ປະເທດໄທ

lmcchina.org, March 12, 2021
Size:

ປະເທດໄທມີຊື່ທາງການວ່າ ລາຊະອານາຈັກໄທ ເປັນເມືອງພຸດທີ່ມີວັດວາອາຮາມເປັນຈຳນວນຫຼວງຫຼາຍ, ຖືກຂະໜານນາມວ່າ ສະຫຍາມເມືອງຍິ້ມທີ່ເຊື່ອໃນສາສະໜາ, ເປັນປະເທດທີ່ມີຫຼາກຫຼາຍສີສັນທີ່ທ່ານຄວນໄປຊອກຮູ້ແລະສຳຜັດດ້ວຍຕົນເອງຢ່າງໃກ້ຊິດ.

 

ແມ່ນ້ຳຂອງໄດ້ຕິດພັນສະໜິດແໜ້ນກັບໄທມາແຕ່ບູຮານນະການ. ຄຳວ່າແມ່ນ້ຳຂອງແປເປັນພາສາອັງກິດແມ່ນ Mekong River, ສ່ວນ Mekong ແມ່ນມີເຄົ້າເດີມມາຈາກສາໄທທີ່ວ່າແມ່ນ້ຳຂອງເຊິ່ງມີຄວາມໝາຍວ່າ ແມ່ນ້ຳຂອງຄົນຂະແມ. ພາຍຫຼັງມາ, ພາສາມຽນມາແລະພາສາກຳປູເຈຍ(ພາສາຂະແມ)ຕ່າງກໍໄດ້ຢືມໃຊ້ຄຳວ່າແມ່ນ້ຳຂອງ”. ແມ່ນ້ຳຂອງຕອນຢູ່ຊາຍແດນລະຫວ່າງໄທ-ລາວມີກະແສນ້ຳໄຫຼແຮງ, ມີແກ້ງຫີນຫຼາຍ.ແມ່ນ້ຳຊີ ທີ່ໄຫຼຜ່ານພູພຽງໂຄລາດເປັນສາຂາສຳຄັນສາຍໜຶ່ຢູ່ຍ່ານກາງຂອງແມ່ນ້ຳຂອງ.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຊ່ານຢາ ແຂວງໄຫຼຫຼຳ ຈີນ, ທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ຮ່ວມກັບທ່ານຫຼີເຄີ້ສຽງ ນາຍົກລັດຖະມົຕີຈີນເປັນປະທານຮ່ວມຂອງກອງປະຊຸມຄັ້ງດັ່ງກ່າວ. ທ່ານ ປະຢຸດ ຈັນໂອຊີ ໄດ້ຢືນຢັນວ່າ: ການຈັດກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດຢ່າງສຳເລັດຜົນມີຄວາມໝາຍສຳຄັນຍິ່ງ, ເຊື່ອໝັ້ນວ່າ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະສ້າງຄວາມຜາສຸກໃຫ້ແກ່ບັນດາປະເທດສະມາຊິກຢ່າງແນ່ນອນ.



ທຸງຊາດໄທ

ປະເທດໄທໂດຍສັງເຂບ

ປະເທດໄທມີເນື້ອທີ່ທັງໝົດ 513.000 ກິໂລຕາແມັດ, ຕັ້ງຢູ່ພາກກາງສຽງໃຕ້ຂອງແຫຼມອິນດູຈີນ. ມີຊາຍແດນຕິດກັບກຳປູເຈຍ, ລາວ, ມຽນມາແລະມາເລເຊຍ, ທິດຕາເວັນອອກສຽງໃຕ້ຕິດກັບອ່າວໄທ, ທິດຕາເວັນຕົກສຽງໃຕ້ຕິດກັບທະເລອັນດາມັນ. ໄທມີປະຊາກອນທັງໝົດ 69.000.000 ຄົນ, ມີ 30 ກວ່າຊົນເຜົ່າ, ເຜົ່າໄທເປັນຊົນເຜົ່າຕົ້ນຕໍ, ກວມ 40% ຂອງປະຊາກອນທັງໝົດ. ພາສາທາງການແມ່ນສາໄທ. ປະຊາຊົນໄທຫຼາຍກວ່າ 90% ເຊື່ອຖືສາສະໜາພຸດ, ເຜົ່າມາລາຢູເຊື່ອຖືສາສະໜາອິລາມ, ຍັງມີຊົນເຜົ່າສ່ວນໜ້ອຍໄດ້ເຊື່ອຖືສາສະໜາຣິຕຽນ, ສາສະໜາໂລມັນກາໂຕລິກ, ສາສະໜາຮິນດູແລະສາສະໜາສິກ. ສະກຸນເງິນໄທແມ່ນເງິນບາດ.



ຕົວເມືອງ

ນະຄອນຫຼວງບາງກອກ, ມີເນື້ອທີ່ປະມານ 1569 ກິໂລຕາແມັດ, ຢູ່ໃນເຂດພູມອາກາດລົມມໍລະສຸມເຂດຮ້ອນ. ໝົດປີແບ່ງອອກເປັນ 3 ລະດູການຄື: ລະດູໜາວ, ລະດູຝົນແລະລະດູຮ້ອນ. ອຸນຫະພູມສະເລ່ຍປະຈຳປີຢູ່ລະຫວ່າງ 2430ປະລິມານນ້ຳຝົນສະເລ່ຍປະມານ 1500 ມມອາກາດຮ້ອນຕະຫຼອດປີ. ບາງກອກມີມະຫາວິທະຍາໄລ 46 ແຫ່ງ, ສະຖາບັນການສຶກສາຊັ້ນສູງທີ່ມີຊື່ສຽງມີມະຫາວິທະຍາໄລຈູລາລົງກອນ, ມະຫາວິທະຍາໄລມະຫິດົນ ເປັນຕົ້ນ. ບາງກອກມີບູຮານສະຖານທີ່ມີຊື່ສຽງຕ່າງໆເຊັ່ນ: ພະບໍລົມມະຫາລາຊະວັງ, ວັດໂພທາລາມ, ວັດອາລຸນ ເປັນຕົ້ນ. ຢູ່ບໍລິເວນໃກ້ຄຽງຍັງມີສວນເສືອສີລາຊາພະລາຊະວັງບາງປະອິນ, ພັດທະຍາ ແລະແຫ່ງທ່ອງທ່ຽວອື່ນໆ.


ພະບໍລົມມະຫາລາຊະວັງ


ວັດອາລຸນ


ເສດຖະກິດ

ໄທປະຕິບັດນະໂຍບາຍເສດຖະກິດເສລີ, ເປັນເສດຖະກິດທີ່ເນັ້ນໃສ່ການສົ່ງອອກ, ອາໄສຕະຫຼາດຕ່າງປະເທດ ເຊັ່ນ: ອາເມຣິກາ,ຍີ່ປຸ່ນແລະຈີນ ເປັນຕົ້ນ. ໄທເປັນປະເທດກະສິກຳມາແຕ່ບູຮານນະການ, ຜະລິດຕະພັນກະສິກຳເປັນແຫຼ່ງລາຍໄດ້ສຳຄັນອັນໜຶ່ງຂອງລາຍຮັບດ້ານເງິນຕາຕ່າງປະເທດ, ເປັນປະເທດທີ່ສົ່ງອອກຢາງພາລາຫຼາຍອັນດັບໜຶ່ງຂອງໂລກ.

【ວັນບຸນສຳຄັນ】

ບຸນສົງການ: ວັນທີ 13-15 ເມສາ

ວັນລອຍກະໂທງ: ມື້ຂຶ້ນ 15 ຄ່ຳເດືອນ 12 ຕາມຈັນທະຄະຕິໄທ

ວັນຊາດ: ວັນທີ 5 ທັນວາ


ບຸນສົງການ


ວັນລອຍກະໂທງ