ນະ​ຄອນຫຼວງ​ພະ​ບາງ​ແລະ​ນະ​ຄອນ​ເລີ້​ຊານ​ຈີນ​ສ້າງ​​ຕັ້ງ​ເມືອງ​ແຮກ​ສ່ຽວ

CRI, March 19, 2021
Size:

   ວັນທີ 17 ມີນານີ້, ນະຄອນເລີ້ຊານແຂວງເສສວນຈີນ ແລະ ນະຄອນຫຼວງພະບາງຂອງລາວໄດ້ເຊັນສັນຍາສ້າງຕັ້ງເມືອງແຮກສ່ຽວຜ່ານທາງອອນລາຍ. ທ່ານຈ່າງທົງ ເຈົ້າຄອງນະຄອນເລີ້ຊານ ແລະ ທ່ານວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໄດ້ຕາງໜ້າໃຫ້ສອງນະຄອນດັ່ງກ່າວລົງລາຍເຊັນໃນສັນຍາດັ່ງກ່າວ. ທ່ານຫຼີຈື້ກຸ່ງ ກົງສຸນໃຫຍ່ຈີນປະຈຳນະຄອນຫຼວງພະບາງໄດ້ເຂົ້າຮ່ວມໃນພິທີເຊັນສັນຍາທີ່ນະຄອນຫຼວງພະບາງຕາມຄຳເຊື້ອເຊີນແລະກ່າວຄຳປາໄສຊົມເຊີຍ.

   ທ່ານກ່າວວ່າ: ໃນຫຼາຍປີມໍ່ໆມານີ້, ສອງນະຄອນໄດ້ສົ່ງຄະນະຜູ້ແທນຢ້ຽມຢາມເຊິ່ງກັນແລະກັນໃນຂົງເຂດການທ່ອງທ່ຽວ, ການສຶກສາ, ເສດຖະກິດການຄ້າ ແລະ ຂົງເຂດອື່ນໆ, ມີການໄປມາຫາສູ່ກັນຢ່າງໃກ້ຊິດ. ການທີ່ສອງນະຄອນໄດ້ສ້າງຕັ້ງເມືອງແຮກສ່ຽວເປັນໝາກຜົນທີ່ໄດ້ມາຈາກການໄປມາຫາສູ່ກັນບົນຈິດໃຈມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງນະຄອນ, ທັງເປັນຂອງຂວັນອັນລ້ຳເລີດເນື່ອງໃນໂອກາດວັນລະນຶກການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ. ຫວັງວ່າ: ສອງຝ່າຍຈະຖືເອົາການເຊັນສັນຍາຄັ້ງນີ້ເປັນຈຸດເລີ່ມຕົ້ນໃໝ່, ເພີ່ມທະວີການໄປມາຫາສູ່ກັນຢ່າງແໜ້ນແຟ້ນກວ່າເກົ່າ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດການຄຸ້ມຄອງການທ່ອງທ່ຽວ, ການຝຶກອົບຮົມຊັບພະຍາກອນມະນຸດ, ເຕັກນິກກະສິກຳ ແລະ ຂົງເຂດອື່ນໆ, ປະກອບສ່ວນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.