ພາກ​ສ່ວນ​ຕ້ານ​ການ​ກໍ່​ການ​ຮ້າຍ​ມຽນ​ມາ​ຈະບໍ່​ຈັດ​ເອົາ​ກຳ​ລັງ​ປະ​ກອບ​ອາ​ວຸດຍະ​ໄຂ່​ເປັນ​ອົງ​​ກອນ​​ກໍ່​ການ​ຮ້າຍ​ອີກ​ຕໍ່​ໄປ

CRI, March 17, 2021
Size:

    ວັນທີ 11 ມີນານີ້, ພາກສ່ວນຕ້ານການກໍ່ການຮ້າຍຂອງມຽນມາໄດ້ອອກຖະແຫຼງການວ່າ, ນັບແຕ່ວັນທີ 11 ມີນານີ້ເປັນຕົ້ນໄປ ພາກສ່ວນຕົນຈະບໍ່ຈັດເອົາກຳລັງປະກອບອາວຸດຍະໄຂ່ເປັນອົງກອນກໍ່ການຮ້າຍອີກຕໍ່ໄປ.

 

     ຖະແຫຼງການກ່າວວ່າ,ຍ້ອນກຳລັງປະກອບອາວຸດຍະໄຂ່ບໍ່ໄດ້ມີພຶດຕິກຳກໍ່ການຮ້າຍອີກແລ້ວ, ອີງຕາມແຜນການ 5 ຂໍ້ ແລະ ເປົ້າໝາຍສ້າງສັນຕິພາບຖາວອນຢູ່ທົ່ວປະເທດໜຶ່ງໃນ 9 ເປົ້າໝາຍທີ່ກຳນົດຂຶ້ນໂດຍຄະນະກຳມະການບໍລິຫານລັດມຽນມາ, ນັບແຕ່ວັນທີ 11 ມີນາປີ 2021 ເປັນຕົ້ນໄປາພກສ່ວນຕ້ານການກໍ່ການຮ້າຍມຽນມາຈະບໍ່ຈັດເອົາກຳລັງປະກອບອາວຸດຍະໄຂ່ເປັນອົງກອນກໍ່ການຮ້າຍອີກຕໍ່ໄປ.


     ກຳລັງປະກອບອາວຸດຍະໄຂ່ຖືກລັດຖະບານມຽນມາຈັດໃຫ້ເປັນອົງກອນກໍ່ການຮ້າຍໃນວັນທີ 23 ມີນາປີ 2020.