5 ປີຜ່ານມາ ໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດແກ້ໄຂຄະດີໄດ້ສູງກວ່າ 90%

CRI, March 25, 2021
Size:

   ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດ IX ເມື່ອວັນທີ 24 ມີນາ 2021, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ ແລະທ່ານນາງ ວຽງທອງ ສີພັນດອນ ປະທານອົງການສານປະຊາຊົນສູງສຸດໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ.


   ໃນນັ້ນ, ອົງການໄອຍາການປະຊາຊົນສູງສຸດໄດ້ຮັບສໍານວນຄະດີອາຍາຈາກອົງການສືບສວນ-ສອບສວນ ທັງໝົດ 49.181 ເລື່ອງ, ແກ້ໄຂໄດ້ 98,62% ລື່ນຄາດໝາຍທີ່ກໍານົດໄວ້ 95%, ການພິຈາລະນາ, ແກ້ໄຂຄະດີແຕ່ລະຂັ້ນໄດ້ມີຄວາມຖືກຕ້ອງວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. 


   ສໍາລັບສານປະຊາຊົນສູງສຸດມີຄະດີເຂົ້າສານປະຊາຊົນ ແລະສານທະຫານ ທັງໝົດ 44.521 ເລື່ອງ, ຄ້າງ 1.106 ເລື່ອງ, ລວມ 46.127 ເລື່ອງ, ແກ້ໄຂ 43.559 ເລື່ອງ ເທົ່າກັບ 94.43% ທຽບໃສ່ 5 ປີ ເຫັນວ່າຄະດີໄດ້ເພີ່ມຂຶ້ນ 6.675 ເລື່ອງ.