງການຂ້າມແດນ, ເປີດ “ຊ່ອງທາງສີຂຽວ” ສຳລັບການແພດ, ເຊິ່ງນີ້ໄດ້ເຮັດໃຫ້ຄົນເຈັບຈາກລາວສາມາດຜ່ານດ່ານເຂົ້າຈີນໄດ້ທຸກເວລາ, ໄດ້ຫຍໍ້ເວລາການເຂົ້າຮັບການປິ່ນປົວຢ່າງຫຼວງຫຼາຍ. ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ໄດ້ອາໃສເວທີຂໍ້ມູນທີ່ທັນສະໄໝເປີດການຮ່ວມມືການປິ່ນປົວກັບໂຮງໝໍຫຼາຍແຫ່ງໃນລາວ ເຊັ່ນ ເປີດກອງປະຊຸມບົ່ງມະຕິພະຍາດທາງໄກ, ການນັດພົບຜູ້ຊ່ຽວຊານທາງໄກ, ການນັດກວດທາງໄກ ແລະ ອື່ນໆ. ຮ່ວມສ້າງເວທີການບົ່ງມະຕິທາງໄກ ໃນການກວດຄື້ນໄຟຟ້າຫົວໃຈ ກັບໂຮງໝໍຫຼວງນ້ຳທາ, ໂຮງໝໍແຂວງອຸດົມໄຊ ແລະ ໂຮງໝໍບໍ່ແກ້ວ. ມາຮອດປັດຈຸບັນ, ໂຮງໝໍໄດ້ສະໜອງຄວາມສະດວກສະບາຍໃນການປ່ຽນບ່ອນປິ່ນປົວຂອງຄົນເຈັບລາວຜ່ານ “ຊ່ອງທາງສີຂຽວ” 60 ກວ່າກໍລະນີ. ເປີດກອງປະຊຸມບົ່ງມະຕິພະຍາດທາງໄກກັບຝ່າຍລາວ 8 ກໍລະນີ, ເປີດການບົ່ງມະຕິທາງໄກໃນການກວດຄື້ນໄຟຟ້າຫົວໃຈ 2880 ກໍລະນີ......