ກຳປູເຈຍ

lmcchina.org, March 12, 2021
Size:

ກຳປູເຈຍເປັນປະເທດເກົ່າແກ່ທີ່ສະຫງົບງຽບ, ແມ່ນ້ຳຂອງໄຫຼຜ່ານດິນແດນກຳປູເຈຍແຕ່ເໜືອຮອດໃຕ້ມີຄວາມຍາວທັງໝົດ 500 ກິໂລແມັດ. ເປັນແມ່ນ້ຳໃຫຍ່ອັນດັບໜຶ່ງຂອງກຳປູເຈຍ ເຊິ່ງໄດ້ເສີມຂະຫຍາຍບົດບາດຕົ້ນຕໍໃນດ້ານການຄົມມະນາຄົມທາງນ້ຳພາຍໃນກຳປູເຈຍ ທັງໄດ້ກາຍເປັນລະບົບນ້ຳທີ່ສຳຄັນທີ່ສຸດຂອງປະເທດນີ້.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ທີ່ນະຄອນຊ່ານຢາແຂວງໄຫຼຫຼຳສປຈີນ,ທ່ານຮຸນແຊນນາຍົກລັດຖະມົນຕີກຳປູເຈຍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ວັນທີ 23 ທັນວາ 2016, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 2 ໄດ້ຈັດຂຶ້ນຢູ່ສຽມລຽບປະເທດກຳປູເຈຍຢ່າງສຳເລັດຜົນ, ທ່ານ ປາກໂຊຄຸນ ລັດຖະມົນຕີກະຊວງວຽກງານແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍໄດ້ເຂົ້າຮ່ວມກອງປະຊຸມໂດຍໃຫ້ທັດສະນະວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກຳເນີດຈາກຄວາມປາຖະໜາຮ່ວມຂອງປະເທດເຂດອະນຸພາກພື້ນແມ່ນ້ຳຂອງ, ຈີນໄດ້ເສີມຂະຫຍາຍບົດບາດສຳຄັນຢ່່າງຍິ່ງໃນການຮ່ວມມືດັ່ງກ່າວ. ນັບຕັ້ງແຕ່ມີການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນມາ, ກໍໄດ້ຮັບຜົນງານທີ່ໂດດເດັ່ນ, ການປະຕິບັດໂຄງການຊຸດທຳອິດໄດ້ຮັບຄວາມຄືບໜ້າທີ່ດີ, ອັນໄດ້ສະແດງໃຫ້ເຫັນເຖິງລັກສະນະຕິດແທດຕົວຈິງແລະມີປະສິດທິພາບສູງຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.



ທຸງຊາດກຳປູເຈຍ

ປະເທດກຳປູເຈຍໂດຍສັງເຂບ

ກຳປູເຈຍມີເນື້ອທີ່ 181.000 ກິໂລຕາແມັດ, ມີທີ່ຕັ້ງຢູ່ພາກໃຕ້ຂອງແຫຼມອິນດູຈີນ, ມີຊາຍແດນຕິດກັບປະເທດຫວຽດນາມ, ປະເທດໄທແລະປະເທດລາວ. ນະຄອນຫຼວງແມ່ນພະນົມເປັນ. ກຳປູເຈຍມີປະຊາກອນປະມານ 15.000.000 ຄົນ, ມີ 20 ກວ່າຊົນເຜົ່າ, ໃນນີ້ ເຜົ່າຂະແມເປັນຊົນເຜົ່າຕົ້ນຕໍ, ກວມ 80%ຂອງປະຊາກອນທັງໝົດ, ນອກນີ້ຍັງມີເຜົ່າອື່ນໆເຊັ່ນ ເຜົ່າຈາມ, ເຜົ່າບູນົງ, ເຜົ່າລາວ, ເຜົ່າໄທ, ເຜົ່າສະຕຶງແຕຣງ ເປັນຕົ້ນ. ພາສາຂະແມເປັນພາສາທີ່ໃຊ້ທົ່ວໄປ,ນອກນີ້ຍັງມີພາສາອັງກິດ, ພາສາຝຣັ່ງກໍເປັນພາສາທາງການເຊັ່ນກັນ. ສາສະໜາພຸດເປັນສາສະໜາປະຈຳຊາດ, ມີພົນລະເມືອງ 93% ຂຶ້ນໄປໄດ້ເຊື່ອຖືສາສະໜາພຸດ, ເຜົ່າຈາມເຊື່ອຖືສາສະໜາອິລາມ, ພົນລະເມືອງໃນຕົວເມືອງຈຳນວນໜ້ອຍໄດ້ເຊື່ອຖືສາສະໜາໂລມັນກາໂຕລິກ. ສະກຸນເງິນກຳປູເຈຍແມ່ນເງິນຣຽວ.



ປະຫວັດກຳປູເຈຍໂດຍຫຍໍ້

ເຄິ່ງທ້າຍສະຕະວັດທີ 1,  ກຳປູເຈຍໄດ້ຮັບການສ້າງຕັ້ງຂຶ້ນແລະໄດ້ຜ່ານສະໄໝຕ່າງໆເປັນຕົ້ນແມ່ນ ຟູນານ, ຈັນລາ, ອັງກໍວັດ ເປັນຕົ້ນ. ສະໄໝລາຊະວົງອັງກໍວັດລະຫວ່າງສະຕະວັດທີ 9 ຫາສະຕະວັດທີ 14ເປັນສະໄໝທີ່ຈະເລີນຮຸ່ງເຮືອງໃນລະດັບສູງສຸດ, ກຳລັງປະເທດມີຄວາມເຂັ້ມແຂງ, ວັດທະນະທຳຈະເລີນຮຸ່ງເຮືອງ, ອັນໄດ້ສ້າງອະລິຍະທຳອັງກໍວັດທີ່ມີຊື່ສຽງໃນໂລກ. ກຳປູເຈຍໄດ້ຮັບເອກະລາດໃນວັນທີ 9 ພະຈິກ 1953, ໄດ້ຈັດການເລືອກຕັ້ງທົ່ວໄປເປັນຄັ້ງທຳອິດໃນເດືອນພຶດສະພາ1993, ໃນເດືອນກັນຍາປີດຽວກັນໄດ້ປະກາດລັດຖະທຳມະນູນສະບັບໃໝ່, ປ່ຽນຊື່ປະເທດເປັນລາຊະອານາຈັກກຳປູເຈຍ. ໃນການເລືອກຕັ້ງທົ່ວໄປ 5 ຄັ້ງຄື: ປີ1998,ປີ2003, ປີ2008, ປີ2013ແລະປີ2018, ພັກປະຊາຊົນກຳປູເຈຍໄດ້ຮັບໄຊຊະນະຢ່າງລຽນຕິດ, ທ່ານຮຸນແຊນ ໄດ້ດໍາລົງຕຳແໜ່ງເປັນນາຍົກລັດຖະມົນຕີ 5 ສະໄໝລຽນຕິດ. ວັນທີ 6 ຕຸລາ 2004, ເຈົ້າຊີວິດໂນໂລດົມສີຫະນຸໄດ້ຊົງປະກາດລາອອກຈາກພະລາຊະບັນລັງ, ວັນທີ 14 ເດືອນດຽວກັນ, ລາຊະກຸມານສີຫາໂມນີໄດ້ຖືກຄັດເລືອກໃຫ້ເປັນເຈົ້າຊີວິດອົງໃໝ່, ວັນທີ 29, ສົມເດັດໂນໂຣດົມສີຫາໂມນີໄດ້ຂຶ້ນຄອງລາຊະບັນລັງເປັນເຈົ້າຊີວິດຢູ່ພະລາຊະວັງ.



ຕົວເມືອງ

ນະຄອນຫຼວງພະນົມເປັນ ແມ່ນໃຈກາງດ້ານການເມືອງ,ເສດຖະກິດແລະວັດທະນະທຳອງກຳປູເຈຍ, ເປັນໃຈກາງການຄົມມະນາຄົມທາງອາກາດ,ທາງນ້ຳແລະ ທາງບົກທັງພາຍໃນແລະສາກົນ. ພະນົມເປັນມີເນື້ອທີ່ທັງໝົດ 678,46 ກິໂລຕາແມັດ,ມີປະຊາກອນປະມານ 2.000.000 ຄົນ. ພະນົມເປັນຕັ້ງຢູ່ຈຸດຕໍ່ກັນຂອງນ້ຳຕົງເລສາບ ແລະ ນ້ຳບາຊາຢູ່ທົ່ງພຽງພາກກາງຂອງກຳປູເຈຍ, ພະນົມເປັນຍັງມີອີກຊື່ໜຶ່ງວ່າອ່າວສີ່ແຂນ. ພະນົມເປັນໄດ້ກາຍເປັນນະຄອນຫຼວງໃນປີ . 1434. ມີມະຫາວິທະຍາໄລທີ່ມີຊື່ສຽງຕ່າງໆເຊັ່ນ: ມະຫາວິທະຍາໄລລາຊູປະຖຳພະນົມເປັນ, ມະຫາວິທະຍາໄລວິຈິດສິນລາຊູປະຖຳພະນົມເປັນ, ມະຫາວິທະຍາໄລບໍລິຫານແຫ່ງຊາດກຳປູເຈຍ. ມີສະຖາບັນຄົ້ນຄວ້າວິທະຍາສາດຄື: ສະຖາບັນຄົ້ນຄວ້າລາຊູປະຖຳກຳປູເຈຍ, ສະຖາບັນຄົ້ນຄວ້າສັນຕິພາບ ແລະ ການຮ່ວມມືກຳປູເຈຍ. ນອກນີ້ຍັງມີບູຮານສະຖານທີ່ມີຊື່ສຽງເຊັ່ນ:ພະລາຊະວັງ, ຫໍພິພິດທະພັນແຫ່ງຊາດ, ວັດພະນົມ, ອະນຸສາວະລີເອກະລາດ.



ເສດຖະກິດ

ກຳປູເຈຍເປັນປະເທດກະສິກຳມາແຕ່ບູຮານນະການ, ພື້ນຖານອຸດສາຫະກຳອ່ອນແອ, ຕ້ອງອາໄສການຊ່ວຍເຫຼືອຈາກຕ່າງປະເທດແລະການລົງທຶນຈາກຕ່າງປະເທດ. ປະຊາກອນຜູ້ທຸກຍາກໄດ້ກວມປະມານ 14% ຂອງປະຊາກອນທັງໝົດ. ກຳປູເຈຍໄດ້ປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກ ແລະ ເສດຖະກິດຕະຫຼາດເສລີ. ລັດຖະບານຊຸດປັດຈຸບັນໄດ້ປະຕິບັດຍຸດທະສາດພັດທະນາປະເທດຊາດໃນ4ດ້ານທີ່ຖືເອົາການເຕີບໂຕ, ການປະກອບອາຊີບ,ຄວາມຍຸຕິທຳ ແລະ ປະສິດທິພາບເປັນແກນກາງສຳລັບໄລຍະທີ 3.

ວັນບຸນສຳຄັນ

ວັນເອກະລາດ: ວັນທີ 9 ພະຈິກ. ວັນທີ 9 ພະຈິກ 1953, ລາຊະນາຈັກກຳປູເຈຍໄດ້ປົດປ່ອຍອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຣັ່ງແລ້ວປະກາດເປັນເອກະລາດ, ສະນັ້ນ, ວັນທີ 9 ພະຈິກຈຶ່ງຖືກກຳນົດໃຫ້ເປັນວັນຊາດກຳປູເຈຍທັງເປັນວັນສ້າງຕັ້ງກອງທັບກຳປູເຈຍ.

 

ວັນເກີດເຈົ້າຊີວິດ: ວັນທີ 14 ພຶດສະພາ. ທົ່ວປະເທດສະຫຼອງເປັນເວລາ 3 ວັນ.

 

ປີໃໝ່ຕາມຈຸນລະສັກກະຫຼາດ(ຈສ): ກົງກັບວັນທີ 13-15 ເມສາ ຕາມ

 

ບຸນໄຖນາ(ວັນພືດມຸງຄຸນ): ມື້ແຮມ 4 ຄ່ຳເດືອນ 6 ຕາມຈຸນລະສັກກະຫຼາດ(ຈສ), ເຈົ້າຊີວິດຫຼືຜູ້ຕາງໜ້າຂອງພະອົງໄດ້ຈັດພິທີປູກຝັງເປັນພຽງພິທີການຢູ່ນາຫຼວງຫຼືສະຖານທີ່ທີ່ກຳນົດໄວ້ຢູ່ໃກ້ພະລາຊະວັງ ເພື່ອອະທິຖານຂໍພອນໃຫ້ປີຕໍ່ໄປມີດິນຟ້າອາກາດທີ່ເອື້ອຳນວຍແກ່ການປູກຝັງ ແລະ ໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນ.

 

ບຸນນ້ຳ ຫຼືເອີ້ນວ່າ ບຸນຊ່ວງເຮືອ: ເປັນບຸນປະເພນີຂອງຊົນຊາດກຳປູເຈຍ. ວັນທີ 13-15 ພະຈິກ, ເປັນເວລາທີ່ລະດູຝົສິ້ນສຸດລົງ ແລະ ເລີ່ມເຂົ້າສູ່ລະດູແລ້ງ, ທີມເຮືອພາຍທີ່ມາຈາກແຫ່ງຕ່າງໆໃນທົ່ວປະເທດໄດ້ຈັດການແຂ່ງຂັນຊ່ວງເຮືອຢູ່ນ້ຳຕົງເລສາບທີ່ຢູ່ຕໍ່ໜ້າພະລາຊະວັງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ແມ່ນ້ຳຕົງເລສາບແລະແມ່ນ້ຳຂອງທີ່ເປັນແຫຼ່ງຊັບພະຍາກອນທຳທະຊາດທີ່ຫຼໍ່ລ້ຽງຊີວິດປະຊາຊົນກຳປູເຈຍ.