ເອກອັກຄະລັດຖະທູດລາວປະຈຳຈີນສະແດງວ່າ: ປະເທດລາວໃຫ້ຄວາມສຳຄັນເປັນຢ່າງສູງແລະສະໜັບສະໜູນຢ່າງໜຽວແໜ້ນຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”

lmcchina.org, March 19, 2021
Size:

ໃນຊ່ວງໄລຍະທີ່ສປຈີນດໍາເນີນກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດແລະກອງປະຊຸມສະພາທີ່ປຶກສາການເມືອງໃນປີນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດສປປລາວປະຈຳຈີນ ໄດ້ໃຫ້ສຳພາດສະເພາະຕໍ່ນັກຂ່າວຈາກເນັດຊິນຮວາ ໂດຍກ່າວວ່າປະເທດລາວຍາມໃດ ກໍໃຫ້ຄວາມສຳຄັນເປັນຢ່າງສູງພ້ອມທັງສະໜັບສະໜູນຢ່າງແຂງແຮງຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ໂຄງການຮ່ວມມືລາວ - ຈີນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດໃນຍຸກໃໝ່.

ທ່ານ ນາງ ຄຳເພົາ ເອີນທະວັນ ກ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນແທດເໝາະກັບຍຸດທະສາດສປປລາວ ຄື ຫັນປະເທດຈາກສະຖານະພາບ ທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນ ປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງເພື່ອເພີ່ມທະວີການຮ່ວມມືໃນພາກພື້ນ. ເມື່ອເວົ້າເຖິງໂຄງ ການກໍ່ສ້າງທາງລົດໄຟລາວ - ຈີນແລ້ວ, ທ່ານນາງ ກ່າວວ່າ: ໂຄງການດັ່ງກ່າວແມ່ນ “ໂຄງການສັນຍາລັກ ພາຍໃຕ້ຂໍ້ລິເລີ່ມ ‘ໜຶ່ງແລວ ໜຶ່ງເສັ້ນທາງ’”, ແລະມັນຍັງເປັນ “ໂຄງການການຮ່ວມມືທີ່ໃຫຍ່ທີ່ສຸດແລະໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປະເທດລາວ”.

ໂຄງການທາງລົດໄຟລາວ - ຈີນໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ທັນວາ 2016 ແລະຈະສ້າງສໍາເລັດແລະເປີດນຳໃຊ້ໃນເດືອນທັນວາ 2021.  ທ່ານ ນາງ ຄຳເພົາ ກ່າວຕື່ມວ່າ ພາຍຫຼັງການກໍ່ສ້າງທາງລົດໄຟລາວ - ຈີນ ສຳເລັດແລ້ວ, ການໄປມາຫາສູ່ກັນລະຫວ່າງປະຊາຊົນລາວ-ຈີນແລະການແລກປ່ຽນສິນຄ້າລະຫວ່າງສອງຊາດຈະມີຄວາມແໜ້ນແຟ້າຂຶ້ນກວ່າເກົ່າເຊິ່ງຈະສ້າງສະພາບແວດລ້ອມທີ່ສະດວກດີຂຶ້ນກວ່າເກົ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດແລະການຄ້າ, ການລົງທືນແລະການທ່ອງທ່ຽວລະ ຫວ່າງສອງປະເທດ.

ປີນີ້ແມ່ນ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ - ຈີນ ຄົບຮອບ 60 ປີ.  ທ່ານນາງ ຄຳເພົາ ເນັ້ນໜັກວ່າ, ໃນ 60 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດລາວ - ຈີນໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາຂອງສອງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການພັດທະນາພາກພື້ນ ກໍຄື ທົ່ວໂລກ ອີກດ້ວຍ.  ທ່ານນາງ ກ່າວວ່າ, ສປປລາວຈະສືບຕໍ່ເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດເສດຖະກິດແລະການຄ້າ, ພະລັງງານ, ອຸດສາ ຫະກຳປຸງແຕ່ງແລະກະສິກຳ ເປັນຕົ້ນ.

ທ່ານນາງ ຄຳເພົາ ຍັງໄດ້ຂອບໃຈຈີນທີ່ໄດ້ໃຫ້ການຊ່ວຍເຫຼືອລາວໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ໂດຍກ່າວວ່າ, ການຊ່ວຍເຫຼືອຂອງຈີນຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ - ຈີນ ແລະເລັ່ງລັດການກໍ່ສ້າງປະຊາຄົມຊະຕາກໍາລາວ - ຈີນໃຫ້ກ້າວໄປໜ້າ.