ທ່ານ​ສີ​ຈິ້ນຜິ​ງສົ່ງ​ສານ​ຊົມ​​ເຊີຍ​ໄປ​ຍັງ​ ທ່ານ​ ທອງ​ລຸນ ສີ​ສຸ​ລິດ​ເພື່ອ​ສະແດງຄວາມຊົມ​ເຊີຍທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ເປັນ​ປະທານ​ປະ​ເທດ ສປປ​ລາວ

CRI, March 24, 2021
Size:

ວັນທີ 23 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ເປັນປະທານປະເທດ ສປປລາວ.

 

ໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ:  ຈີນ ແລະລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະມີພູຜາແມ່ນໍ້າຕິດຈອດກັນ, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 60 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງພັກ ສອງລັດໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະມີຄວາມໜັກແໜ້ນຍິ່ງຂຶ້ນ. ໃນຊຸມປີມໍ່ໆມານີ້, ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວໄດ້ບັນລຸການພັດທະນາອັນໃໝ່, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດໄດ້ຮັບການຍົກສູງຂຶ້ນ, ການຮ່ວມມືຕົວຈິງໄດ້ມີບາດກ້າວໃໝ່, ການພົວພັນສອງຝ່າຍໄດ້ເຂົ້າສູ່ຍຸກໃໝ່ທີ່ສ້າງຄູ່ຮ່ວມຊາຕາກຳນຳກັນ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ພວກເຮົາໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19, ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈຄູ່ຮ່ວມຊາຕາກຳຈີນ-ລາວຢ່າງມີຊີວິດຊີວາ,ທັງໄດ້ປັບປຸງມິດຕະພາບຖານອ້າຍນ້ອງໃຫ້ໜັກແໜ້ນກວ່າເກົ່າ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ປະຈຸບັນ ໂລກພວມຜະເຊີນໜ້າກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ, ການພົວພັນຈີນ-ລາວພວມຢູ່ໃນໄລຍະສຳຄັນທີ່ສືບທອດມູນເຊື້ອອັນເກົ່າ ແລະເສີມຂະຫຍາຍອັນໃໝ່. ຂ້າພະເຈົ້າໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການພັດທະນາສາຍພົວພັນຈີນ-ລາວ, ຍິນດີຮ່ວມກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ພະຍາຍາມປັບປຸງ ແລະ ເປີດກວ້າງການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ, ເພີ່ມພູນຄູນສ້າງຄວາມສຸກ ແລະ ມິດຕະພາບຂອງປະຊາຊົນສອງຊາດ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວຂຶ້ນສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

 

ມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານພັນຄຳ ວິພາວັນ ທີ່ໄດ້ຮັບເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີ ສປປ ລາວ, ໃນສານຊົມເຊີຍຂຽນວ່າ: ຂ້າພະເຈົ້າຍິນດີຮ່ວມກັບທ່ານ ພັນຄຳ ວິພາວັນພະຍາຍາມຮ່ວມກັນເພື່ອ ເສີມສ້າງເນື້ອໃນການຮ່ວມມືຍຸດທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ພາລະກິດທີ່ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ຮັບຄວາມຄືບໜ້າອັນໃໝ່ຢ່າງບໍ່ຢຸດຢັ້ງ.