ເປັນທູດວັດທະນະທຳ ແລະ ຂົວຕໍ່ແຫ່ງການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດລາວ-ຈີນ

Yunnan Gateway, March 26, 2021
Size:

ທຸກຄັ້ງທີ່ຂ້ອຍກ້າວເຂົ້າສູ່ໃຈກາງເວທີ, ພາຍໃຕ້ຈຸດສຸມຂອງແສງໄຟ ສາມາດເວົ້າພາສາຈີນໄດ້ຢ່າງໝັ້ນໃຈ ແລະ ລ່ຽນໄຫຼດີ, ຄວບຄຸມສະຖານະການໄດ້ຢ່າງເໝາະສົມ, ໃນເມື່ອໄດ້ຮັບສຽງຕົບມື ແລະການຍ້ອງຍໍຊົມເຊີຍ ແມ່ນອົດບໍ່ໄດ້ທີ່ຈະຂອບໃຈຕົນ, ເອງທີ່ໄດ້ເລືອກເສັ້ນທາງທີ່ຖືກຕ້ອງແລ້ວ, ແມ່ນພາສາຈີນທີ່ໃຫ້ກໍາລັງແກ່ຂ້ອຍ ຊ່ວຍໃຫ້ຂ້ອຍພັດທະນາເຕີບໃຫຍ່ຂຶ້ນ, ເຮັດໃຫ້ຂ້ອຍ ຈາກເດັກນ້ອຍທີ່ໄຮ້ດຽງສາ ບໍ່ຄ່ອຍມັກເວົ້າມັກວ່າ ກາຍເປັນພິທີກອນຜູ້ທີ່ກ້າເວົ້າກ້າວ່າ ແລະ ເປັນຈຸດສຸມສາຍຕາຂອງຜູ້ຄົນ, ເຮັດໃຫ້ຂ້ອຍປ່ຽນຈາກຄົນທີ່ຢູ່ນອກເວທີແຫ່ງຊີວິດມາຢູ່ໃນໃຈກາງຂອງເວທີ, ຊ່ວຍໃຫ້ຂ້ອຍເຕີບໃຫຍ່ກາຍເປັນທູດວັດທະນະທຳ ແລະ ຂົວຕໍ່ໃນການຊຸກຍູ້ການແລກປ່ຽນດ້ານເສດຖະກິດວັດທະນະທໍາລະຫວ່າງລາວ-ຈີນ.


ຊຸນຈື(Xun Zi ນັກປັດຊະຍາຈີນ) ເຄີຍກ່າວໄວ້ວ່າ: ຖ້າບໍ່ສະສົມເທື່ອລະບາດກ້າວ ກໍຈະບໍ່ເດີນໄປໄດ້ເຖິງພັນລີ້(ໜຶ່ງລີ້ເທົ່າກັບ500ແມັດ); ຖ້າບໍ່ມີສາຍນໍ້ານ້ອຍໄຫຼມາໂຮມກັນ ກໍຈະບໍ່ເກີດມີແມ່ນໍ້າສາຍໃຫຍ່ຫຼືມະຫາສະໝຸດ. ການຮຽນຮູ້ພາສາຈີນກໍເຊັ່ນດຽວກັນ, ມັນແມ່ນຂະບວນການຄວາມມຸ່ງໝັ້ນທຸ່ນທ່ຽງ ແລະ ຄ່ອຍໆຮຽນຮູ້ສະສົມໄປ, ໃນການຮຽນຮູ້ພາສາຈີນຂອງຂ້ອຍເອງ ຂ້ອຍຕ້ອງຂອບໃຈອາຈານສອນພາສາຈີນຂອງຂ້ອຍຜູ້ໜຶ່ງ ທີ່ເອີ້ນເພິ່ນວ່າ --- ອາຈານເຖົ້າ , ຍ້ອນຄວາມເຫຼື້ອມໃສ ການກະຕຸ້ນ ແລະ ການສັ່ງສອນຂອງລາວ ຈຶ່ງເຮັດໃຫ້ຂ້ອຍເກີດຄວາມໝັ້ນໃຈໃນຕົນເອງ, ເກີດມີຄວາມໃຝ່ຝັນໃນໃຈ, ຂ້ອຍໄດ້ຕັ້ງເປົ້າໝາຍໃຫ້ກັບໂຕເອງ ຈະອອກຈາກບ້ານນ້ອຍໆໄປ ເພື່ອໃຫ້ປະສົບຜົນສໍາເລັດໃນດ້ານການສຶກສາ. ຄວາມພະຍາຍາມຢູ່ບ່ອນໃດ ຄວາມສໍາເລັດຢູ່ບ່ອນນັ້ນ, ເມື່ອຂ້ອຍຮຽນຈົບມັດທະຍົມຕອນປາຍ ເນື່ອງຈາກຄະແນນສອບເສັງດີເດັ່ນ ຂ້ອຍເລີຍໄດ້ຮັບທຶນການສຶກສາຢູ່ທີ່ມະຫາວິທະຍາໄລຂອງປະເທດຈີນ, ເຊິ່ງທຸກສິ່ງເຫຼົ່ານີ້ ແມ່ນປາສະຈາກບໍ່ໄດ້ກັບການໃສ່ໃຈສັ່ງສອນຂອງອາຈານເຖົ້າ.


ກ່ອນຈະມາຮອດປະເທດຈີນ ເປົ້າໝາຍຂອງຂ້ອຍແມ່ນພຽງແຕ່ຢາກຮຽນພາສາຈີນໃຫ້ໄດ້ດີ, ແຕ່ຫຼັງຈາກມາຮອດປະເທດຈີນແລ້ວ ຜ່ານການຄົ້ນຫາເປັນຫຼາຍໆຄັ້ງ, ຂ້ອຍຄ່ອຍໆມີຄວາມຊັດເຈນຕໍ່ແຜນການໃນອະນາຄົດຂອງໂຕເອງ. ໃນເມື່ອຂ້ອຍຮຽນປີທີສອງ ຂ້ອຍໄດ້ເຂົ້າຮ່ວມງານແຂ່ງຂັນເວົ້າພາສາຈີນຄັ້ງໜຶ່ງ, ເຊິ່ງອັນນີ້ໄດ້ກາຍເປັນຈຸດພິກປ່ຽນອັນສໍາຄັນຂອງຊີວິດຂ້ອຍ, ຂ້ອຍໄດ້ຮັບລາງວັນປະເພດທີໜຶ່ງໃນການແຂ່ງຂັນຄັ້ງນັ້ນ, ເຮັດໃຫ້ຂ້ອຍເລີ່ມມີຊື່ສຽງເລັກໆນ້ອຍໆຢູ່ໃນຄະນະ, ຄົນອື່ນຍິ່ງເຊື່ອໝັ້ນໃນຕົວຂ້ອຍ ຂ້ອຍຍິ່ງມີຄວາມພະຍາຍາມຫຼາຍຂຶ້ນ.

ຂ້ອຍມີຄວາມຕັ້ງໃຈໃນການຝຶກຝົນຕົນເອງ ແລະ ດ້ວຍຄວາມພະຍາຍາມນັ້ນເອງ ໄດ້ເຮັດໃຫ້ຂ້ອຍກາຍເປັນພິທີກອນຂອງໂຮງຮຽນທີ່ໃຜໆກໍຍອມຮັບ, ຈາກນັ້ນ ຂ້ອຍກໍໄດ້ເປັນຄູສອນພາສາລາວທີ່ທາງໂຮງຮຽນຮັບຈ້າງພິເສດ. ໃນປີ 2016, ແມ່ນໄດ້ຖືກຮັບເຊີນເປັນພິທີກອນແນະນໍາຮ້ານວາງສະແດງຂອງປະເທດລາວໃນງານວາງສະແດງຈີນ-ອາຊີໃຕ້ຢູ່ທີ່ນະຄອນຄຸນໝິງ ແຂວງຢຸນນານ. ພ້ອມດຽວກັນນັ້ນ, ຂ້ອຍກໍໄດ້ເລີ່ມຮັບວຽກງານແປພາສາສອງປະເທດລາວ-ຈີນຈໍານວນໜຶ່ງ, ປີ 2017 ເປັນຜູ້ແປພາສາໃນກອງປະຊຸມສໍາມະນາດ້ານເຕັກໂນໂລຊີ 5 ປະເທດກຸ່ມ BRICS, ປີ 2018 ເປັນຜູ້ແປພາສາໃນເທດສະການສັບປະດາຮູບເງົາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງສາກົນ, ປີ 2019 ໄດ້ເປັນຜູ້ແປພາສາໃນກອງປະຊຸມການຮ່ວມມືດ້ານການສຶກສາສາກົນ ໂດຍຮັບໃຊ້ແກ່ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີປະເທດລາວ, ໄດ້ປະກອບສ່ວນໃນການແລກປ່ຽນຮ່ວມມືໃນດ້ານເຕັກໂນໂລຊີ, ຮູບເງົາ ແລະ ການສຶກສາລະຫວ່າງສອງປະເທດລາວ-ຈີນ. ໃນຫວ່າງມໍ່ໆມານີ້ ຍັງໄດ້ເປັນຜູ້ແປພາສາ Simultaneous interpretation(ແປພ້ອມກັບສຽງຜູ້ເວົ້າ) ຢູ່ໃນກອງປະຊຸມບັນດາເຈົ້າແຂວງແລວເສດຖະກິດອະນຸພາກພື້ນແມ່ນໍ້າຂອງປີ2019 ແລະ ກອງປະຊຸມແນະນໍາການທ່ອງທ່ຽວຂອງປີທ່ອງທ່ຽວລາວ-ຈີນ ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງ, ນອກນັ້ນ, ຍັງໄດ້ເປັນພິທິກອນໃນກອງປະຊຸມປຶກສາຫາລືທິດສະດີສອງພັກລາວ-ຈີນ ທີ່ຈັດຂຶ້ນຢູ່ນະຄອນເຊ້ຍເໝີນ.


ເມື່ອຫວນຄືນເສັ້ນທາງແຫ່ງການເຕີບໃຫຍ່ໃນໄລຍະ 4-5 ປີທີ່ຜ່ານມາ, ຈາກໂຮງຮຽນກ້າວໄປສູ່ກອງປະຊຸມ, ຈາກດ້ານເສດຖະກິດການຄ້າ ເຕັກໂນໂລຊີ ໄປຮອດດ້ານຮູບເງົາ ແລະ ການສຶກສາ, ຈາກພິທີກອນມາເປັນຜູ້ແປພາສາ ແລະ ກ້າວໄປເຖິງຂັ້ນການແປພ້ອມສຽງຜູ້ເວົ້າ, ແມ່ນຍ້ອນພາສາຈີນ ເຮັດໃຫ້ຂ້ອຍກ້າວອອກຈາກໂຮງຮຽນເປັນເທື່ອລະກ້າວໆ, ເຮັດໃຫ້ຂ້ອຍໄດ້ພົບກັບເວທີທີ່ໃຫຍ່ຂຶ້ນເລື້ອຍໆ, ອັນນີ້ກໍໄດ້ເຮັດໃຫ້ຂ້ອຍເຂົ້າໃຈຈະແຈ້ງຕໍ່ກັບພາລະໜ້າທີ່ ແລະ ທິດທາງການພັດທະນາໃນອະນາຄົດຂອງຕົນເອງ, ຄໍາວ່າ “ທູດແຫ່ງການແລກປ່ຽນດ້ານວັດທະນະທໍາ” ທີ່ໃຜໆກໍພະຍາຍາມທີ່ຈະເປັນນັ້ນ, ຂ້ອຍເອງບໍ່ແມ່ນກໍາລັງເປັນຜູ້ປະຕິບັດຢູ່ແລ້ວບໍ?


ປະເທດລາວ ແລະ ປະເທດຈີນມີຊາຍແດນຮ່ວມກັນ, ສາຍພົວພັນປະຊາຊົນໃກ້ຊິດກັນ, ໃນຊ່ວງປີມໍ່ໆມານີ້ ຢູ່ທີ່ບ້ານເກີດຂອງຂ້ອຍ ກໍຄື ແຂວງອຸດົມໄຊ ແມ່ນໄດ້ເກີດມີກະແສນິຍົມ “ຮຽນພາສາຈີນ”, ຢູ່ໂຮງແຮມ ຮ້ານອາຫານ ລ້ວນແຕ່ມີພາສາຈີນ, ນັກທ່ອງທ່ຽວຈີນເຂົ້າມາແບບບໍ່ຂາດສາຍ, ຈົນຮອດ ໂຊເຟີລົດກໍຍັງຢາກຮຽນພາສາຈີນຈັກສອງສາມຄໍາໃຫ້ເປັນ. ໃນໄລຍະພັກແລ້ງຂອງປີ 2019 ຂ້ອຍກັບມາປະເທດລາວ, ຂ້ອຍໄດ້ບເຫັນພາບທີ່ຂ້ອຍບໍ່ເຄີຍພົບມາກ່ອນ ກໍຄື ຢູ່ຖະໜົນຫົນທາງໃຫຍ່ ແລະ ຮ່ອມທາງນ້ອຍ ແມ່ນຈອດເຕັມໄປດ້ວຍລົດທ່ອງທ່ຽວຂອງຈີນຢ່າງຫຼວງຫຼາຍ, ໃນເວລານັ້ນ ຂ້ອຍສາມາດສໍາຜັດໄດ້ຢ່າງເລິກເຊິ່ງວ່າ ປະເທດຈີນບໍ່ພຽງແຕ່ໄດ້ປ່ຽນແປງຊີວິດຂ້ອຍ ຍັງໄດ້ຄ່ອຍໆປ່ຽນແປງບ້ານເກີດເມືອງນອນຂ້ອຍ. ເຮັດໃຫ້ຂ້ອຍນຶກເຖິງຄໍາວ່າ “ປະຊາຄົມຮ່ວມຊາຕາກໍາ” ທີ່ ພະນະທ່ານ ສີຈິ້ນຜິງ ປະທານປະເທດຈີນມັກກ່າວເຖິງເລື້ອຍໆ, ແລະ ຂ້ອຍກໍເລີ່ມມີຄວາມເຂົ້າໃຈຕໍ່ຄໍານີ້ຫຼາຍຂຶ້ນ.


ການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ເພື່ອສ້າງການເຊື່ອມຈອດດ້ານຈິດໃຈປະຊາຊົນນັ້ນ ຕ້ອງການມີພາສາມາເປັນພື້ນຖານ, ເຊິ່ງສິ່ງເຫຼົ່ານີ້ ແມ່ນສິ່ງທີ່ຂ້ອຍກໍາລັງພະຍາຍາມປະຕິບັດຢູ່ ບໍ່ແມ່ນບໍ? ຄວາມໃຝ່ຝັນສູງສ່ຳໃດ ເສັ້ນທາງກໍຍິ່ງຍາວໄກສ່ຳໃດ ແລະ ກໍຕ້ອງໄປໃຫ້ເຖິງ, ໃນຕໍ່ໜ້າ ຂ້ອຍຈະສືບຕໍ່ພະຍາຍາມ, ໂດຍນໍາໃຊ້ຄວາມສາມາດດ້ານພາສາຂອງຂ້້ອຍເອງ ເພື່ອປະກອບສ່ວນໃນການຮ່ວມມືແລກປ່ຽນລະຫວ່າງສອງປະເທດລາວ-ຈີນ, ເປັນທູດວັດທະນະທຳ ແລະ ເປັນສັກຂີພິຍານຄົນໜຶ່ງແກ່ມິດຕະພາບລາວ-ຈີນ.

ທ້າວ ທັງສຸພາ ລາວທັງ, ປະເທດລາວ,ພາກວິຊາການສຶກສາສາກົນພາສາຈີນລຸ້ນປີ 2018 ຄະນະຮວາເຫວີນ ມະຫາວິທະຍາໄລສ້າງຄູ ຢຸນນານ, ປະລິນຍາໂທ

ອາຈານທີ່ປຶກສາ:YAO YUEYAN, ຄະນະຮວາເຫວີນມະຫາວິທະຍາໄລສ້າງຄູ ຢຸນນານ