ກະຊວງການຕ່າງປະເທດລາວອອກຖະແຫລງການຕໍ່ຜົນສຳເລັດຂອງກອງປະຊຸມສະພາປະຊາຊົນ​ແຫ່ງ​ຊາດຈີນ ຄັ້ງທີ 4 ສະໄຫມທີ 13

CRI, March 12, 2021
Size:

   ໃນວັນທີ 11 ມີນາ 2021ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຍິນດີຕໍ່ຜົນສຳເລັດຂອງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ຄັ້ງທີ 4 ສະໄຫມທີ 13 ຊຶ່ງໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຍາວ, ກໍ່ຄືມາດຕະການປັບປຸງລະບຽບກົດໝາຍພາຍໃນຂອງ ສປ ຈີນ ເພື່ອຮັບປະກັນໃຫ້ແກ່ການພັດທະນາປະເທດຊາດ, ລວມທັງການປັບປຸງລະບຽບການເລືອກຕັ້ງ ຢູ່ ເຂດປົກຄອງພິເສດຮົງກົງ ບົນພື້ນຖານສິດອັນຊອບທຳ ແລະ ອະທິປະໄຕຂອງ ສປ ຈີນ ກໍ່ຄືສອດຄ່ອງກັບລັດຖະທຳມະນູນ ແລະ ກົດຫມາຍ ແຫ່ງ ສປ ຈີນ, ອັນເປັນສິ່ງຮັບປະກັນໃນການປົກຄອງຮົງກົງດ້ວຍຄົນຮົງກົງ ໃຫ້ປະກົດເປັນຈິງ ແລະ ມີສະຖຽນລະພາບທີ່ຍືນຍົງຢູ່ຮົງກົງ.

   ນອກຈາກນີ້, ກະຊວງການຕ່າງປະເທດລາວຍັງສະແດງຄໍາເຫັນຕື່ມວ່າ: ສປປ ລາວ ເວລາໃດກໍຍຶດໝັ້ນນະໂຍບາຍ ປະເທດຈີນດຽວ ແລະ ຖືເຂດປົກຄອງພິເສດຮົງກົງເປັນພາກສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຕາມລະບົບການປົກຄອງ ຈີນດຽວ ສອງລະບອບ.