ກຳ​ປູ​ເຈຍ: ມີ230ພັນ​ກວ່າ​ຄົນ​ໄດ້​ສັກ​ວັກ​ຊີນ​ຈີນ​ແລ້ວໂດຍ​ບໍ່​ມີ​ອາ​ການແພ້​ຢາ​ທີ່​ຮ້າຍ​ແຮງ

CRI, March 18, 2021
Size:

   ຕາມສະຖິຕິຫຼ້າສຸດຂອງລັດຖະບານກຳປູເຈຍ, ນັບມາຮອດຕອນຄ່ຳວັນທີ12ມີນານີ້,ຢູ່ກຳປູເຈຍມີ2ແສນ3ໝື່ນ5ພັນ700ຄົນໄດ້ສັກວັກຊີນປ້ອງກັນໂຄວິດ19ທີ່ບໍລິສັດຟາຊີໂນມຈີນຊ່ວຍເຫຼືອກຳປູເຈຍ.

   ວັນທີ13ມີນານີ້ ທ່ານນາງໂອ ວັນຕີນ ເລຂາທິການລັດຖະກິດ ທັງເປັນໂຄສົກຂອງກະຊວງສາທາລະນະສຸກກຳປູເຈຍໄດ້ໃຫ້ສຳພາດວ່າ: ພວກເຮົາຂອບໃຈຫຼາຍໆຕໍ່ເພື່ອນຈີນທີ່ໄດ້ສົ່ງຂອງຂວັນທີ່ລ້ຳຄ່າປານນີ້ມາໃຫ້ພວກເຮົາ. ທ່ານກ່າວວ່າ,ຊາວກຳປູເຈຍສັກວັກຊີນຂອງບໍລິສັດຟາຊີໂນມຈີນແລ້ວບໍ່ໄດ້ເກີດມີອາການແພ້ຢາທີ່ຮ້າຍແຮງຈັກຄົນ.

   ວັກຊີນປ້ອງກັນໂຄວິດ19ທີ່ຈີນຊ່ວຍເຫຼືອກຳປູເຈຍຊຸດທຳອິດໄດ້ສົ່ງໄປຮອດນະຄອນຫຼວງພະນົມເປັນໃນວັນທີ7ກຸມພາແລ້ວນີ້,ແລ້ວກຳປູເຈຍເລີ່ມສັກວັກຊີນໃຫ້ປະຊາຊົນຢ່າງເປັນທາງການນັບແຕ່ວັນທີ10ກຸມພາແລ້ວນີ້ເປັນຕົ້ນມາ.

   ຂໍ້ມູນຂອງກະຊວງສາທາລະນະສຸກກຳປູເຈຍສະແດງໃຫ້ເຫັນວ່າ,ໃນວັນທີ12ມີນານີ້ ປະເທດຕົນໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ19ເພີ່ມໃໝ່39ກໍລະນີ,ເຮັດໃຫ້ມີຜູ້ຖືກບົ່ງມະຕິເປັນພະຍາດລວມ1264ກໍລະນີ,ໃນນັ້ນໄດ້ປົວໃຫ້ຫາຍຂາດແລະອອກໂຮງໝໍ 623ຄົນ,ເສຍຊີວິດ1ຄົນ.