ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຄົນ​ໃໝ່​ຂອງ​ມຽນ​ມາ​ຢ້ຽມ​ຢາມ​ໄທ

CRI, March 12, 2021
Size:

   ວັນທີ 24 ກຸມພານີ້, ທ່ານວັນນະ ມາງລຸຍ ລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ທີ່ກອງທັບມຽນມາແຕ່ງຕັ້ງນັ້ນໄດ້ເດີນທາງຢ້ຽມຢາມໄທ, ທັງໄດ້ສົນທະນາກັບທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທ. ນີ້ແມ່ນຄັ້ງທຳອິດທີ່ລັດຖະມົນຕີກະຊວງການຕ່າງປະເທດມຽນມາຄົນໃໝ່ເດີນທາງຢ້ຽມຢາມຕ່າງປະເທດນັບແຕ່ເກີດມີການລັດຖະປະຫານຢູ່ມຽນມາເມື່ອວັນທີ 1 ກຸມພານີ້ເປັນຕົ້ນມາ.

   ອີງຕາມສື່ມວນຊົນໄທລາຍງານວ່າ, ສະພາບການຢູ່ມຽນມາໃນປະຈຸບັນໄດ້ເຮັດໃຫ້ອາຊຽນມີຄວາມເປັນຫ່ວງເປັນໃຍຫຼາຍ. ໃນການສົນທະນາ, ທ່ານ ວັນນະ ມາງລຸຍໄດ້ແຈ້ງສະພາບການປະຈຸບັນຢູ່ມຽນມາໃຫ້ຝ່າຍໄທໄດ້ຮັບຊາບ, ໂດຍສະເພາະແມ່ນການປະທ້ວງທີ່ເກີດຂຶ້ນຢູ່ພາຍໃນປະເທດມຽນມາ ແລະ ຕ່າງປະເທດ.

   ມື້ດຽວກັນ, ທ່ານປະຢຸດ ຈັນໂອຊາໄດ້ຕອບຄຳຖາມທີ່ກ່ຽວຂ້ອງຂອງສື່ມວນຊົນໂດຍກ່າວວ່າ, ໄທ ແລະມຽນມາແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຄວນຮັບຟັງຄວາມຄິດເຫັນເຊິ່ງກັນແລະກັນ, ໄທໃນຖານະເປັນປະເທດສະມາຊິກອາຊຽນ, ກໍຄວນສົ່ງເສີມໃຫ້ຝ່າຍຕ່າງໆໃນມຽນມາພະຍາຍາມກ້າວໄປໃນທາງທິດທີ່ຮ່ວມມືກັນ.