ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼງ​ການ​ຕໍ່​ບັນ​ຫາ​ມຽນ​ມາ

CRI, March 15, 2021
Size:

    ວັນທີ 11 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ອອກຖະແຫຼງການຕໍ່ບັນຫາມຽນມາ. ວັນທີ 12 ເດືອນດຽວກັນ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນໄດ້ເຂົ້າຮ່ວມການປຶກສາຫາລືທີ່ກ່ຽວຂ້ອງຢ່າງມີລັກສະນະສ້າງສັນ. ຈີນຫວັງວ່າ, ຖະແຫຼງການຂອງທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະສາມາດຊ່ວຍເຮັດໃຫ້ສະຖານະການຢູ່ມຽນມາຜ່ອນຄາຍລົງ.

    ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ, ວຽກທີ່ຮີບດ່ວນທີ່ສຸດໃນປັດຈຸບັນແມ່ນປ້ອງກັນບໍ່ໃຫ້ເກີດການປະທະກັນຢ່າງນອງເລືອດຄັ້ງໃໝ່, ເຮັດໃຫ້ສະຖານະການ ຜ່ອນລາຍລົງໂດຍໄວ, ເພີ່ມທະວີການໄກ່ເກ່ຍທາງການທູດ, ຊຸກຍູ້ການສົນທະນາ ແລະ ຄວາມປອງດອງກັນ. ປະຊາຄົມໂລກຄວນສ້າງເງື່ອນໄຂທີ່ດີຕໍ່ເລື່ອງນີ້.

    ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ, ຫວັງວ່າຝ່າຍຕ່າງໆຂອງມຽນມາຈະຮັກສາຄວາມອົດກັ້ນໄວ້, ຖືຜົນປະໂຫຍດພື້ນຖານຂອງປະຊາຊົນມຽນມາເປັນສຳຄັນ, ຍຶດໝັ້ນແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ ແລະ ການປຶກສາຫາລືກັນ ແລະ ພາຍໃຕ້ຂອບລັດຖະທຳມະນູນ ແລະ ກົດໝາຍ, ສືບຕໍ່ຊຸກຍູ້ຂະບວນການຫັນປ່ຽນຮູບແບບປະຊາທິປະໄຕພາຍໃນປະເທດມຽນມາ. ຈີນສະໜັບສະໜູນອາຊຽນປະຕິບັດຕາມຫຼັກການທີ່ບໍ່ແຊກແຊງວຽກງານພາຍໃນ ແລະ ປຶກສາຫາລືຢ່າງເປັນເອກະພາບກັນ, ດຳເນີນການໄກ່ເກ່ຍດ້ວຍ “ຮູບແບບອາຊຽນ”, ສະແຫວງຫາຄວາມຮັບຮູ້ທີ່ຄືກັນ. ສ່ວນທູດພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດຕ້ອງເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ, ຕັ້ງໜ້າດຳເນີນການໄກ່ເກ່ຍທາງການທູດ.

    ທ່ານຈ້າວລີ້ຍັງຈ່ຽນກ່າວຕື່ມວ່າ, ຈີນຍິນດີສືບຕໍ່ຕິດຕໍ່ພົວພັນກັບຝ່າຍຕ່າງໆຂອງມຽນມາ ແລະ ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອເຮັດໃຫ້ສະຖານະການທີ່ພວມເຄັ່ງຕຶງຢູ່ນັ້ນໄດ້ຜ່ອຍຄາຍລົງ.