ມຽ​ນ​ມາ​ປະ​ຕິ​ບັດ​ມາດ​ຕະ​ການ​ຄວ​ບ​ຄຸມ​ທາງກາ​ນ​ທະ​ຫານ​ຢູ່​ບາງ​ເຂດ​ຂອງ​ນະ​ຄອນ​ຢາງ​ກຸ້ງ

CRI, March 16, 2021
Size:

ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາໄດ້ປະກາດໃນຕອນຄ່ຳວັນທີ 14 ມີນານີ້ວ່າ: ຈະປະຕິບັດມາດຕະການຄວບຄຸມທາງການທະຫານຢູ່ບາງເຂດຂອງນະຄອນຢາງກຸ້ງ.

ຄະນະກຳມະການບໍລິຫານງານແຫ່ງຊາດມຽນມາໄດ້ແຈ້ງໃຫ້ຮູ້ວ່າ: ໃນມື້ດັ່ງກ່າວ, ໂຮງງານຈຳນວນໜຶ່ງຢູ່ນະຄອນຢາງກຸ້ງໄດ້ຖືກຈູດເຜົາ, ພະນັກງານດັບເພີງຖືກກີດຂວາງໂດຍກຸ່ມຄົນກໍ່ເຫດໃນເວລາເດີນທາງເຖິງສະຖານທີ່ເກີດເຫດ. ເພື່ອປົກປັກຮັກສາຄວາມສະຫງົບແລະປົກຄອງຕາມກົດໝາຍຢ່າງມີປະສິດທິຜົນ,ຈຶ່ງໄດ້ຕົກລົງປະຕິບັດການຄວບຄຸມທາງການທະຫານຢູ່ເຂດດັ່ງກ່າວ ໂດຍທາງກອງທັບທີ່ປະຈຳຢູ່ນະຄອນຢາງກຸ້ງຈະຮັບຜິດຊອບການໃຊ້ອຳນາດດ້ານການບໍລິຫານແລະຕຸລາການ.