ບຸກຄົນ​ສຳຄັນ​ທາງ​ການ​​ເມືອງຂອງ​ລາວ ​ແລະ​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກໄດ້​ຊົມ​ເຊີຍຜົນສຳ​ເລັດ​​ໃນການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ຈີນ

CRI, March 12, 2021
Size:

ມື້ນີ້, ໃນພິທີສະຫຼຸດຜົນງານຍ້ອງຍໍບຸກຄົນ ແລະໜ່ວຍງານທີ່ມີຜົນງານດີເດັ່ນໃນບັ້ນລຶບລ້າງຄວາມທຸກຍາກໃນທົ່ວປະເທດຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດຢ່າງໜັກແໜ້ນວ່າ: ການບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານ ເຊິ່ງໝາຍຄວາມວ່າ ຈີນໄດ້ບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຕາມ “ວາລະການພັດທະນາແບບຍືນຍົງຮອດປີ 2030” ອົງການສະຫະປະຊາຊາດກ່ອນເວລາກຳນົດ 10 ປີ.

ທ່ານບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໃນເມື່ອກ່ອນໄດ້ຢ້ຽມຢາມບ້ານ 18 ຖ້ຳກິ່ງແຂວງຊ່ຽງຊີແຂວງຫູນານ ແລະບ້ານເຊ້ຍສີນະຄອນນີງເຕີແຂວງຟູຈ້ຽນຈີນ ເພື່ອທັດສະນະສຶກສາ ແລະຖອດຖອນບົດຮຽນໃນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນຂອງຈີນ. ທ່ານກ່າວວ່າ: ບົດຮຽນໃນການລຶບລ້າງຄວາມທຸກຍາກຢ່າງສຳເລັດຜົນຂອງຈີນມີຄຸນຄ່າຫຼາຍ, ພວກເຮົາຄວນຖອດຖອນບົດຮຽນເອົາໄປຈັດຕັ້ງປະຕິບັດຢູ່ລາວ.

ນັບແຕ່ວັນທີ 30 ກັນຍາປີ 2017 ເປັນຕົ້ນມາ, ໂຄງການຊ່ວຍເຫຼືອຂອງຈີນໃຫ້ແກ່ລາວໃນດ້ານເຕັກນິກໃນການຫຼຸດຜ່ອນຄວາມທຸກຍາກກໍໄດ້ຖືກຈັດຕັ້ງປະຕິບັດຢູ່ບ້ານຊໍ້ນະຄອນຫຼວງວຽງຈັນ ແລະບ້ານຊຽງລ້ອມແຂວງຫຼວງພະບາງ ເຊິ່ງໄດ້ບັນລຸໝາກຜົນຢ່າງພົ້ນເດັ່ນ. ທ່ານນາງເຂັມມະນີ ຜົນເສນາລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າລາວ, ທັງເປັນປະທານຄະນະກຳມະການການຮ່ວມມືລາວ-ຈີນໄດ້ໄປສຳຫຼວດກວດເບິ່ງໂຄງການຊ່ວຍເຫຼືອຢູ່ບ້ານຊໍ້ແລ້ວກ່າວວ່າ: ຕາມບົດຮຽນການຫຼຸດຜ່ອນຄວາມທຸກຍາກຂອງຈີນ, ພວກເຮົາບໍ່ໄດ້ຫຼຸດຜ່ອນຄວາມທຸກຍາກດ້ວຍການໃຫ້ເງິນ ແລະໃຫ້ວັດຖຸສິ່ງຂອງແບບງ່າຍໆ, ແຕ່ຈະສ້າງຄວາມສາມາດໃຫ້ເພື່ອດຳເນີນການຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນສູງກວ່າ ແລະແບບຍືນຍົງ.

ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້ຂອງລາວກ່າວວ່າ: ໂຄງການດັ່ງກ່າວໄດ້ສ້າງຮູບແບບການຫຼຸດຜ່ອນຄວາມທຸກຍາກໃໝ່ໃຫ້ກັບລາວ ເຊິ່ງບໍ່ພຽງແຕ່ໄດ້ຊຸກຍູ້ການສ້າງພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກໃນດ້ານການບໍລິການສາທາລະນະຢູ່ບ້ານໂຕແບບເທົ່ານັ້ນ, ຍັງໄດ້ວາງແຜນການໄລຍະຍາວເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊາວບ້ານມີລາຍຮັບຢ່າງໝັ້ນຄົງ ແລະຕໍ່ເນື່ອງ, ຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງສິ້ນເຊີງ.

ແມ່ນແທ້, ຈີນໄດ້ນຳພາປະຊາຊົນ 800 ລ້ານກວ່າຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ຖືວ່າເປັນສິ່ງມະຫັດສະຈັນໃນປະຫວັດສາດແຫ່ງການຫຼຸດຜ່ອນຄວາມທຸກຍາກຂອງໂລກ, ທັງໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ. ຜູ້ໃຊ້ອິນເຕີເນັດຂອງປະເທດຕ່າງໆພາກັນກົດໄລສະແດງຄວາມຊົມເຊີຍຕໍ່ຜົນງານດັ່ງກ່າວ.

Tiziana Ruggeri ຂອງອີຕາລີໄດ້ມີຄຳເຫັນວ່າ: “ມື້ນີ້, ຈີນໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດໃໝ່ອີກຄັ້ງໜຶ່ງ.”

Rachid N'djambara ຊາວໂຕໂກໄດ້ມີເຫັນວ່າ: “ຂໍສະແດງຄວາມຊົມເຊີຍຕໍ່ຜູ້ນຳຈີນທີ່ສຸມກຳລັງເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ!”

ໂມຮາມັດ ມາເລກີ ຊາວຊອກດານີໄດ້ມີຄຳເຫັນວ່າ: “ທ່ານປະທານສີຈິ້ນຜິງກ່າວເນັ້ນວ່າ ຖືຄົນເປັນກົກ, ລັດຖະບານຈີນໄດ້ເອົາໃຈໃສ່ປະຊາຊົນ, ປະຊາຊົນຈຶ່ງມີສັດທາ ແລະອຸທິດທຸກສິ່ງຢ່າງເພື່ອປະເທດຊາດ, ນີ້ຄືບົດຮຽນທີ່ສຳເລັດຜົນຂອງຈີນ!”

ເບເຕໂຣ ຊາວອິນໂດເນເຊຍໄດ້ມີຄຳເຫັນວ່າ: “ໃນດ້ານການລຶບລ້າງຄວາມທຸກຍາກ, ຈີນແມ່ນແບບຢ່າງທີ່ດີສຳລັບປະເທດອື່ນ!”

ເດວີໄຊອອງຊາວມຽນມາມີຄຳເຫັນວ່າ: “ດຽວນີ້ຈີນມີການພັດທະນາແລ້ວ, ແຕ່ຍັງເປັນເຈົ້າການແບ່ງປັນບົດຮຽນການຫຼຸດຜ່ອນຄວາມທຸກຍາກໃຫ້ກັບປະເທດໃກ້ຄຽງ. ພວກເຮົາສົມຄວນຖອດຖອນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກນຳຈີນ.”