ຫວຽດນາມ

lmcchina.org, March 12, 2021
Size:

ຫວຽດນາມເປັນປະເທດທີ່ມີຜືນແຜ່ນດິນຍາວຢຽດ, ທິດຕາເວັນອອກຕິດກັບທະເລຈີນໃຕ້, ທິດຕາເວັນຕົກຕິດກັບລາວ ແລະ ກຳປູເຈຍ, ມີທິວທັດທຳມະຊາດທີ່ສວຍງາມທີ່ສຸດ.

ແມ່ນ້ຳຂອງໄຫຼຜ່ານປະເທດມຽນມາ, ລາວ,ໄທແລະກຳປູເຈແລ້ວໄຫຼລົງສູ່ພາກໃຕ້ຫວຽດນາມ, ແມ່ນ້ຳຂອງໃນພາກໃຕ້ຫວຽດນາມແບ່ງເປັນສອງສາຍຫຼັກຄື:ຍ່ານໃຕ້ແລະ ຍ່ານເໜືອ, ສາຍນ້ຳຍ່ານເໜືອເອີ້ນວ່າ: ນ້ຳຕຽນຢາງ, ສາຍນ້ຳຍ່ານໃຕ້ເອີ້ນວ່າ: ນ້ຳໂຮຢາງ, ໃນທີ່ສຸດ,ນ້ຳສອງສາຍຫຼັກນີ້ໄດ້ແຍກເປັນ 9 ສາຂາແລ້ວໄຫຼປ່ອງໃສ່ທະເລ, ຈິ່ງໄດ້ເອີ້ນຊື່ວ່າ: ແມ່ນ້ຳກູລອງ (ແປວ່າແມ່ນ້ຳ 9 ມັງກອນ), ແມ່ນ້ຳຂອງຕອນຢູ່ຫວຽດນາມຍາວທັງໝົດ 220 ກິໂລແມັດ, ປະລິມານນ້ຳໄຫຼຕະຫຼອດປີມີເຖິງ 475 ຕື້ແມັດກ້ອນ, ສາມາດລະບາຍນ້ຳເຂົ້ານາໄດ້ 2.400. 000 ເຮັກຕາ. ແມ່ນ້ຳຂອງຢູ່ຫວຽດນາມກວ້າງ 800-2500 ແມັດ, ແມ່ນ້ຳສາຍຫຼັກມີຄວາມເລິກ 10 ແມັດ, ສາຍນ້ຳສາຂາເລິກ 2 ແມັດ, ມີນ້ຳໄຫຼຢ່າງໝັ້ນທ່ຽງ, ກຳປັ່ນຂະໜາດ 3.000 ໂຕນ ສາມາດແລ່ນເຮືອໄດ້. ເນື່ອງຈາກກະແສນ້ຳຂອງໄດ້ພັດເອົາຝຸ່ນແລະດິນໄປທັບຖົມຢູ່ປາກແມ່ນ້ຳທີ່ປ່ອງໃສ່ທະເລ, ຈິ່ງເຮັດໃຫ້ດິນສັນດອນທີ່ປາກແມ່ນ້ຳໄດ້ຂະຫຍາຍກວ້າງອອກໄປຕາມທິດຕາເວັນອອກສຽງໃຕ້ດ້ວຍຄວາມໄວ 60-80 ແມັດຕໍ່ປີ.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຊ່ານຢາແຂວງໄຫຫຼຳຈີນ, ທ່ານຟາມບິງມິງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ເຂົ້າຮ່ວມ. ໃນໄລດຳເນີນກອງປະຊຸມ, ທ່ານ ດັງມິງຄອຍ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນຢືນຢັນວ່າ: ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດແມ່ນມີຄວາມໝາຍສຳຄັນພິເສດຕໍ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຫວຽດນາມຈະຕັ້ງໜ້າຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.



ທຸງຊາດຫວຽດນາມ

ປະຫວັດສາດຫວຽດນາມໂດຍຫຍໍ້

ປີ ຄ. 968, ຫວຽດນາມໄດ້ກາຍເປັນປະເທດສັກດິນາທີ່ເປັນເອກະລາດ. ປີ 1884 ໄດ້ຕົກເປັນປະເທດອາລັກຂາຂອງຣັ່ງ. ວັນທີ 2 ກັນຍາ 1945, ຫວຽດນາມໄດ້ປະກາດຄວາມເປັນເອກະລາດ, ແລ້ວສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເດືອນກັນຍາປີດຽວກັນ, ຣັ່ງໄດ້ເຂົ້າມາຮຸກຮານຫວຽດນາມອີກຄັ້ງໃໝ່, ຫວຽດນາມໄດ້ດຳເນີນການຕໍ່ຕ້ານຣັ່ງດ້ວຍຄວາມທໍລະຫົດອົດທົນ. ເດືອນກໍລະກົດປີ1954, ສັນຍາເຊີແນວວ່າດ້ວຍການຟື້ນຟູສັນຕິພາບຢູ່ອິນດູຈີນໄດ້ຮັບການລົງນາມ, ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍ, ແຕ່ພາກໃຕ້ຂອງປະເທດຍັງຄົງຖືກປົກຄອງໂດຍຣັ່ງຄືເກົ່າ (ຕໍ່ມາແມ່ນ ປົກຄອງໂດຍອຳນາດການປົກຄອງຫວຽດນາມພາກໃຕ້ທີ່ສ້າງຕັ້ງຂຶ້ນໂດຍມີການໜູນຫຼັງຈາກອາເມຣິກາ). ເລີ່ມແຕ່ປີ 1961ເປັນຕົ້ນມາ, ຫວຽດນາມໄດ້ດຳເນີນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມຣິກາ, ເດືອນມັງກອນປີ 1973, ຫວຽດນາມແລະອາເມຣິກາໄດ້ເຊັນສັນຍາວ່າດ້ວຍການສິ້ນສຸດສົງຄາມແລະຟື້ນຟູສັນຕິພາບຢູ່ຫວຽດນາມ, ກອງທັບອາເມຣິກາເລີ່ມຖອນອອກຈາກພາກໃຕ້ຫວຽດນາມ. ເດືອນພຶດສະພາປີ 1975, ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ເດືອນເມສາປີ 1976 ໄດ້ດໍາເນີນການເລືອກຕັ້ງສະພາແຫ່ງຊາດທີ່ເປັນເອກະພາບ, ເດືອນກໍລະກົດໄດ້ປະກາດຄວາມເປັນເອກລາດຂອງທົ່ວທັງຊາດ. ຕັ້ງຊື່ປະເທດເປັນສາທາລະນະລັດສັງຄົມນິຍົມຫວຽດນາມ.



ນະອນຫຼວງ

ຮ່ໂນ້ຍ ມີເນື້ອທີ່ 3.340 ກິໂລຕາແມັດ, ມີປະຊາກອນ 8.050.000 ຄົນ (ສະຖິຕິປີ 2019). ລະດູຮ້ອນ ອຸນຫະພູມສະເລ່ຍ 28,9, ລະດູໜາວ ອຸນຫະພູມສະເລ່ຍ18,9.



ວັນບຸນສຳຄັນ

ວັນສ້າງຕັ້ງພັກກອມມູນິດຫວຽດນາມ: ວັນທີ 3 ກຸມພາ (ປີ 1930)

ວັນຊາດຫວຽດນາມ: ວັນທີ 2 ກັນຍາ (ປີ 1945)

ວັນປົດປ່ອຍພາກໃຕ້ຫວຽດນາມ: ວັນທີ 30 ເມສາ (ປີ 1975)

ວັນຄ້າຍວັນເກີດທ່ານໂຮ່ຈີມິນ: ວັນທີ 19 ພຶດສະພາ (ປີ 1890)



ການທ່ອງທ່ຽວ

ຫວຽດນາມມີຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຕ່າງໆເຊັ່ນ: ອ່າວຮາລອງ ເປັນຕົ້ນ ໄດ້ຖືກອົງການການສຶກສາວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດຮັບຮອງໃຫ້ເປັນມໍລະດົກໂລກດ້ານທຳມະຊາດແລະວັດທະນະທຳ. ໃນຊຸມປີຜ່ານມາ, ຂະແໜງການທ່ອງທ່ຽວໄດ້ຂະຫຍາຍຕົວຢ່າງວ່ອງໄວ, ເປັນການຊ່ວຍພັດທະນາເສດຖະກິດໄດ້ຢ່າງມີປະສິດທິຜົນອັນພົ້ນເດັ່ນ.