ທ່ານ ທອງລຸນ ສີສຸລິດ​ຮັບ​ເລືອກ​ຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ

CRI, March 24, 2021
Size:

ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ຄົນໃໝ່.

 

通伦·西苏里当选为新一届国家主席 ທ່ານ ທອງລຸນ ສີສຸລິດຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ_fororder_tonglun1



* ວັນ, ເດືອນ, ປີເກີດ: 10/11/1945

* ຊົນເຜົ່າ: ລາວ

* ທ້ອງຖິ່ນກໍາເນີດ:ແຂວງຫົວພັນ

* ວັນ, ເດືອນ, ປີເຂົ້າການປະຕິວັດ: 25/5/1962

* ວັນ, ເດືອນ, ປີເຂົ້າພັກສໍາຮອງ: 10/11/1972

* ວັນ, ເດືອນ, ປີເຂົ້າພັກສົມບູນ: 28/8/1973

* ລະດັບການສຶກສາ: ມ6

* ລະດັບວິຊາສະເພາະ:ປະລິນຍາເອກ,ວິຊາ:ພົວພັນການຕ່າງປະເທດ

* ລະດັບທິດສະດີການເມືອງ:ປະລິນຍາເອກ

* ໜ້າທີ່ຮັບພິດຊອບປະຈຸບັນ:ຕໍາແໜ່ງພັກ,ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

* ຕໍາແໜ່ງລັດ:ປະທານປະເທດແຫ່ງສປປລາວ

 

ການເຄື່ອນໄຫວແຕ່ລະໄລຍະ

*ປີ1963-1965ເປັນເລຂານຸການຜູ້ອໍານວຍການໂຮງຮຽນສ້າງຄູຊັ້ນຕົ້ນ

*ປີ1967-1969ເປັນພະນັກງານຮຽບຮຽນຕໍາລາການຮຽນ-ການສອນພະແນກສຶກສາສູນກາງແນວລາວສ້າງຊາດ.

*ປີ 1978-1979 ເປັນອາຈານສອນຢູ່ມະຫາວິທະຍາໄລສ້າງຄູດົງໂດກ.

*ປີ1979-1981ເປັນຫົວໜ້າພະແນກພົວພັນຕ່າງປະເທດແລະເປັນເລຂາຮອງລັດຖະມົນຕີກະຊວງສຶກສາ.

*ປີ 1981-1985 ໄປຄົ້ນຄວ້າຢູ່ສະຖາບັນວິທະຍາສາດສັງຄົມມົດສະກູ.

*ປີ1985-1986ເປັນຫົວໜ້າກົມ,ຮອງທະບວງສັງລວມຂ່າວຫ້ອງວ່າການສູນກາງພັກ.

*ປີ1986-1993ເປັນກໍາມະການສູນກາງພັກ,ຫົວໜ້າຄະນະວິໄຈການເມືອງສູນກາງພັກ,ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ,ຮອງລັດຖະມົນຕີກະຊວງການຕ່າງປະເທດ.

*ປີ1993-1998 ເປັນລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ.

*1998-2001ເປັນສະມາຊິກສະພາ,ຜູ້ປະຈໍາການຄະນະປະຈໍາສະພາ,ຫົວໜ້າກໍາມາທິການຕ່າງປະເທດ.

*ປີ2001-2005ເປັນກໍາມະການກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການແລະ ການລົງທຶນ

*2006-4/2016ຖືກເລືອກຕັ້ງເປັນກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ.

*20/4/2016ຮັບເລືອກຕັ້ງຈາກກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດຄັ້ງທີVIII ໃຫ້ເປັນນາຍົກລັດຖະມົນຕີ.

*15/1/2021 ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

*22/3/2021 ຮັບເລືອກຕັ້ງເປັນປະທານປະເທດແຫ່ງສປປລາວ.